ທົບທວນຄືນການຈັດຕັ້ງປະຕິບັດ ແລະ ແຜນວຽກຂອງຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນ

    ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນ ຂອງສູນກາງແນວລາວສ້າງຊາດ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ແລະ ແຜນວຽກຂອງຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນ ແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນວັນທີ 28 ສິງຫາ 2024 ຜ່ານມາ ຢູ່ ສນຊ ໂດຍເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ມີທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສນຊ ບັນດາທ່ານຮອງປະທານ ສນຊ ບັນດາທ່ານຫົວໜ້າ-ຮອງຫົວໜ້າຄະນະທີ່ປຶກສາວຽກງານດັ່ງກ່າວ ຄູ່ຮ່ວມງານ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດ ແລະ ແຜນວຽກຂອງຄະນະທີ່ປຶກສາເສດຖະກິດ ແລະ ກອງທຶນ ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງປະຕິບັດ ມະຕິ 04/ກມສພ ແລະ ມະຕິ 5 ຂອງລັດຖະບານກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຂົງເຂດແນວລາວສ້າງຊາດ ໄດ້ຮັບຟັງຄວາມຄິດເຫັນຕໍ່ວຽກງານຊຸກຍູ້ການທ່ອງທ່ຽວ ຂອງກຸ່ມນັກທຸລະກິດ ສັງກັດຢູ່ ແນວລາວສ້າງຊາດ ພ້ອມກັນນີ້ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານທີ່ກ່າວມາຂ້າງເທິງນັ້ນ.

    ໂອກາດນີ້ ທ່ານ ປະທານ ສນຊ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທືນສາມັກຄີ ທີ່ໄດ້ເຄື່ອນໄຫວໃນໄລຍະຜ່ານມາມີຫຼາຍອັນທີ່ພົ້ນເດັ່ນພໍສົມຄວນ ໂດຍສະເພາະແມ່ນກອງທຶນສາມັກຄີປອງດອງ ທີ່ ສນຊ ຮ່ວມມືກັບກຸ່ມບໍລິສັດພົງສະຫວັນ ທ່ານປະທານ ສນຊ ຍັງໄດ້ສະເໜີ 2 ບັນຫາໃຫ້ຄະນະທີ່ປຶກສາວຽກງານດັ່ງກ່າວຄື: ການປະຕິບັດກົດລະບຽບຂອງແນວລາວສ້າງຊາດໃນນັ້ນ ຄະນະທີ່ປຶກສາໜຶ່ງຕ້ອງປະຊຸມປຶກສາຫາລື 3 ເດືອນເທື່ອໜຶ່ງ ແລະ ການເຄື່ອນໄຫວຂອງພວກເຮົາເປັນຄະນະທີ່ມີຫຼາຍກຸ່ມຄົນແຕ່ການຈັບມືຮ່ວມກັນຍັງບໍ່ທັນຫຼາຍ ດັ່ງນັ້ນ ໃຫ້ຈັບມືກັນຮ່ວມໃຈກັນໂດຍເລິີ່ມແຕ່ວັນທີ 12 ພະຈິກ 2024 ເປັນຕົ້ນໄປ ເຊິ່ງມື້ນັ້ນຖືເປັນມື້ຂອງການພົບປະພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ພວກເຮົາຕ້ອງໄດ້ກະກຽມແຕ່ດຽວນີ້ເປັນຕົ້ນໄປ ຈະໄດ້ຈັດໃຫ້ມີການທ່ອງທ່ຽວ ມີການພັກເຊົາຢູ່ຫຼາຍຈຸດ ໂດຍຕິດພັນກັບຂະບວນການຮັກບ້ານເກີດ ຕາມມະຕິ XI ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດວາງອອກ.

    ການຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ນັ້ນ ທ່ານປະທານ ສນຊ ໄດ້ມີຄໍາເຫັນຕໍ່ການຮ່ວມມື 4 ໂຄງການ ຄື: 1 ຂະຫຍາຍນໍ້າກັດຢໍລະປ່າ 2 ເຮັດຝຸ່ນອີນຊີຮ່ວມກັບບໍລິສັດມາລີນີ 3 ຍູ້ບໍລິສັດຖ່ານຫີນເມືອງບົວລະພາ ແລະ 4 ເຮັດທົດລອງສ້າງສະມາຄົມຊາວກະສິກອນໃນທ້ອງຖິ່ນໃດໜຶ່ງ ເພື່ອຂຽນເປັນໂຄງການວ່າໄດ້ຫຼືບໍ່ໄດ້ ສະເໜີເປັນບົດເຝິກຫັດໃຫ້ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທືນ ນໍາໄປຄົ້ນຄວ້າ ເພື່ອສ້າງເປັນເສດຖະກິດ ແລະ ເປັນເຈົ້າຕົນເອງຂອງແນວລາວສ້າງຊາດ ເພື່ອສ້າງເປັນມູນນິທິໃຫ້ອົງການແນວລາວສ້າງຊາດ.

    ພາຍຫລັງປິດກອງປະຊຸມ ທ່ານປະທານພ້ອມດ້ວຍຄະນະໄດ້ຊົມ ພິພິດຕະພັນ ສິນສາຍໄຫມ ຂອງສູນກາງສະຫະພັນແມ່ຍິງລາວ.

ຂ່າວ+ພາບ: ລີ

error: Content is protected !!