ມສ ວຽງຈັນເອົາໃຈໃສ່ສືບຕໍ່ພັດທະນາການຮຽນ-ການສອນຢ່າງບໍ່ຢຸດຢັ້ງ

    ກອງປະຊຸມພັກສີ້ນປີຮຽນ ສົກຮຽນ 2023-2024 ຂອງໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ) ຈັດຂຶ້ນໃນວັນທີ 22-23 ສິງຫາ 2024 ເປັນມື້ປິດ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ທ່ານ ທອງພັນ ອຸໄລທອນ ຜູ້ອຳ ນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານ ແຂກຖືກເຊີນ ພະນັກງານຄູ-ອາຈານ ພາຍ ໃນ ໂຮງຮຽນ ມສ ວຽງຈັນ ເຂົ້າຮ່ວມ.

    ທ່ານ ທອງພັນ ອຸໄລທອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພ້ອມກັນຮັບຟັງຜົນສຳເລັດຂອງ 4 ໜ່ວຍ ງານ ໃນໜຶ່ງປີຜ່ານມາ ພ້ອມກັນສະຫຼຸບຕີລາຄ່າດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນສືບຕໍ່ຈັດ ຕັ້ງຜັນຂະຫຍາຍ  ໂດຍສະເພາະພ້ອມກັນເສີມຂະຫຍາຍຜົນງານທີ່ພົ້ນເດັ່ນ ເປັນຕົ້ນການພັດທະນາການ ຮຽນ-ການສອນ ເຊິ່ງຜົນງານໃນສົກຮຽນຜ່ານມາ ການສອບເສັງຈົບຊັ້ນ ມ4 ນັກຮຽນພວກເຮົາສາມາດສອບເສັງຜ່ານໄດ້ 100% ພ້ອມມີຜົນງານທີ່ພົ້ນເດັ່ນກ່າວສົກຮຽນຜ່ານມາ  ຍາດໄດ້ຄະແນນອັນດັບທີ 1 2 3 ແລະ ອັນດັບທີ 5 ຂອງເມືອງຈັນທະບູລີ ພິເສດນັກຮຽນຂັ້ນ ມ4 ຍັງສາມາດຍາດໄດ້ໃບປະກາຍະນິຍະບັດປະກາດແດງ ແຕ່ລະວິຊາສະເລ່ຍບໍ່ຫຼຸດ 9 ຄະແນນ ຈຳນວນ 11 ຄົນ ຍິງ 10 ຄົນ ໃນຈຳນວນ 24 ຄົນ ຍິງ 21 ຄົນ ທົ່ວເມືອງຈັນທະບູລີ ນອກຈາກນີ້ ຍັງສາມາດ ຍາດໄດ້ນັກຮຽນເກ່ງຮອບດ້ານ ແຕ່ລະວິຊາສະເລ່ຍບໍ່ຫຼຸດ 7 ຄະແນນ ຈຳນວນ 187 ຄົນ ໃນຈຳນວນ 366 ຄົນ ທົ່ວເມືອງ ສ່ວນຊັ້ນ ມ7 ນັກຮຽນ ພວກເຮົາກໍ່ສາມາດຍາດໄດ້ ປະກາສະນີຍະບັດແດງເຖິງ 13 ຄົນ ຍິງ 8 ຄົນ ແລະ ຜົນງານອື່ນອີກຢ່າງ ຫຼວງຫຼາຍ.

    ໂອກາດນີ້ ທ່ານ ສົມພອນ ສອນດາລາ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຜູ້ບໍລິຫານ ພະນັກງານຄູ-ອາຈານ ກໍຄືນັກຮຽນ ແລະ ທຸກພາກສ່ວນ ໃນການມີສ່ວນຮ່ວມຊຸກຍູ້ສະໜັບສະໜູນສາມາດ ຍາດໄດ້ຜົນງານມາໄດ້ ພ້ອມເນັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອ ເພີ່ມທະວີຄວາມສາມັກຄີ ພ້ອມກັນປະຕິບັດ ໜ້າທີ່ ຄວາມຮັກຜິດຊອບ ເສີມຂະຫຍາຍມູນເຊື້ອຮັກຊາດຮັກອາຊີບຮັກແພງຜູ້ຮຽນ ເປັນເຈົ້າຕົນເອງໃນໜ້າ ວຽກ ຮຽນຮູ້ພາສາຕ່າງປະເທດ ໄອທີ ພ້ອມຍົກສູງບົດບາດການນຳພາ ປະຕິບັດໜ້າທີ່ວຽກງານໃຫ້ຮັບປະ ກັນຄຸນນະພາບ ແລະ ມີຜົນສຳເລັດຢ່າງຈົບງາມ.     ພ້ອມນີ້ໃນພິທີຍັງໄດ້ມີການຈັບມືຮັບຂໍ້ແຂ່ງຂັນຂອງ 4 ໜ່ວຍງານ ຂອງໂຮງຮຽນ ເພື່ອສືບຕໍ່ເສີມຂະ ຫຍາຍໜ້າທີ່ຄວາມຮັບຜີດຊອບຂອງຕົນ ໃຫ້ມີຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນສົກຮຽນຕໍ່ໄປ.

error: Content is protected !!