ສົກຮຽນ 2024-2025 ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ມີຫຼາຍສາຂາວິຊາຊ່າງ ທີ່ກຳລັງເປັນທີ່ຕ້ອງການຂອງຕະຫຼາດແຮງງານ ໃຫ້ນັກຮຽນສາມາດເລືອກຮຽນ

    ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຖືເປັນສະຖານອາຊີວະສຶກສາ ທີ່ຖືກກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ຈັດຕັ້ງການຮຽນ-ການສອນສະເພາະຫຼັກສູດສາຍອຸດສາຫະກຳ ມີພາລະບົດບາດ ແລະ ໜ້າທີ່ໃນການຈັດຕັ້ງການຮຽນການສອນ ແລະ ເຝິກອົບຮົມວິຊາຊີບໃຫ້ກັບຊາວໜຸ່ມລາວບັນດາເຜົ່າ ເພື່ອກໍ່ສ້າງກຳລັງແຮງງານໃຫ້ສະຖານປະກອບການ ແລະ ຕະຫຼາດແຮງງານຢ່າງມີຄຸນນະພາບ ປັດຈຸບັນ ມີ 2 ວິທະຍາເຂດ ຄື: ວິທະຍາເຂດທີ 1 ຕັ້ງຢູ່ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ວິທະຍາເຂດທີ 2 ຕັ້ງຢູ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມາຮອດສົກຮຽນ 2023-2024 ມີພະນັກງານ ມີພະນັກງານຄູ-ອາຈານທັງໝົດ 80 ທ່ານ ຍິງ 28 ທ່ານ ໃນນີ້ແບ່ງເປັນ ຄູອາຈານ 71 ທ່ານ ຍິງ 20 ທ່ານ ແລະ ພະນັກງານບໍລິຫານ 9 ທ່ານ ຍິງ 8 ທ່ານ ມີນັກສຶກສາທັງໝົດ 1.706 ຄົນ ຍິງ 83 ຄົນ ແລະ ມີນັກສຶກສາເສັງຈົບ 354 ຄົນ ຍິງ 16 ຄົນ.

    ເພື່ອເປັນການສືບຕໍ່ພັດທະນາອາຊີບຊ່າງ ສະໜອງໃຫ້ກັບຕະຫຼາດແຮງງານ ເມື່ອບໍ່ດົນຜ່ານມາວິທະ ຍາໄລເຕັກນິກ ລາວ-ເຢຍລະມັນ ເປີດການສອບເສັງ ແລະ ສຳພາດ ຄັດເລືອກເອົານັກສຶກສາໃໝ່ ປະຈຳສົກຮຽນ 2024-2025 ໂດຍໃນສົກຮຽນນີ້ ມີນັກຮຽນເຂົ້າຮ່ວມສອບເສັງ ຈຳນວນ 438 ຄົນ ໃນນີ້ສຳພາດ 177 ຄົນ ທຽບໃສ່ສົກຮຽນຜ່ານມາຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ ແລະ ກໍໜ້ອຍກວ່າແຜນການທີ່ຄາດໄວ້.

    ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃຫ້ສຳພາດ ວ່າ: ສຳລັບການກະກຽມຄວາມພ້ອມ ກ່ຽວກັບການສອບເສັງ ແລະ ສຳພາດຄັດເລືອກເອົານັກສຶກສາໃໝ່ ປະຈຳສົກຮຽນ 2024-2025 ໂດຍອີງໃສ່ການຖອດຖອນບົດຮຽນທີ່ຜ່ານມາ ພວກເຮົາໄດ້ມີການແຕ່ງຕັ້ງຄະນະຮັບຜິດ ຊອບລົງແນະນຳວິຊາຊີບ ຢູ່ໂຮງຮຽນສາມັນສຶກສາ ກໍຄືຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ລົງສື່ໂຄສະນາຜ່ານທາງເຟດບຸກເພຈຂອງວິທະຍາໄລ ຄູອາຈານ ແລະ ຜ່ານທາງຊ່ອງທາງອື່ນໆທີ່ເຫັນວ່າມວນຊົນສາມາດເຂົ້າເຖິງໄດ້ງ່າຍ ອາໃສສະຖານປະກອບການທີ່ເປັນຄູ່ຮ່ວມງານກັນ ຊ່ວຍແນະນຳ ແລະ ໂຄສະນາກ່ຽວກັບຈຸດດີ ການມີວຽກເຮັດງານທຳ ແລະ ປະສົບຜົນສຳເລັດທີ່ດີຂອງນັກສຶກສາທີ່ຮຽນຈົບຈາກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ.

    ພ້ອມດຽວກັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂາຍ ແລະ ຮັບຄຳຮ້ອງສອບເສັງ ແລະ ສຳພາດ ເຊິ່ງໃນສົກຮຽນ 2024-2025 ທາງວິທະຍາໄລພວກເຮົາໄດ້ເປີດຂາຍຄຳຮ້ອງສະໝັກສອບເສັງ ແລະ ສຳພາດເຂົ້າຮຽນ ມາຕັ້ງແຕ່ວັນທີ 15 ກໍລະກົດ 2024 ເປັນຕົ້ນມາ ຈົນຮອດວັນທີ 20 ສິງຫາ 2024 ປິດຮັບຄຳຮ້ອງ ແລະ ວັນທີ 21 ສິງຫາ 2024 ເປັນມື້ສອບເສັງ ໂດຍໃນປີນີ້ ມີນັກຮຽນຍື່ນຄຳຮ້ອງສະໝັກສອບເສັງພຽງແຕ່ 438 ຄົນ ໃນນີ້ສຳພາດ 177 ຄົນເທົ່ານັ້ນ ທຽບໃສ່ສົກຮຽນຖືວ່າຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ ເພາະມີນັກຮຽນສະໝັກເຂົ້າຮຽນເຖິງ 1.131 ຄົນ ແລະ ຜ່ານການສອບເສັງ ແລະ ສຳພາດ ເຂົ້າຮຽນ ຈຳນວນ 713 ຄົນ ຍິງ 29 ຄົນ ແນວໃດກໍດີ ຕົວເລກດັ່ງກ່າວ ຖືວ່າຍັງບໍ່ທັນໄດ້ຄົບຕາມຕົວເລກແຜນການທີ່ວາງໄວ້ ແລະ ຈະມີການສອບເສັງ ແລະ ສຳພາດຕື່ມອີກເປັນຮອບທີ 2 ໃນໄວໆນີ້ ເພື່ອໃຫ້ໄດ້ຈຳນວນນັກສຶກສາຕາມແຜນທີ່ວາງໄວ້.

    ສຳລັບຫຼັກສູດການຮຽນ-ການສອນ ມີທັງໝົດ 3 ລະດັບ ຄື: ຫຼັກສູດຊັ້ນສູງ ລະບົບ 12+3 ແລະ ຊັ້ນສູງຕໍ່ເນື່ອງ ລະບົບ 12+2+1 ແລະ 9+3+1,5 ຫຼັກສູດຊັ້ນກາງ ລະບົບ 12+2 ແລະ 9+3 ຫຼັກສູດເຝິກອົບຮົມໄລຍະສັ້ນ ແລະ ຫຼັກສູດຊັ້ນຕົ້ນ C1 C2 ແລະ C3 ເຊິ່ງດຳເນີນການຮຽນການສອນໃນ 5 ພາກວິຊາ ລວມມີ 18 ສາຂາອາຊີບ ຄື: ພາກວິຊາເຕັກໂນໂລຊີລົດຍົນ ມີ 5 ສາຂາອາຊີບ ເຊັ່ນ: ສາຂາເຕັກໂນໂລຊີລົດຍົນ ຊ່າງສ້ອມແປງເຄື່ອງຈັກລົດຍົນ ຊ່າງສ້ອມແປງຊ່ວງລ່າງລົດຍົນ ຊ່າງສ້ອມແປງຕົວຖັງ ແລະ ສີ ລົດຍົນ ແລະ ຊ່າງສ້ອມແປງໄຟຟ້າລົດຍົນ; ພາກວິຊາໄຟຟ້າເອເລັກໂຕຣນິກ ມີ 7 ສາຂາອາຊີບ ໄດ້ແກ່ສາຂາຊ່າງໄຟຟ້າເຕັກນິກ ການຕິດຕັ້ງໄຟຟ້າໃນອາຄານ ການຕິດຕັ້ງສ້ອມແປງໄຟຟ້າອຸດສາຫະກຳ ການຕິດຕັ້ງສ້ອມແປງເຄື່ອງເອເລັກໂຕຣນິກອຸດສາຫະກຳ ການບຳລຸງຮັກສາ-ສ້ອມແປງໄຟຟ້າເຂື່ອນພະລັງ ງານນ້ຳ ສາຂາການຕິດຕັ້ງ ສ້ອມແປງເຄື່ອງເຢັນ ແລະ ເຄື່ອງປັບອາກາດ ແລະ ສາຂາເມຄາໂຕຣນິກ ພາກວິຊາກົນຈັກໜັກ-ກົນຈັກກະສິກຳ ມີ 2 ສາຂາ ເຊັ່ນ: ສາຂາກົນຈັກໜັກ ແລະ ສາຂາກົນຈັກກະສິກຳ ພາກວິຊາກົນຈັກໂຮງຮຽນ ມີ 2 ສາຂາ ຄື: ສາຂາການສ້ອມແປງເຄື່ອງຈັກກົນ ແລະ ສາຂາຊ່າງຊ່ຽນ ພາກວິຊາສາຂາໂລຫະກຳວິທະຍາ ແລະ ເຄື່ອງປະດັບ ມີ 2 ສາຂາ ຄື: ສາຂາຊ່າງຈອດ ແລະ ທໍ່ນ້ຳ ແລະ ສາຂາເຄື່ອງປະດັບ-ອັນຍະມະນີ ເປັນຫຼັກສູດໃໝ່ ທີ່ຫາກໍໄດ້ຮັບການອະນຸມັດເປີດການຮຽນການສອນ ໃນສົກຮຽນ 2023-2024 ຜ່ານມາ ເຊິ່ງໄດ້ຮັບການສະໜັບສະໜູນຈາກຮ້ານຄຳພູວົງ ໃນການສ້າງ ແລະ ພັດທະນາຫຼັກສູດ ພ້ອມນັ້ນພວກເຮົາກໍໄດ້ມີການຮ່ວມມືກັນໃນການດຳເນີນ ການຮຽນ-ການສອນ ສາຂາວິຊານີ້ໃນຫຼັກສູດຊັ້ນສູງ ລະບົບ 12+3 ໃນຮູບແບບການຮຽນ-ການສອນແບບຄວບຄູ່ ດ້ວຍການຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງຂັ້ນພື້ນຖານຢູ່ວິທະຍາໄລປະມານ 30% ແລະ ໄປຮຽນພາກປະຕິບັດຢູ່ຮ້ານຄຳພູວົງ 70% ຂອງຫຼັກສູດ.     ຢ່າງໃດກໍຕາມ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃນຖານະທີ່ເປັນສະຖານອາຊີວະສຶກສາ ທີ່ຂຶ້ນກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ຈະເອົາໃຈໃສ່ສືບຕໍ່ຈັດຕັ້ງການຮຽນ-ການສອນສະເພາະຫຼັກສູດສາຍອຸດສາຫະກຳ ສຸມໃສ່ການປະຕິບັດພາລະບົດບາດ ແລະ ໜ້າທີ່ໃນການຈັດຕັ້ງການຮຽນການສອນ ແລະ ການເຝິກອົບຮົມວິຊາຊີບໃຫ້ກັບຊາວໜຸ່ມລາວບັນດາເຜົ່າ ເພື່ອກໍ່ສ້າງກຳລັງແຮງງານໃຫ້ສະຖານປະກອບການ ແລະ ຕະຫຼາດແຮງງານຢ່າງມີຄຸນນະພາບ.

error: Content is protected !!