ຜູ້ເຮັດວຽກສຶກສານິເທດຫຼາຍກວ່າ 1.000 ຄົນ ໄດ້ເຂົ້າຮ່ວມການເຝີກອົບຮົມພິເສດ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງສຳລັບການສຶກສາຂັ້ນພື້ນ ຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດຊຸດເຝິກອົບຮົມໃນຫົວຂໍ້ “ເຝຶກອົບຮົມວຽກສຶກສານິເທດພາຍໃນ” ເພື່ອໃຫ້ການສະໜັບສະໜູນຄູ ແລະ ຜູ້ອໍານວຍການໂຮງຮຽນໃນເດືອນ ສິງຫາ 2024 ຊຸດເຝິກ ອົບຮົມຄັ້ງນີ້ ເປັນສ່ວນໜຶ່ງຂອງ ສສກ ໃນການລິເລີ່ມຜັນຂະຫຍາຍວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ກວ້າງອອກໄປສູ່ທ້ອງຖິ່ນ ເພື່ອແບ່ງຂັ້ນຄຸ້ມຄອງໃນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

    ຜູ້ເຂົ້າຮ່ວມການເຝິກອົບຮົມຊຸດນີ້ ແມ່ນຄູສຶກສານິເທດໃນ 7 ແຂວງເປົ້າໝາຍ (ບໍ່ແກ້ວ ຫຼວງນ້ຳທາ ຜົ້ງສາລີ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຄຳມ່ວນ) ພະນັກງານວິຊາການ 158 ທ່ານ ຈາກວິທະຍາໄລຄູ (ວຄ) ຫຼວງນ້ຳທາ ຄັງໄຂ ແລະ ສະຫວັນນະເຂດ ໄດ້ດຳເນີນການເຝິກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດ ຈຳນວນ 1.121 ຄົນ ທີມຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2023 ຜ່ານມາ ພວກເຂົາເຈົ້າໃຫ້ການຊ່ວຍເຫຼືອດ້ານການສອນແກ່ຄູໃນໂຮງຮຽນຂອງຕົນເອງ ແລະ ໂຮງຮຽນໃກ້ຄຽງໃນລະຫວ່າງສົກຮຽນ.

    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ຄູມີບົດບາດສຳຄັນໃນການຮຽນທີ່ປະສົບຜົນສຳເລັດ ແລະ ອະນາຄົດຂອງໄວໜຸ່ມ ເຊິ່ງເຂົາເຈົ້າເປັນຜູ້ນໍາເອົາຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ ໃໝ່ມານຳໃຊ້ໃນຫ້ອງຮຽນຕົວຈິງ ເຖິງຢ່າງໃດກໍ່ຕາມ ຄູຍັງຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອປັບຕົວໃຫ້ຄຸ້ນເຄີຍກັບການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງຢ່າງຄົບຖ້ວນ ສຳລັບສົກ ຮຽນ 2024-2025 ຜູ້ເຮັດວຽກສຶກສານິເທດພາຍໃນ ຈະໃຫ້ການສະໜັບສະໜູນຄູແຕ່ລະເຂດທີ່ພວກເຂົາເຈົ້າຮັບຜິດຊອບ ແລະ ຈະຈັດການເຝິກອົບຮົບດ້ານການສອນເປັນຄູ່ 1 ຄັ້ງຕໍ່ພາກຮຽນ ວິທະຍາໄລຄູ ແລະ ຫ້ອງການສຶກສາທິການ ແລະ ກີລາເມືອງ ຈະສະໜັບສະໜູນ ຜູ້ເຮັດວຽກສຶກສານິເທດພາຍໃນ ໃນການເຮັດໜ້າທີ່ຂອງເຂົາເຈົ້າໂດຍສຸມໃສ່ໂຮງຮຽນທີ່ຍັງປະຕິບັດບໍ່ທັນໄດ້ດີ.

    ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ເພື່ອໃຫ້ການຊ່ວຍເຫຼືອຂະແໜງການສຶກສາໃນ ສປປ ລາວ ລວມມີ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ດ້ວຍວິທີການການສອນ ແລະ ສື່ການຮຽນການສອນແບບໃໝ່ຜ່ານຫຼັກສູດສະບັບປັບປຸງ ເປົ້າ   ໝາຍຂອງພວກເຮົາແມ່ນເພື່ອສ້າງຄວາມໝັ້ນໃຈ ແລະ ທັກສະຂອງຄູໂດຍການຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງການຊ່ວຍເຫຼືອທີ່ມີຄຸນນະພາບສູງ ແລະ ການພັດທະນາວິຊາຊີບຢ່າງເປັນປົກກະຕິ ໂດຍຜ່ານລະບົບຜູ້ເຮັດວຽກສຶກສານິເທດພາຍໃນ ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ລັດຖານບານອົດສະຕຣາລີ ໄດ້ສະໜັບສະໜູນນຄູສອນຊັ້ນປະຖົມສຶກສາຫຼາຍກວ່າ 8.000 ຄົນໃນເຂດຫ່າງໄກ ສົ່ງເສີມການຮ່ວມມື ດ້ານນະວັດຕະກໍາທັນສະໄໝ ແລະ ການປັບປຸງການການສອນໃນຫ້ອງຮຽນ ຄູຢູ່ໃນເຂດຫ່າງໄກຫຼາຍແຫ່ງ ໃນປັດຈຸບັນ ສາມາດເຂົ້າເຖິງການຊ່ວຍເຫຼືອດ້ານການພັດທະນາວິຊາຊີບຢ່າງເທົ່າທຽມກັນ ຍ້ອນວິທີການອັນເປັນພື້ນຖານອັນໃໝ່ນີ້.

    ການເຝິກອົບຮົມຄັ້ງນີ້ ໄດ້ຮັບການອອກແບບມາເພື່ອຜູ້ເຮັດວຽກສຶກສານິເທດພາຍໃນ ຈຸດສໍາຄັນຂອງການເຝິກອົບຮົມແມ່ນການນໍາໃຊ້ຄູ່ມືຄູເພື່ອປັບບົດຮຽນສໍາລັບຫ້ອງຄວບ ແລະ ຄໍາແນະນໍາສຳລັບ ກິດຈະກໍາພິເສດສໍາລັບນັກຮຽນທີ່ເຮັດກິດຈະກຳແລ້ວໄວ ຍັງໄດ້ແນະນໍາຜູ້ເຂົ້າຮ່ວມ ໃຫ້ຮູ້ຈັກເຖິງ ການສອນເປັນຄູ່ ເຊິ່ງເປັນກິດຈະກຳໜຶ່ງຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ຄູ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ມີການຊຸກຍູ້ຊ່ວຍເຫຼືອ ໃນລະຫວ່າງການເຝິກອົບຮົມອີກດ້ວຍ ແລະ ເບິ່ງຕົວຢ່າງການສອນຕົວຈິງໃນຫ້ອງຮຽນ.

    ຄູເຝິກທ່ານໜຶ່ງທີ່ເຂົ້າຮ່ວມໄດ້ກ່າວວ່າ: “ຜູ້ເຂົ້າຮ່ວມມີຄວາມມ່ວນຊື່ນໃນການສ້າງ ກະດານເລື່ອງ (storyboard) ເພື່ອສະແດງໃຫ້ເຫັນວ່າ ເວລາທີ່ຜູ້ເຮັດວຽກສຶກສານິເທດພາຍໃນໃຫ້ການ ສະໜັບສະໜູນຄູໂດຍຜ່ານການສອນເປັນຄູ່ ພວກເຂົາເຈົ້າເຮັດວຽກເປັນກຸ່ມເພື່ອຈິນຕະນາການ ເລື່ອງລາວທີ່ເປັນການເຮັດວຽກຂອງຕົນເອງ ແລະ ເຫັນວ່າເປັນກິດຈະກຳດີທິ່ໄດ້ເຫັນຄວາມກະຕືລືລົ້ນ ແລະ ຫຼາກຫຼາຍແນວຄວາມຄິດຂອງທຸກຄົນ ພວກເຂົາເຈົ້າຍັງໄດ້ຝຶກຊ້ອມການສະແດງບົດບາດສົມມຸດເປັນຄູສອນ ຫຼື ນັກຮຽນ ກິດຈະ ກຳນີ້ ແມ່ນເຮັດໃຫ້ພວກເຮົາທຸກຄົນມີຄວາມຫ້າວຫັນໃນການເຝິກອົບຮົມ.

    ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມຂອງປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

error: Content is protected !!