ກຸ່ມບໍລິສັດ ຣາຊ ກຣຸບ ສືບຕໍ່ຊຸກຍູ້ການສຶກສາ ພັດທະນາຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ

    ໂຄງການການສຶກສາສຳລັບເສີມສ້າງຄວາມສຳນານ ເພື່ອການປະກອບອາຊີບໂຄງການຮ່ວມມື ລະ ຫວ່າງກະຊວງສຶກສາທິການ ແລະ ກີລາ (ສສກ) ສປປ ລາວ ແລະ ບໍລິສັດ ຣາຊ ກຣຸບ ຈຳກັດມະຫາຊົນ ປະເທດໄທ (RATCH Group Public Company Limited Thailand) ສຸມໃສ່ການຍົກລະດັບວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ ໂດຍສະເພາະແມ່ນ ສາຂາໄຟຟ້າຄວບຄຸມອັດຕະໂນມັດ ສາຂາຊ່າງຈອດໂລຫະ ຈັກກົນໂຮງງານ-ບຳລຸງຮັກສາ ແລະ ສາຂາພະລັງງານແສງຕາເວັນ.

    ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດມາແຕ່ 2011 ເປັນຕົ້ນມາ ແບ່ງອອກເປັນ 3 ຄື: ໄລຍະທີ່ (2011-2015) ໄລຍະທີ II (2016-2023) ແລະ ໄລຍະປະຕິບັດໂຄງການທີ III (2024-2030) ເຊິ່ງແຕ່ ລະໄລຍະຂອງການຈັດຕັ້ງປະຕິບັດໂຄງການ ເປົ້າໝາຍ ແລະ ຫຼາຍກິດຈະກຳທີ່ແຕກຕ່າງກັນ ສະເພາະເປົ້າໜາຍຂອງໂຄງການ ໄລຍະ III ເຊິ່ງໂຄງການປະກອບມີ 8 ສະຖານອາຊີວະສຶກສາ ທີ່ຂຶ້ນກັບກົມອາຊີວະສຶກສາ ສສກ ເປັນຕົ້ນ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄຳມ່ວນ ວິທະຍາໄລເຕັກນິກ ແຂວງວຽງຈັນ  ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຫຼວງພະບາງ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໂຮງຮຽນເຕັກນິກວິຊາຊີບ ແຂວງ ບໍລິຄຳໄຊ (ເຂົ້າຮ່ວມໃໜ່) ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຈຳປາສັກ (ເຂົ້າຮ່ວມໃໜ່) ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງ ເຊກອງ (ເຂົ້າຮ່ວມໃໜ່) ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປື (ເຂົ້າຮ່ວມໃໜ່).

    ໂຄງການການສຶກສາສຳລັບເສີມສ້າງຄວາມສຳນານເພື່ອການປະກອບອາຊີບ ໄລຍະທີ່ III ແລະ ໜ່ວຍງານຈັດຕັ້ງປະຕິບັດໂຄງການ ແມ່ນຄູ-ອາຈານ ແລະ ນັກຮຽນຈາກ 8 ສະຖານອາຊີວະສຶກສາ ໃຫ້ມີຄວາມຮູ້ ຄວາມສາມາດ ດ້ານ ທໍ່ ແລະ ການຈອດໂລຫະ ສ້ອມແປງທົ່ວໄປ ກົນຈັກ ການຄວບຄຸມເຄື່ອງຈັກ ແລະ ບໍາລຸງຮັກສາໄຟຟ້ານໍ້າຕົກ ແລະ ພະລັງງານທົດແທນຈາກພຶດ ສິງເສດເຫຼືອ ພະລັງງານລົມ ແລະ ພະລັງງານແສງຕາເວັນ (ຝືກອົບຮົມຄູຈຳນວນ 70 ຄົນ ໃນ 8 ສະຖານອາຊີວະສຶກສາ) ໃຫ້ທຶນການສຶກສາແກ່ນັກຮຽນຈຳນວນ 30 ທຶນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກຮຽນຈຳນວນ 680 ຄົນ ໄປຄຽງຄູ່ກັບ ການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.    

ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເມື່ອບໍ່ດົນຜ່ານມານີ້ ກຸ່ມບໍລິສັດ ຣາຊ ກຣຸບ ຈຳກັດມະຫາ ຊົນ ໄດ້ລົງຈັດກິດຈະກຳເຝິກອົບຮົມປະຕິບັດຕົວຈິງ ຮ່ວມກັບກົມອາຊີວະ ຕິດຕັ້ງໄຟຟ້າແສງຕາເວັນ ໃຫ້ປະຊາຊົນບ້ານແດນສູງ ເມືອງພູຄູນແຂວງຫຼວງພະບາງ ຣາຊ ກຣຸບ ຮ່ວມກັບກົມອາຊີວະ ວິທະຍາໄລເຕັກນິກແບບປະສົມນ້ຳຖ້ວມ ແຂວງຫຼວງພະບາງ ກິດຈະກຳຄັ້ງນີ້ ມີການຕິດຕັ້ງໄຟຟ້າແສງຕາເວັນ ໃຫ້ປະຊາຊົນ ທັງໝົດ 33 ຄົວເຮືອນ 1 ຫ້ອງການປົກຄອງບ້ານ ແລະ 1 ສະໂມສອນບ້ານ ລວມມູນຄ່າ110.418.000 ກີບ.

error: Content is protected !!