ວັນທີ 8 ທັນວາ 2025 ທີ່ທຳນຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ພ້ອມທັງມອບສານຕາຕັ້ງໃຫ້ແກ່ທູດຂອງ ສປປ ລາວ ເພື່ອໄປປະຈຳຢູ່ຕ່າງປະເທດ.


ສໍາລັບທູດທີ່ເຂົ້າຢື່ນສານຕາຕັ້ງໃນຄັ້ງນີ້ປະກອບມີ: ທ່ານ ເຊຣເກ ວະລາດີມີໂຣວິຈ ເຊດສະກີ (H.E. Mr. Sergey Vladimirovich Zhestkii) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ເຊິ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ທ່ານ ອອງ ຊົວ ເກ (H.E. Mr. Ong Siew Gay)ເອກອັກ ຄະລັດຖະ ທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວຄົນໃໝ່ ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນນອກຈາກນີ້ ຍັງໄດ້ມອບສານໃຫ້ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ທີ່ຈະໄປປະຈຳຢູ່ຕ່າງປະເທດຄື: ທ່ານ ນາງ ວິທະຍາ ໄຊຍະວົງ ເອກອັກຄະລັດຖະທູດແຕ່ງ ຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ ແລະ ທ່ານ ທິບພະສອນ ແສງສຸຣິຍະ ເອກອັກຄະລັດຖະ ທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປເປັນເອກອັກຄະລັດຖະ ທູດປະຈຳ ສາທາລະນະລັດ ຟີລິບປິນ.

ໂອກາດນີ້ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບັນດາທູດ ທີ່ໄດ້ຮັບການແຕ່ງ ຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ແລະ ທູດລາວ ໄປປະຈຳຢູ່ຕ່າງປະເທດ ໃນຄັ້ງນີ້ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ສືບຕໍ່ໄດ້ຮັບການພັດທະ ນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງນຳກັນ ຈົນເຖິງ ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ການລົງທຶນ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນພ້ອມນີ້ ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ໄດ້ສະ ແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫຼືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ສະແດງຄວາມຫວັງວ່າ ທ່ານທູດທັງສອງ ຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໃນຂະນະດຽວກັນ ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອຸ່ນຂອງ ທ່ານ ປະທານປະເທດລາວ ໃນໂອ ກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ປະເທດຕົນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີບາດກ້າວອັນໃໝ່ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.