ໃນວັນທີ 8 ທັນວາ 2025 ຢູ່ທີ່ ຫ້ອງວ່າການ ນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ທ່ານ ພົຕ ສົມພອນ ມິດຕະພອນ ເລຂາພັກແຂວງຜົ້ງສາລີ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ຂອງຄະນະໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຮູ້ໂດຍຫຍໍ້ ກ່ຽວກັບ ການພັດທະນາເສດຖະກິດ ຂອງນະຄອນຫຼວງວຽງຈັນ ເຊີ່ງໃນປີ 2024 ການຂະຫຍາຍຕົວດ້ານເສດຖະກິດ ຢູ່ໃນລະດັບ 5,85% ປັດໄຈຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວແມ່ນຂະແຫນງອຸດສາຫະກໍາ ທີ່ພົ້ນເດັ່ນກວ່າຫມູ່ ສໍາລັບປີ 2025 ນີ້ ຄາດຄະເນວ່າ ເສດຖະກິດ ນະຄອນຫຼວງວຽງຈັນ ຈະຂະຫຍາຍ ຕົວໃນລະດັບ 6,6% ນອກຈາກນີ້ ນະຄອນຫຼວງວຽງຈັນ ຍັງມີເຂດເສດຖະກິດພິເສດ 6 ແຫ່ງຄື : ເຂດພັດທະນາກວມລວມໄຊເສດຖາ ເຂດເສດຖະກິດພິ ເສດບຶງທາດຫຼວງ ເຂດເສດຖະກິດພິເສດດົງໂພສີ ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ ແລະ ເຂດວຽງຈັນໂລຊິດຕິກ ເຂດອຸດສະຫະກຳ ການຄ້າ ໂນນທອງ.


ມາຮອດປັດຈຸບັນ ນະຄອນຫຼວງວຽງຈັນ ກໍາລັງກະກຽມຈັດຕັ້ງປະຕິບັດ ການຜັນຂະ ຫຍາຍກົດໝາຍການປົກ ຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ນີ້ ໂດຍສະເພາະ ການປົກຄອງຂັ້ນທ້ອງຖີ່ນຂອງ ສປປ ລາວ ແມ່ນມີສາມຂັ້ນ ນະຄອນຫຼວງ ເມືອງ ແລະ ຂັ້ນຕາແສງ ເປັນການປົກຄອງຂັ້ນຕໍ່າສຸດ ສ່ວນບ້ານແມ່ນການຈັດຕັ້ງຊຸມຊົນ ແລະ ຫຼາຍບ້ານປະກອບເປັນໜຶ່ງຕາແສງ. ໃນຕອນທ້າຍ ຄະ ນະຜູ້ແທນແຂວງ ຜົ້ງສາລີ ຍັງໄດ້ຢ້ຽມຊົມຫ້ອງວາງສະແດງຜັງເມືອງຂອງ ນະຄອນຫຼວງວຽງຈັນ ຕື່ມອີກ.


