ເຈົ້າໜ້າທີີ່ສະເພາະກິດລະດັບສູງ ຫາລືເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ

ກະຊວງອຸດສາຫະກໍາ ແລະ ການຄ້າໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າ ທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງຫາ 2024 ທີ່ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ ມີບັນດາເຈົ້າໜ້າທີີ່ສະເພາະກິດລະ ດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຕິມໍແລັດສເຕ (ໃນຖານະປະເທດສັງເກດການ) ພ້ອມດ້ວຍຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ີອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 (AEM) ທີ່ ສປປ ລາວ ຈະໄດ້ເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມໃນກາງເດືອນ ກັນຍາ 2024.

ກອງປະຊຸມຈະໄດ້ຮັບຊາບຄວາມຄືບໜ້າກ່ຽວກັບ ການຈັດຕັ້ງປະຕິບັດແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ ໃນນັ້ນ ປະກອບມີ 14 ຫົວຂໍ້ແຜນວຽກບູລິມະສິດ ທີ່ຢູພາຍໃຕ້ການຊີ້ນຳຂອງລັດທະມົນຕີເສດຖະກິດອາຊຽນ ພ້ອມນັ້ນ ກອງປະຊຸມຈະໄດ້ປຶກສາຫາລືຮ່າງບົດລາຍງານກ່ຽວກັບບົດສຶກສາບັນຫາທີ່ເກີດຂຶ້ນໃໝ່ໃນຂອບການຮ່ວມມືລະຫວ່າງອາຊຽນ +1 FTAs ແລະ ຈະໄດ້ພິຈາລະນາ ແລະ ປຶກສາຫາລື ເອກະສານອ້າງອີງ(TOR) ສໍາລັບການສ້າງຕັ້ງໜ່ວຍງານຂອງລັດຖະບານ ສໍາລັບຍຸດທະສາດກ່ຽວກັບຄວາມເປັນກາງດ້ານຄາບອນອາຊຽນ ກອງປະຊຸມ HLTF-EI ຄັ້ງນີ້ຈະໄດ້ຫາລືກັນຕື່ມກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດຄວາມເປັນກາງດ້ານຄາບອນອາຊຽນ.

ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການຈັດຕັ້ງປະຕິບັດລະບຽບການທີ່ດີ ຕິດພັນກັບລົດໄຟຟ້າ ແລະ ອຸດສາຫະກຳແບັດ​ເຕີ​ຣີ ແລະ ໃຫ້ທິດຊີ້ນໍາກ່ຽວກັບບັນຫາດັ່ງກ່າວ ທັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການພັດທະນາແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ  ປີ 2026-2030 ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າການເຮັດສຶກສາແຜນປະຊາຄົມເສດຖະກິດອາຊຽນ ແລະ ເອກະສານອ້າງອີງ TOR ຂອງໜ່ວຍງານດ້ານວິຊາການຫຼັງປີ 2025 HLTF-EI ໄດ້ຮັບຟັງການລາຍງານຄວາມຄືບໜ້າ ການທົບທວນຄືນທ້າຍສະໃໝຂອງ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນປີ 2025 ພ້ອມທັງຮັບຟັງການລາຍງານການກະກຽມເປັນປະທານອາຊຽນຂອງປະເທດ ມາເລເຊຍໃນປີ 2025.

ນອກຈາກນັ້ນ ກອງປະຊຸມຍັງໄດ້ປຶສາຫາລືບັນຫາອື່ນໆ ທີ່ຕິດພັນໃນຂົງເຂດເສດຖະກິດອາຊຽນ ເຊັ່ນ: ເສດຖະກິດສີຟ້າ ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບ ການຈັດຕັ້ງປະຕິບັດຂອບວຽກກ່ຽວກັບເສດຖະກິດສີຟ້າ ລວມທັງ ກອງປະຊຸມໜ່ວຍງານປະສານງານສະເພາະກິດກ່ຽວກັບເສດ ຖະກິດສີຟ້າຄັ້ງທີໜຶ່ງ ແລະ ກອງປະຊຸມເສດຖະກິດສີຟ້າອາຊຽນຄັ້ງທີສອງ ນອກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຕິດຕາມຖະແຫຼງການ ແຜນຍຸດທະສາດຂອງການນໍາລະດັບສູງອາຊຽນເຊິ່ງເປັນສູນກາງຂອງການຂະຫຍາຍຕົວ ແລະ ຈະສຸມໃສ່ ການຫຼຸດຮອຍຕໍ່ຂອງ ການເຊື່ອມຈອດ ເພື່ອສົ່ງເສີມການແລກປ່ຽນສະຫວ່າງ ຄົນກັບຄົນ ການຄ້າ ແລະ ການລົງທຶນໃນພາກພື້ນ ເຊິ່ງເປັນພາກສ່ວນໜຶ່ງຂອງວາລະການເຊື່ອມຈອດອາຊຽນຫຼັງປີ 2025.

ໃນວາລະສຸດທ້າຍ ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການກະກຽມຈັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈະຈັດຂຶ້ນໃນ ວັນທີ 16-17 ເດືອນ ກັນຍາ ປີ 2024.

error: Content is protected !!