ຊາວໜຸ່ມ ເມືອງໄຊເສດຖາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຕົນ

    ກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງໄຊເສດຖາ ຄັ້ງທີ X ຈັດຂຶ້ນວັນທີ 9 ສິງຫາ 2024 ທີ່ເມືອງດັ່ງກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ  ໄຊຍະເດດ  ທາດາວົງ ເລຂາຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ມີສະຫາຍ ນາງ ວິໄລວອນ ຈັນທະລາຕີ ກຳມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ ສະຫາຍ ຫຸມແພງ ສີສົມບັດ ເລຂາຊາວໜຸ່ມ ນວ ພ້ອມດ້ວຍ ອົງການຈັດຕັ້ງມະຫາຊົນ  ບັນດາສະຫາຍສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງໄຊເສດຖາ

ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງລາຍການເມືອງທັງສອງພາກຢ່າງກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນ ສະແດງອອກໃນໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປຸກລະດົມສະມາຊິກຂອງຕົນຕັ້ງ   ໜ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ ປະຕິບັດລະບຽບກົດໝາຍຂອງລັດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດເຊັ່ນ: ມະຕິຄໍາສັ່ງ ແຈ້ງການ ລະບຽບການຕ່າງໆ ມາເຊື່ອມຊຶມໃຫ້ສະມາຊິກພາຍໃນເມືອງຂອງຕົນ ເຕົ້າໂຮມປຸກລະດົມສະມາຊິກຊາວໜຸ່ມເພື່ອປະກອບສ່ວນເຂົ້າໃນວຽກງານການເຄື່ອນໄຫວຊ່ວຍເຫຼືອສັງຄົມຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ວຽກງານກວດກາເປັນໜ້າທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານ ແລະ ປະກອບສ່ວນວຽກງານຂະບວນການຂອງໜ່ວຍຊາວໜຸ່ມຢ່າງຫ້າວຫັນ ແລະ ກວ້າງຂວາງ ໂດຍສະເພາະ ແມ່ນຂະບວນການແຂ່ງຂັນ 4 ບຸກ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ກາຍເປັນສະມາຊິກຊາວໜຸ່ມດີເດັ່ນ.

    ຕະຫຼອດໄລຍະຜ່ານມາໄດ້ມີບຸກຄົນ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາ ວັດຖຸອຸປະກອນ ແລະ ງົບປະມານເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນທັນວາ ຈຶ່ງມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍຈາກການນໍາພັກເມືອງ ຂັ້ນນະຄອນຫຼວງ ສູນກາງຊາວໜຸ່ມໃນຂະບວນການຕ່າງໆ ຈົນໄດ້ຮັບການຍ້ອງຍໍປະເພດຕ່າງໆ ເຊັ່ນ: ສະມາຊິກຊາວໜຸ່ມປະເພດດີໄດ້ 4.289 ສະຫາຍ ຍິງ 2.365 ສະຫາຍ ປະເພດກາງໄດ້ 2.156 ສະຫາຍ ຍິງ 1.521 ສະຫາຍ ໄດ້ຮັບຫຼຽນໄຊ ຊັ້ນ II ຈຳນວນ 45 ສະຫາຍ ໄດ້ຮັບຫຼຽນໄຊຊັ້ນ III ຈຳນວນ 161 ສະຫາຍ ໄດ້ຮັບຫຼຽນກາແຮງງານ ຈຳນວນ  326 ສະຫາຍ ໄດ້ຮັບຫຼຽນຊາວໜຸ່ມກາລະນຶກ 65 ປີ 7 ສະຫາຍ ໄດ້ຮັບຫຼຽນແນວລາວສ້າງຊາດ ຄົບຮອບ 70 ປີ 3 ສະຫາຍ ໄດ້ຮັບໃບຍ້ອງຍໍລັດຖະບານ 4.214 ສະຫາຍ ໄດ້ຮັບໃບຍ້ອງຍໍຂັ້ນສູນກາງຊາວໜຸ່ມ  2.217 ສະຫາຍ ໄດ້ຮັບໃບຍ້ອງຍໍຊາວໜຸ່ມຂັ້ນນະຄອນຫຼວງ 6.298 ສະຫາຍ ໄດ້ຮັບໃບຍ້ອງຍໍຂັ້ນເມືອງ  461 ສະຫາຍ ໄດ້ຮັບໃບຢັ້ງຢືນ 4 ບຸກ 181 ໃບ ແລະ ທຸງໄຊນໍາໜ້າ 4 ບຸກ ຈໍານວນ 2 ຜືນ.

    ກອງປະຊຸມໃຫຍ່ ໄດ້ພ້ອມກັນປ່ອນບັດເອົາ ຄະນະບໍລິຫານ ງານຊາວໜຸ່ມຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕຖືກຕ້ອງ ແລະ ສອດຄ່ອງກັບ ມາດຖານ ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 27 ສະຫາຍ ຍິງ 7 ສະຫາຍ ແລະ ເລືອກເອົາ 25 ສະຫາຍ ໃນກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງໄຊເສດຖາ ເປັນຄະນະ ປະຈຳ 9 ສະຫາຍ ຍິງ 2 ສະຫາຍ ໄດ້ເລືອກເອົາສະຫາຍ ໄຊຍະເດດ ທາດາວົງ ເປັນເລຂາ ສະຫາຍ ພູວິໃສ ສີສຸພັນທອງ ເປັນຮອງເລຂາ ສະຫາຍນາງ ແຕັບ ຫຼວງຜ່ານ ເປັນຮອງເລຂາ ທັງເປັນປະທານກວດກາ ສະຫາຍ ພອນໄຊ ສີສະຫວັດ ແລະ ສະຫາຍ ວິໂນດ ພົມດວງສີ ເປັນຄະນະ.     ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງສະຫາຍເຂຂາຊາວໜຸ່ມ ນວ ແລະ ສະຫາຍ ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ ເຊິ່ງທັງສອງສະຫາຍ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນ ງານທີ່ຍາດມາໄດ້ຜ່ານມາ ພ້ອມຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍຮັກສາມູນເຊື້ອ ແລະ ຜົນງານ ໃຫ້ສາມາດ ຍາດແຍ່ງຜົນງານໃຫ້ໄດ້ຫຼາຍກວ່າເກົ່າ ອີກທັງໄດ້ຍົກໃຫ້ເຫັນເຖິງ ສິດໜ້າທີ່ພັນທະຂອງຊາວໜຸ່ມ ທີ່ເປັນແຂວນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ແລະ ສິດໜ້າທີ່ພັນທະຂອງສະມາຊິກຊາວໜຸ່ມ ເຍົາວະ ຊົນ ຄົນຮູ່ນໃໝ່ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຕິດພັນກັບໜ້າທີ່ວິຊາສະເພາະຂອງຕົນ ຮັບປະກັນວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດຜົນຕາມລະດັບຄາດໝາຍ.

error: Content is protected !!