ທີມສື່ມວນຊົນລາວ ນໍາສະເໝີ ທີມບານເຕະເບຍລາວ ບໍ່ມີໃຜຍອມໃຜ ຢຸດໄວ້ທີ່ 6-6 ປະຕູ

ການແຂ່ງຂັນເຕະບານນັດພິເສດມິດຕະພາບໃນໂອກາດສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ(ວັນທີ13 ສິງຫາ 1950 ຫາ ວັນທີ 13 ສິງຫາ 2024) ຈັດຂຶ້ນໃນວັນທີ 9 ສິງຫາ 2024 ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ເຂົ້າຮ່ວມໃນກິດຈະກໍາຄັ້ງນີ້ມີ ທ່ານ ໂພສີ ແກ້ວມະນິວົງ ຮອງລັດຖະມົນຕີ ກະ ຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳເພື່ອອົງກອນ ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວ ຂ້ອງ ຜູ້ອຳນວຍການສະຖາບັນສື່ມວນຊົນພາກສ່ວນຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ ແລະ ມ່ວນຊື່ນ.

ເຕະບານນັດພິເສດເພື່ອມິດຕະພາບ ດຳ ເນີນໄປດ້ວຍບັນ ຍາກາດຄຶກຄື້ນ ແລະ ມ່ວນຊື່ນ ທັງສອງທີມໃຊ້ຄວາມ ສາ ມາດ ທັງເຕັກນິກ ແລະ ທັກສະແຂ່ງຂັນກັນຢ່າງສູສີ ຜັດປ່ຽນກັນຍິງປະຕູຂຶ້ນນຳ ເວົ້າໄດ້ວ່າແບບບໍ່ມີໃຜຍອມໃຜເລີຍກໍວ່າໄດ້.

ສໍາລັບຜົນການແຂ່ງຂັນທີມບານເຕະສື່ມວນຊົນໄລ່ຕີສະ ເໝີ ທີມບານເຕະ ບໍລິສັດ ເບຍລາວ ຈຳກັດ ໄປແບບສຸດມ່ວນສຸດມັນ ຈົບເກມ 6 ປະຕູຕໍ່ 6. ນັກກີລາທັງສອງທີມເອົາໄວ້ແກ້ມືໃນປີໜ້າຄົບຮອບ75ປີ ພ້ອມໄປລຸ້ນກັນວ່າ ນັດລ້າງຕາປີຫນ້າທີມໃດຈະຊະນະ.

ຢ່າງໃນກໍຕາມການແຂ່ງຂັນຄັ້ງນີ້ ນອກຈາກສ້າງຂະບວນ ການໃນວັນສື່ມວນຊົນ ແລະ ພິມຈໍາໜ່າຍແລ້ວ ຍັງເປັນການພົບປະ ແລກປ່ຽນ ເພື່ອຫັດແໜ້ນຄວາສາມັກຄີມິດຕະພາບ ລະຫວ່າງ ສື່ມວນຊົນ ແລະ ພິມຈໍາໜ່າຍກັບບໍລິສັດເບຍລາວ ຕື່ມອີກ.

#ວຽງ​ຈັນ​ໃໝ່

#ວັນສື່ມວນຊົນແລະການພິມຈຳໜ່າຍ74ປີ

ຂຽນໂດຍ: ຈັນສະໝອນ ວົງສົດ

ພາບ:ບໍລິສັດເບຍລາວ

ພາບມູມສູງ:ອຸໄທລັດ ວິໄທ

error: Content is protected !!