ສຕສ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ (UNITEL) ຮ່ວມມືພັດທະນາຍົກລະດັບຄຸນນະພາບການສິດສອນ ແລະ ຫຼັກສູດ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ກະຊວງເຕັກໂນໂລຊີ ແລະ ການສື່ສານ​ (ກຕສ) ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ (UNITEL) ຈັດຂຶ້ນວັນທີ 9 ສິງຫາ 2024 ທີ່ສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

    ໃນພິທີ ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການເຊັນບົດບັນທຶກໃນຄັ້ງນີ້ ເພື່ອເສີມຂະຫຍາຍການຮ່ວມມືໃນການພັດສະນາຍົກລະດັບຄຸນນະພາບການສິດສອນ ແລະ ຫຼັກສູດ ໃຫ້ມີລັກສະນະຕົວຈິງ ເປັນທີ່ຕ້ອງການຂອງສັງຄົມ ແລະ ແກ້ໄຂບັນຫາທີ່ພົບພໍ້ໃນວຽກງານໄດ້ຢ່າງມີປະສິດທິພາບ ເພື່ອການຮັບປະກັນແລກປ່ຽນວິຊາການເຂົ້າຊ່ວຍໃນການປັບປຸງຫຼັກສູດພາກປະຕິບັດຕົວຈິງ ການລົງຕົວຈິງໃນສະຖາທີ່ເຮັດວຽກ ການຮ່ວມມືກັນສ້າງແຜນພັດທະນາບຸກຄະລາກອນຄູ-ອາຈານ ສ້າງຄວາມເຂັ້ມໃຫ້ນັກສຶກສາຈົບແລ້ວ ສາມາດດໍາເນີນວຽກໄດ້ຢ່າງເປັນລະບົບຕາມຄວາມຕ້ອງການຂອງຕະຫຼອດແຮງງານ ແລະ ຮ່ວມກັນຈັດງານນໍາສະເໜີຜະລິດຕະພັນໃໝ່ໆໃນງານເປີດໂຕສະຖາບັນທຸກໆປີ ການຮ່ວມມືໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນທັງດ້ານການພັດທະນາຕໍ່ຍອດ ແລະ ເສີມຂະຫຍາຍເຄືອຂ່າຍການຮ່ວມມືທີ່ເປັນຮູບປະທໍາ ສອດຄ່ອງກັບທິດທາງ ວິໄສທັດ ແຜນຍຸດທະສາດ ການຫັນເປັນດິຈິຕອນ ເຊິ່ງວຽກງານກໍ່ສ້າງບຸກຄະລາກອນແບບອັນສໍາຄັນພື້ນຖານ ແລະ ໃຈກາງຂອງການຫັນປ່ຽນທາງດ້ານເຕັກນິກ ນະໂຍບາຍ ແລະ ແນວທາງ ໃຫ້ກ້າວໜ້າໃນທ່ວງທ່າທີ່ໝັ້ນຄົງ ເຂັ້ມແຂງ ກຸ້ມຕົນເອງ ແລະ ສ້າງແຮງງານລາວຍົກລະດັບຂີດຈໍາກັດໃຫ້ຂຶ້ນສູ່ເວທີສາກົນ.

ພ້ອມນັ້ນ ທ່ານ ຫງຽນ ຮວງ ມິງ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຍັງໄດ້ກ່າວໃຫ້ເຫັນຜົນງານໃນໄລຍະຜ່ານມາຂອງບໍລິສັດ ຕໍ່ພິທີຊາບ.    

ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າຝ່າຍສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລົງນາມໂດຍ ທ່ານ ປອ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າ ສຕສ ແລະ ຕ່າງໜ້າຝ່າຍ ບໍລິສັດ ສະຕາໂທລະຄົມ ຈໍາກັດ ລົງນາມໂດຍ ທ່ານ ຫງຽນ ຮວງ ມິງ ຮອງຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈໍາກັດ ໂດຍມີ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການ ກົມສູນ ສະຖາບັນ ແລະ ອົງການ ພາຍໃນ ກຕສ ເຂົ້າຮ່ວມເປັນສັກຄີພິຍານ.

error: Content is protected !!