ສອງພາກສ່ວນມອບເງິນປະກອບສ່ວນພັດທະນາຍົກລະດັບໂຮງມັດທະຍົມສົມບູນນາຄວາຍ


ວັນທີ 7 ສິງຫາ 2024 ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ທະນາຄານພັດທະນາລາວ ແລະ ບໍລິສັດ Best telecom ມອບເງິນເພື່ອປະກອບສ່ວນພັດທະນາຍົກລະດັບໂຮງມັດທະຍົມສຶກສາສົມບູນນາຄວາຍ ເມືອງໄຊເສດຖາ ນວ ມອບໂດຍທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານທະນາຄານພັດທະນາລາວ ແລະ ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ Best telecom ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ການມອບເງິນຄັ້ງນີ້ທະນາຄານພັດທະນາລາວມອບ 400.000.000 ແລະ ບໍລິສັດ Best telecom ມອບ 200.000.000 ກີບ ເງິນຈຳນວນດັງກ່າວແມ່ນຈະປະກອບສ່ວນໃນການພັດທະນາຍົກລະດັບໂຮງມັດທະຍົມສົມສຶກສາບູນນາຄວາຍ ເມືອງໄຊເສດຖາ ນວ ໃຫ້ເປັນລະບົບຄົບຊຸດ ກວ້າງຂວາງສາມາດຮອງຮັບນັກຮຽນໄດ້ຫຼາຍຂຶ້ນ ເນື່ອງຈາກວ່າໂຮງຮຽນແຫ່ງນີ້ສ້າງຕັ້ງ ມາດົນນານມີການເກົ່າແກ່ ຊຸດໂຊມ ສະນັ້ນຈຳເປັນຕ້ອງໄດ້ພັດທະນາຄືນໃໝ່ ທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ລູກຫຼານນັກຮຽນບໍລິເວນບ້ານອ້ອມຂ້າງ.


ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈມາຍັງສອງພາກສ່ວນດັ່ງກ່າວທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນໃນວຽກງານການສຶກສາ ເຊິ່ງການປະກອບສ່ວນຄັ້ງນີ້ຈະເປັນທຶນສຳຄັນໃນການສ້າງໂຮງຮຽນໃຫ້ໄດ້ມາດຕະຖານພ້ອມສິ່ງອຳນວຍຄວາມສະດວກຕ່າງໆ ແລະ ເປັນການຍົກລະດັບດ້ານຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນໃຫ້ມີປະສິດທິພາບຫຼາຍຂຶ້ນ.

error: Content is protected !!