ຈັດພິທີເອົາທຸງຊາດແຫ່ງ ສປປ ລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະເຫຼີມສະຫຼອງວັນເຂົ້າເປັນສະມາຊິກອາຊຽນຄົບຮອບ 27 ປີ

ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດແຫ່ງ ສປປ ລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 27 ປີ ທີ່ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2024) ແລະ ວັນຄົບຮອບ 57 ປີແຫ່ງ ການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2024) ໃນວັນທີ 8 ສິງຫາ 2024 ທີ່ກະ ຊວງການຕ່າງປະເທດ ໂດຍ​ການ​ເຂົ້າ​ຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາລັດຖະ ມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ ບັນດາຮອງລັດຖະມົນຕີ ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນປະຈໍາ ສປປ ລາວ ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມໝາຍສໍາຄັນຂອງອາຊຽນ ກໍຄື ຜົນສໍາເລັດດ້ານຕ່າງໆທີ່ອາຊຽນຍາດມາໄດ້ຕະຫລອດໄລຍະ 57 ປີຜ່ານມາໂດຍສະເພາະການຮ່ວມມືພາຍໃນອາຊຽນ ແລະ ເປີດກວ້າງການຮ່ວມມືກັບພາຍນອກໂດຍອາຊຽນເປັນແກນກາງທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາຈົນກາຍເປັນປະຊາຄົມອາຊຽນໃນປັດຈຸບັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ກໍຄື ໃນໂລກ ພ້ອມດຽວ ກັນນີ້ທ່ານ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງ ຂອງ ສປປ ລາວ ໃນວຽກງານອາຊຽນຕະຫຼອດໄລຍະ 27 ປີ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ 2 ຄັ້ງ ຜ່ານມາແລ້ວ ແລະ ໃນປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງມີຄວາມສອດຄ່ອງກັບນະໂຍບາຍ ແລະ ເປົ້າ ໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍ ແດນຕິດຈອດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ.

ນອກຈາກນີ້ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະຊວງຂະແຫນງການ ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວປະເທດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອາຊຽນໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມ ມືພາຍນອກ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນທີ່ໃຫ້ການຮ່ວມມື ສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

error: Content is protected !!