ກະກຽມສ້າງຕໍາລາເຝິກອົບຮົມວຽກງານການພັດທະນາສີຂຽວໃຫ້ແກ່ສື່ມວນຊົນລາວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ອົງ​ການ​ແຄ​ຣ໌​ນາ​ນາ​ຊາດ ຈັດ​ກອງ​ປະ​ຊຸມ​ເກັບ​ກຳ​ຂໍ້​ມູນ​ປະ​ເມີນ​ຄວາມ​ຕ້ອງ​ການ ການ​ເຝິກ​ອົບ​ຮົມ​ຂອງ​ນັກ​ຂ່າວພາຍ​ໃຕ້ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດ ທະນາສີຂຽວໃນ ສປປ ລາວ (GAMCIL) ຂຶ້ນທີ່ພະແນກ ຖວທ ນະຄອນຫຼວງວຽງຈັນ ໃນວັນທີ 7 ສິງຫາ 2024 ມີ ທ່ານ ສີ​ພາ ນົງ​ລາດ ຮອງ​ປະ​ທານສະມາຄົມນັກຂ່າວແຫ່ງ ສປປ ລາວ​ ທ່ານ ທອງຫຼໍ່ ດວງສະຫວັນ ຄະນະສະມາຄົມນັກຂາວແຫ່ງ ສປປ ລາວ ຫົວໜ້າໂຄງການ GAMCIL ຜູ້ອຳນວຍການໜັງສືພິມພາສາຕ່າງປະເທດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ ໂຄງ​ການ​ດັ່ງ​ກ່າ​ວ​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດ​ຍ​ສະ​ຫະ​ພາບ​ເອີ​ຣົບ.


ທ່ານ ທອງຫຼໍ່ ດວງສະຫວັນ ກ່າວວ່າ ຈຸດປະສົງຂອງການມາເກັບກຳຂໍ້ມູນຄັ້ງນີ້ເພື່ອປະເມີນຄວາມຕ້ອງການດ້ານການເຝິກອົບຮົມຂອງນັກຂ່າວ ເພື່ອສະໜອງຂໍ້ມູນເຂົ້າໃນການພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງໃນການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນໃນໄລຍະໃໝ່ ເພາະວ່າຍຸກໃໝ່ແຫ່ງດີຈີຕອນຕ້ອງມີການປັບຫຼັກສູດການເຝິກອົບ ຮົມວຽກງານສື່ມວນຊົນໃຫ້ທັນຍຸກຂອງດີຈີຕອນດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດສື່ໃຫ້ມີຄວາມວ່ອງໄວ ກະທັດຮັດ ຂໍ້ມູນຂ່າວສານຄົບຖ້ວນ ໂດຍສະເພາະວຽກງານການພັດທະນາສີຂຽວ ຍືນຍົງໃນ ສປປ ລາວ ເພື່ອນຳສະ ເໜີໃຫ້ສັງຄົມໃນຂອບເຂດທົ່ວປະເທດຮັບຮູ້ ແລະ ເຂົ້າໃຈ ມີສ່ວນຮ່ວມໃນກພັດທະນາສີຂຽວຍືນຍົງ.


ຜ່ານການປະເມີນໄລຍະຜ່ານມາເຫັນວ່າການພັດທະນາເຕັກໂນໂລຊີທີ່ທັນສະໄໝຂອງສັງຄົມລາວຍັງບໍ່ສູງເທົ່າທີຄວນ ຖ້າທຽບໃສ່ປະເທດທີ່ພັດທະນາແລ້ວ ແຕ່ພວກເຮົາສາມາດນຳໃຊ້ເຕັກໂລໂຊີທີ່ທັນສະໄໝໄດ້ຜ່ານໂທລະສັບມືຖືຕ່າງໆ ເຖິງແມ່ນວ່າ ສປປ ລາວບໍ່ແມ່ນຜູ້ພັດທະນາເຕັກໂນໂລຊີແຕ່ສາມາດນຳໃຊ້ເຕັກໂນໂລຊີໄດ້ແຕ່ການນຳໃຊ້ຕ້ອງຮຽນຮູ້ດ້ານດີ ດ້ານອ່ອນ ເລືອກໃຊ້ສິ່ງທີ່ສອດຄ່ອງກັບສະພາບແວດລ້ອມຂອງປະເທດນັ້ນໆຈຶ່ງຈະເກີດປະໂຫຍດໃນການນຳໃຊ້.

ໃນຍຸກແຫ່ງດີຈີຕອນບັນດາສື່ມວນຊົນທີ່ມີພາລະບົດບາດໃນການກະຈາຍຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ແກ່ສັງຄົມ ດັ່ງນັ້ນຕ້ອງໄດ້ຮຽນຮູ້ຢູ່ເລື້ອຍໆໃຫ້ທັນຍຸກທັນສະໄໝ ສາມາດໄຈ້ແຍກສິ່ງທີ່ຖືກຫຼື ຜິດ ເພື່ອເປັນບົດຮຽນໃນນຳສະເໜີໃຫ້ສັງຄົມຮັບຮູ້ພາຍໃຕ້ການປະຕິບັດກົດໝາຍຂອງສື່ມວນຊົນທີ່ກຳນົດໄວ້ ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈໃນການພັດປະກອບສ່ວນພັດທະນາປະເທດຊາດຫຼາຍຂຶ້ນ.

error: Content is protected !!