ປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສດລ ຊຸດໃໝ່

ພິທີປະກາດການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກີລາດຶງ ເຊືອກແຫ່ງຊາດລາວ (ສດລ) ສົກປີ 2024-2028 ຈັດຂຶ້ນໃນວັນທີ 6 ສິງຫາ 2024 ຢູ່ ມສ ວຽງຈັນ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດ ຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຜູ້ຕາງໜ້າຈາກກົມກີລາລະດັບສູງ ກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ຄະນະບໍລິຫານງານ ສດລ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ອຸໄທ ບັນນະວົງ ຮອງປະທານ ສດລ ກ່າວວ່າ: ສດລ ເປັນສະຫະພັນໜຶ່ງທີ່ຂຶ້ນກັບ ກົມກີລາລະດັບສູງ ກະ ຊວງສຶກສາທິການ ແລະ ກີລາ ໃນຄະນະບໍລິຫານງານ ສດລ ປະກອບມີ 13 ທ່ານ ນັບແຕ່ມື້ແຕ່ງຕັ້ງຄະນະບໍລິຫານງານ ຊຸດໃໝ່ ວັນທີ 21 ມິຖຸນາ 2016 ໄດ້ມີການຊີນໍາ-ນໍາພາຄູເຝິກ ແລະ ນັກກີລາດຶງເຊືອກ ເຂົ້າຮ່ວມເຄື່ອນໄຫວກິດຈະກໍາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນໄດ້ຈັດເຝິກອົບຮົມ ໃຫ້ແກ່ຄະນະບໍລິຫານງານສະຫະພັນ ແລະ ຄູເຝິກ ຈໍາ ນວນ 3 ຄັ້ງ ຢູ່ວິທະຍາໄລເຕັກນິກວິຊາຊີບ ມິດຕະພາບວຽງຈັນ-ຮ່າໂນ້ຍ ໂຮງຮຽນ ມສ ວຽງຈັນ ແລະ ວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ ນອກຈາກນີ້ ຍັງໄດ້ຈັດແຂ່ງຂັນດຶງເຊືອກພາຍໃນປະເທດ ແລະ ສົ່ງນັກກີລາ ທັງຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນ ແລະ ອາຊີ ອີກດ້ວຍ.

ຢ່າງໃດກໍດີ ເພື່ອເຮັດໃຫ້ກີລາດຶງເຊືອກໄດ້ມີການເຄື່ອນໄຫວເປັນປົກກະຕິ ແລະ ກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ກຽມຄວາມພ້ອມຈັດການແຂ່ງຂັນກີລາດຶງເຊືອກລະດັບຕ່າງໆພາຍໃນປະເທດ ນໍາພານັກກີລາທີມຊາດເຂົ້າຮ່ວມແຂ່ງຂັນ ໃນງານກີລາສາກົນທີ່ບັນດາປະເທດໃກ້ຄຽງຈັດຂຶ້ນ ແລະ ງານມະຫະກໍາກີລາຊີເກມ ເອຊຽນເກມ ໃນຕໍ່ໜ້າ ສະນັ້ນ ສດລ ຈຶ່ງມີແຜນການປີ 2024-2028 ຄື:ຈັດເຝິກອົບ ຮົມໃຫ້ຄູເຝິກ ຄະນະບໍລິຫານງານສະຫະພັນ ໃນຂອບເຂດທົ່ວປະເທດ ໃຫ້ສໍາເລັດໃນຕົ້ນປີ 2025 ຈັດພິມປື້ມກ່ຽວກັບກົດລະບຽບ ແລະ ກະຕິກາດຶງເຊືອກສາກົນ ຈັດການແຂ່ງຂັນສາທິດກີລາດຶງເຊືອກສາກົນ ຢູ່ນະຄອນຫຼວງວຽງຈັນ ຊຸກຍູ້ໃຫ້ບັນດາແຂວງ-ນະຄອນຫຼວງ ໄດ້ຈັດຕັ້ງສະຫະພັນກີລາດຶງເຊືອກຂອງຕົນເອງ ແລະ ເຂົ້າຮ່ວມແຂ່ງຂັນຢ່າງເປັນປະຈໍາ ພ້ອມທັງສະເໝີຂັ້ນເທິງ ໃນການບັນຈຸກີລາດຶງເຊືອກ ເຂົ້າໃນງານມະຫະກໍາກີລາແຫ່ງຊາດ ໃນປີ 2025.

ສໍາລັບຄະນະບໍລິຫານງານ ສດລ ຊຸດໃໝ່ ປະກອບມີ:ຄະນະປະທານກິດຕິມະສັກ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານບໍລິສັດ ເອັດເອັມຈີ ກຣຸບ ຈໍາກັດຜູ້ດຽວ ສ່ວນສະຫະພັນ ຊຸດໃໝ່ ມີ 12 ທ່ານ ຄື:ທ່ານ ອາລຸນແກ້ວ ກິດຕິຄຸນ ອາດີດລັດຖະມົນຕີ ປະຈໍາສໍານັກນາຍົກລັດຖະ ມົນຕີ ເປັນປະທານ ທ່ານ ອຸໄທ ບັນນະວົງ ຮອງຜູ້ອໍານວຍການສະຖາບັນອາຊີວະສຶກສາ ເປັນຮອງປະທານ ແລະ ເລ ຂາທິ ການ ທ່ານ ໄຕລັດ ຕັ້ງຈິດພຸດທະພົງ ຜູ້ອໍານວຍການບໍລິສັັດ ບີພີ ຄອມພິວເຕີ ແລະ ທ່ານ ສີສະອາດ ນຶມອາສາ ຮອງຜູ້ອໍານວຍການທະນາຄານສົ່ງເສີມກະສິກໍາ ເປັນຮອງປະທານ ພ້ອມດ້ວຍຄະນະ ອີກ 8 ທ່ານ.

ໃນຕອນທ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະບໍລິ ຫານງານ ສດລ ຊຸດເກົ່າ ພ້ອມທັງເນັ້ນໜັກຫຼາຍຈຸດສໍາຄັນ ໃຫ້ຄະນະບໍລິຫານງານ ສດລ ຊຸດໃໝ່ ເອົາ ໃຈໃສ່ສືບຕໍ່ໃນການປັບປຸງ ແລະ ພັດທະນາ ເພື່ອເຮັດໃຫ້ກີລາດຶງເຊືອກ ກາຍເປັນກີລາມວນຊົນ ໄດ້ຮັບຄວາມນິຍົມສູງໃນສັງຄົມ ແລະ ສາມາດຍາດແຍ່ງເອົາຫຼຽນລາງວັນ ໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.    

error: Content is protected !!