ຫາລືຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1

ກອງປະຊຸມປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ໃນຮູບແບບທາງໄກ ຈັດ​ຂຶ້ນວັນທີ 5 ສິງຫາ 2024 ທີ່ສະພາແຫ່ງຊາດ ​ມີ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ  ເລຂາທິການໃຫຍ່ໄອປາ ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດ ໃນຖານະເປັນປະທານກອງປະຊຸມຄະນະສະມາຊິກລັດຖະສະພາໜຸ່ມໄອປາ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໜຸ່ມໄອປາຈາກບັນ ດາລັດຖະສະພາອາຊຽນ ແລະ 3 ອົງການຈັດຕັ້ງພາກພື້ນຄື: ເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມຊາວໜຸ່ມອາຊຽນ ຕາງໜ້າຈາກມູນນິທິອາຊຽນ ແລະ ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມ 30 ທ່ານ.

ໃນພິທີເປີດ ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນເນັ້ນວ່າ: ຊາວໜຸ່ມເປັນກຳລັງແຮງທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ ສັງຄົມ ແລະ ການເມືອງຢູ່ພາກພື້ນອາຊຽນ ກໍຄືໃນທົ່ວໂລກ ໄດ້ຕີລາຄາສູງຕໍ່ບົດບາດຂອງຊາວໜຸ່ມທີ່ ມີສ່ວນຮ່ວມກໍານົດວິໄສທັດ ນະໂຍບາຍ ແລະ ການວາງຍຸດທະສາດ ເພື່ອຮັບມືກັບສິ່ງທ້າທາຍໃນອະນາຄົດ ແລະ ປະກອບສ່ວນຢ່າງຫ້າວຫັນ ແລະ ສໍາຄັນໃນການຈັດຕັ້ງປະ ຕິບັດວິໄສທັດການສ້າງປະຊາຄົມອາຊຽນ 2025 ແລະ ເປົ້າໝາຍການພັດ ທະນາແບບຍືນຍົງຂອງສະຫະປະຊາຊາດ 2030 ທ່ານຮອງປະທານສະພາແຫ່ງຊາດ ໃນນາມຕາງໜ້າສະພາແຫ່ງຊາດລາວ ແລະ ປະທານໄອປາ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະມາຊິກລັດຖະສະພາໜຸ່ມລາວທີ່ໄດ້ປະສານສົມທົບກັບກອງເລຂາໄອປາ ກະກຽມຫົວຂໍ້ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໃນປີນີ້ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວ ໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ ເຂັ້ມແຂງ ແລະ ກວມລວມ ເຊິ່ງເປັນການສົ່ງເສີມໃຫ້ຊາວໜຸ່ມມີສ່ວນຮ່ວມຫຼາຍຂຶ້ນໃນການສ້າງປະຊາຄົມອາຊຽນ ທັງສອດຄ່ອງກັບຫົວຂໍ້ກອງປະຊຸມໃຫຍ່ໄອປາ ແລະ ຫົວຂໍ້ການເປັນປະທານອາຊຽນຂອງລາວໃນປີນີ້.

ໃນນາມຕາງໜ້າປະທານໄອປາທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ກອງປະຊຸມແຕ່ງຕັ້ງທ່ານ ພອນສານ ວິໄລເມັ້ງ ເປັນປະທານກອງປະຊຸມຄະນະສະມາຊິກລັດຖະສະພາໜຸ່ມໄອປາ ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດຈາກຕາງໜ້າຄະນະສະມາຊິກສະພາແຫ່ງຊາດໜຸ່ມລາວໃນຫົວຂໍ້“ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວ ໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ ເຂັ້ມແຂງ ແລະ ກວມລວມ” ສະເໜີໂດຍທ່ານ ຄໍາປະສິດ ເທບວົງສາ ຮອງປະທານຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຈາກນັ້ນໄດ້ມີການປະກອບຄຳເຫັນຈາກທ່ານ ທອງລີ ສີສຸລິດ ຮອງເລ ຂາຄະນະບໍລິຫານງານສູນຊາວໜຸ່ມປະຊາຊົນປະຕິວັດລາວ ຕາງໜ້າເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມຊາວໜຸ່ມອາຊຽນ ແລະ ຕາງໜ້າຈາກມູນນິທິອາຊຽນ ຮັບຟັງຄຳຄິດເຫັນ ແລະ ຄຳແນະນຳທີ່ກ່ຽວຂ້ອງຕໍ່ກັບຫົວຂໍ້ຂອງ YPA ຈາກຜູ້ຕາງໜ້າສະມາຊິກລັດຖະສະພາໜຸ່ມຈາກປະເທດບຣູໄນ ກຳປູເຈຍ ອິນໂດເນເຊຍ ມາເລເຊຍ ຟີລິບປິນ ສິງກະໂປ ໄທ ແລະ ຫວຽດນາມຕາມລໍາດັບ ພ້ອມທັງຮັບຟັງບົດສະເໜີໂດຍເລຂາທິການໃຫຍ່ໄອປາ ກ່ຽວກັບຂໍ້ລິເລີ່ມຂອງກອງເລຂາໄອປາ ໃນການສົ່ງເສີມການມີສ່ວນຮ່ວມ ແລະ ການເຂົ້າຮ່ວມຂອງຊາວໜຸ່ມໃນວຽກງານລວມຂອງໄອປາ.

ຕອນບ່າຍຂອງວັນດຽວກັນ ທ່ານເລຂາທິການໃຫຍ່ໄອປາ ຍັງໄດ້ພົບປະຫາລືກັບທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລ ຂາທິການສະພາແຫ່ງຊາດ ກ່ຽວກັບວຽກງານການກະກຽມໃຫ້ແກ່ກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ທີ່ລາວເປັນເຈົ້າພາບໃນເດືອນຕຸລານີ້.

error: Content is protected !!