ທ່ານຮອງນາຍົກລັດຖະມົນຕີ ອ່ານ​ສາ​ນອວຍ​ພ​ອ​ນ​ໃນ​ໂອ​ກາດ​ຄົບ​ຮອບ 57 ປິ ວັນ​ສ້າງ​ຕັ້ງ​ອາ​ຊຽ​ນ ຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ອ່ານ​ສາ​ນອວງ​ພອນ ໃນໂອກາດວັນຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ທີ່ ນະຄອນຫຼວງວຽງຈັນ 8 ສິງຫາ 2024.

ເນື່ອງໃນໂອກາດຄົບຮອບ 57 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (8 ສິງຫາ 1967 -8 ສິງຫາ 2024) ແລະ ວັນຄົບຮອບ 27 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-2023 ກໍລະກົດ 2024) ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນໍາພັກ-ລັດ ພະນັກງານ ທະຫານ ຕໍາຫຼວດ ແລະ ພີ່ນ້ອງຊາວລາວ ທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີຄວາມຫຼາກຫຼາຍ ແຕ່ມີເປົ້າໝາຍລວມດຽວກັນຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມສົມບູນພູນສຸກ.

ຕະຫຼອດໄລຍະ 57 ປີ ຜ່ານມາ ການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ໄດ້ຮັບການພິສູດແລ້ວວ່າ ເປັນວິຖີທາງການຮ່ວມມືທີ່ສອດຄ່ອງກັບຈຸດພິເສດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ.

ການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມືລະຫວ່າງ ອາຊຽນກັບຄູ່ຮ່ວມມືພາຍນອກ ພາຍໃຕ້ກົນໄກການຮ່ວມມືທີ່ອາຊຽນສ້າງຕັ້ງຂຶ້ນ ແລະ ອາຊຽນ ເປັນແກນກາງ ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ ແລະ ໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ກໍຄືພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກໂດຍລວມ.

ປີ 2024 ນີ້ ອາຊຽນມີອາຍຸຄົບຮອບ 57 ປີ ແລະ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໄດ້ 27 ປີ ແລະ ເປັນປີທີ່ ສປປ ລາວ ພວກເຮົາ ໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຄໍາຂັວນດັ່ງກ່າວ ສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດມີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງອາຊຽນ ໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ສມາດຮັບມືກັບສິ່ງທ້າທາຍຕ່າງໆໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ.

ການເປັນປະທານອາຊຽນຂອງ ສປປ ລາວ ໃນ 7 ເດືອນຜ່ານມາໄດ້ຮັບຜົນສໍາເລັດຢ່າງເປັນໜ້າເພິ່ງພໍໃຈ  ກະຊວງຂະແໜງການຕ່າງໆຂອງ ສປປ ລາວ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານບັນດາກອງປະຊຸມອາຊຽນໃນລະດັບຕ່າງໆພາຍໃຕ້ຄວາມຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດ ອັນພົ້ນເດັ່ນແມ່ນ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສໍາເລັດການເປັນປະທານຮ່ວມກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕາລີ ຄົບຮອບ 50 ປີ ໃນເດືອນ ມີນາ 2024 ທີ່ ເມວເບີນ ປະເທດ ອົດສະຕາລີ ແລະ  ສປປ ລາວ ໄດ້ສໍາເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມ ລະດັບລັດຖະມົນຕີ ໃນຂະແໜງການຕ່າງໆ. ຫຼ້າສຸດ ແມ່ນກອງປະຊຸມ ລັດຖະມົນຕີຕ່າງປະເທດອາ ຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມລະດັບ ລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 24-27 ກໍລະກົດ 2024 ຜ່ານມາ ໝາກຜົນຂອງບັນດາກອງປະຊຸມພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເປັນພື້ນຖານອັນສໍາຄັນໃນການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

ການເຂົ້າເປັນສະມາຊິກອາຊຽນ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ທັງ 3 ຄັ້ງນີ້ ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ທັງເປັນການດຶງດູດການສະໜັບສະໜູນຈາກບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກເຂົ້າໃນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາ ສປປ ລາວ ອີກດ້ວຍ.

ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງບັນດາກະຊວງຂະແຫນງການ ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນ ທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານອາຊຽນໃນໄລຍະຜ່ານມາ ແລະ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ພວກເຮົາຈະສືບຕໍ່ຮ່ວມກັນເປັນເຈົ້າພາບທີ່ດີ ແລະ ເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ກໍ່ຂໍຕາງໜ້າລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ປະເທດຄູ່ເຈາລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ຂ້າພະເຈົ້າ ເຊື່ອ ໝັ້ນວ່າ ການຮ່ວມມື ແລະ ການສະໜັບສະໜູນດັ່ງກ່າວຈະເຮັດໃຫ້ການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ແລະ ການເປັນປະທານຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດອັນຈົບງາມ.

ຊົມເຊີຍວັນອາຊຽນ 8 ສິງຫາ ຄົບຮອບ 57ປີ ແລະ ຊົມເຊີຍ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 27ປີ.

ຂໍຂອບໃຈ

—————————–

error: Content is protected !!