ປະທານສະພາແຫ່ງຊາດຕ້ອນຮັບເລຂາທິການໃຫຍ່ AIPA

ວັນທີ 5 ສິງຫາ 2024 ທີ່ສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິອັບດຸນຣາ ເລຂາ ທິການໃຫຍ່ໄອປາ (AIPA) ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ແລະ ກອງປະຊຸມສະພາທີ່ປຶກສາໄອປາກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ຢູ່ລາວ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຮັດວຽກຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຂອງຄະ ນະສະມາ ຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ໃນຮູບແບບທາງໄກ ທີ່ຫາກໍສຳເລັດ ແລະ ການເປັນເຈົ້າ ພາບຈັດກອງປະຊຸມ ສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ທີ່ຈັດຂຶ້ນທີ່ແຂວງຫຼວງພະບາງວັນທີ 7 ສິງຫານີ້ ທັງເຊື່ອໝັ້ນວ່າການພົບປະເຮັດວຽກກັບບັນດາປະທານກອງປະຊຸມກຳມາທິການປະຈຳວຽກງານຕ່າງໆຂອງໄອປາຈະເປັນການກະກຽມທີ່ດີໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນວັນທີ 17-23 ຕຸລາ 2024 ສະແດງຄວາມຊົມເຊີຍຕໍ່ທ່ານເລຂາທິການໃຫຍ່ໄອປາທີ່ໄດ້ເອົາໃຈໃສ່ເສີມຂະຫຍາຍການຮ່ວມມືກັບລັດຖະສະພາສັງເກດການ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຍາດແຍ່ງເອົາທຶນຮອນ ແລະ ຄວາມຮູ້ປະສົບການທີ່ດີມາຖ່າຍທອດໃຫ້ແກ່ສະມາຊິກລັດຖະສະພາໄອປາ ໂດຍຜ່ານການເຝິກອົບຮົມສຳມະນາໃນຮູບແບບຕ່າງໆຢ່າງຕໍ່ເນື່ອງ ເຊິ່ງສະພາແຫ່ງຊາດລາວກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍໃນການຍົກລະດັບຂີດຄວາມສາ ມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານວິຊາການຂອງສະພາແຫ່ງຊາດ ພ້ອມນັ້ນທ່ານຍັງໄດ້ລາຍງານໃຫ້ເລຂາທິການໃຫຍ່ໄອປາຮັບຊາບກ່ຽວກັບການກະກຽມຢ່າງຂຸ້ນຂ້ຽວໃນການຮ່າງຕາຕະລາງການດຳເນີນການ ແລະ ບັດເຊີນກອງປະຊຸມ ຮ່າງມະຕິ ແລະ ເນື້ອໃນເອກະສານກ່ຽວຂ້ອງອື່ນໆໃນກອງປະຊຸມໄອປາຄັ້ງທີ 45 ເຊິ່ງຄາດວ່າຈະໃຫ້ສໍາເລັດໃນທ້າຍອາທິດທີໜຶ່ງຂອງເດືອນສິງຫານີ້.

ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ ໄດ້ລາຍງານຜົນສຳເລັດກອງປະຊຸມປຶກສາຫາລືຂອງຄະນະສະມາຊິກລັດຖະສະພາໜຸ່ມໄອປາ ຄັ້ງທີ 1 ທີ່ຈັດຂຶ້ນພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມ ແຂງໃຫ້ແກ່ຊາວໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ ເຂັ້ມແຂງ ແລະ ກວມລວມ” ເຊິ່ງເປັນການສົ່ງເສີມໃຫ້ຊາວໜຸ່ມ ໄດ້ມີສ່ວນຮ່ວມໃນການສ້າງປະຊາຄົມອາຊຽນໃຫ້ຫຼາຍຂຶ້ນ ແລະ ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ທີ່ແຂວງຫຼວງພະບາງ ວັນທີ 7-9 ສິງຫານີ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການຮ່ວມມືເພື່ອແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ອາຊຽນປອດຢາເສບຕິດຢ່າງເປັນຮູບປະທຳ”.

error: Content is protected !!