ມີ 7 ແຜນຍຸດທະສາດຂອງວຽກງານການສຶກສາຮຽນຮ່ວມ

        ສູນ​ສົ່ງ​ເສີມ​ການ​ສຶກ​ສາ​ຮຽນ​ຮ່ວມ​ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ແຜນ​ຍຸດ​ທະ​ສາດ ແລະ ແຜນ​ປະ​ຕິ​ບັດ​ງານ​ດ້ານ​ວຽກ​ງານ​ການ​ສຶກ​ສາ​ຮຽນ​ຮ່ວມ​ແຕ່ນີ້​ຮອດ​ປີ 2030 ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກອົງ ການພັດທະນາສາກົນປະເທດສະຫະລັດອາເມລິກາ ແລະ ສະ​ຫະ​ພາບ​ເອີ​ລົບຂຶ້ນ​ວັນ​ທີ 5 ສິງ​ຫາ 2024 ທີ່​ນະ​ຄອນ​ຫຼວງວຽງ​ຈັນ ມີ​ທ່ານ ສຸ​ລິ​ອຸ​ດົງ ສູນ​ດາ​ລາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ ທ່ານ ນາງ ເອ​ລີ​ຊາ​ເບັດ ແຊັມ​ເບີ້ ວ່າ​ການ​ຜູ້​ຕາງ​ໜ້າ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ປະ​ຈຳ​ລາວ ທ່ານ ນີ​ແອວ​ຣ ເລ​ໂອ​ນາດ ທີ່​ປຶກ​ສາ​ທູດ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ​ປະ​ຈຳ​ລາວ ຜູ້​ຕາງ​ໜ້າ​ຈາກ​ກະ​ຊວງ​ກ່ຽວ​ຂ້ອງ ຫົວ​ໜ້າ​ຮອງ​ຫົວ​ໜ້າ​ກົມ ສະ​ຖາ​ບັນ ສູນ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ວິ​ທະ​ຍາ​ໄລ​ຄູ​ດົງ​ຄຳ​ຊ້າງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ ຫຸມ​ພັນ ແກ້ວ​ອຸ່ນ​ຄຳ ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ສຶກ​ສາ​ຮຽນ​ຮ່ວມ ໄດ້​ຂຶ້ນ​ສະ​ເໜີ​ແຜນ​ແຜນ​ຍຸດ​ທະ​ສາດ​ການ​ສຶກ​ສາ​ຮຽນ​ຮ່ວມ​ແຕ່ນີ້​ຫາ​ປີ  2030  ວ່າ: ຈຸດ​ປະ​ສົງ​ແ​ຜນ​​ຍຸດ​ທະ​ສາດດັ່ງ​ກ່າວ​ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ສຶກ​ສາ​ຮຽນ​ຮ່ວມ ແລະ ພັດ​ທະ​ນາ​ຂະ​ແໜງ​ການ​ສຶກ​ສາ​ທິ​ການ ແລະ ກີ​ລາ ໃນ​ແຕ່​ລະ​ໄລ​ຍະ ແລະ ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG4) ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ສະ​ເໝີ​ພາບ ແລະ ເທົ່າ​ທຽມ​ຂອງ​ທຸກ​ຄົນ​ໃນ​ສັງ​ຄົມ ຫຼຸດ​ຜ່ອນ ແລະ ລຶບ​ລ່າງ​ຄວາມ​ຫຼຸດ​ໂຕນ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ຂອງ​ກຸ່ມ​ທີ່​ດ້ອຍ​ໂອ​ກາດ ໂດຍ​ສະ​ເພາະ​ເດັກ​ຍິງ ແມ່​ຍິງ ເຜົ່າ ຄົນ​ພິ​ການ ແລະ ຜູ້​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ເພື່ອ​ຮັບ​ປະ​ກັນ​ການ​ສຶກ​ສາ​ໃຫ້​ມີ​ຄຸນ​ນະ​ພາບ ເທົ່າ​ທຽມ ທົ່ວ​ເຖິງ ແລະ ສົ່ງ​ເສີມ​ການ​ຮຽນ​ຮູ້​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ທຸກ​ຄົນ ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ສຶກ​ສາ​ຮຽນ​ຮ່ວມ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ຜູ້​ຮຽນ ຄອບ​ຄົວ ໂຮງ​ຮຽນ ຊຸມ​ຊົນ ແລະ ສັງ​ຄົມ.

ໂດຍ​ລວມ​ແລ້ວ​ແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ແຕ່ນີ້​ຮອດ​ປີ 2030 ​ມີ 7 ຍຸດ​ທະ​ສາດ​ຄື: ຍຸດ​ທະ​ສາດ​ທີ 1 ຍົກ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ຮຽນ​ຮ່ວມ ຍຸດ​ທະ​ສາດ​ທີ 2 ປັບ​ປຸງ​ສິ່ງ​ອຳ​ນວຍ​ຄວາ​ມສະ​ດວກ ແລະ ສະ​ພາບ​ແວດ​ລ້ອມ​ໃນ​ສະ​ຖານ​ການ​ສຶກ​ສາ​ທີ່​ມີ​ການ​ສຶກ​ສາ​ຮຽນ​ຮ່ວມ​ທຸກ​ຊັ້ນ​ ທຸກ​ສາຍ ຍຸດ​ທະ​ສາດ​ທີ 3 ເຊື່ອມ​ສານ​ການ​ສຶກ​ສາ​ຮຽນ​ຮ່ວມ​ເຂົ້າ​ໃນ​ຫຼັກ​ສູດ​ ເຝິກ​ອົບ​ຮົມ​ຄູ ສ້າງ​ຄູ​ໃນ​ທຸກ​ລະ​ບົບ​ທຸກ​ຊັ້ນ​ທຸກ​ສາຍ ຍຸດ​ທະ​ສາດ​ທີ 4 ສົ່ງ​ເສີມ​ການ​ສຶກ​ສາ​ຂອງ​ນັກ​ຮຽນ-ນັກ​ສຶກ​ສາ​ພິ​ການ ຍຸດ​ທະ​ສາດ​ທີ 5 ສ້າງ ແລະ ເຝິກ​ອົບ​ຮົມ​ຄູ​ອາ​ຈານ ຜູ້​ດູ​ແລ​ນັກ​ຮຽນ​ພິ​ການ ແລະ ບຸກ​ຄະ​ລາ​ກອນ​ສະ​ເພາະ​ດ້​ານ​ສຳ​ລັບ​ການ​ສຶກ​ສາ​ຄົນ​ພິ​ການ ຍຸດ​ທະ​ສາດ​ທີ 6 ສົ່ງ​ເສີມ​ຜູ້​ຮຽນ​ທຸກ​ຄົນ ເຂົ້າ​ເຖິງ​ອາ​ຫານ​ທີ່​ຖືກ​ຫຼັກ​ໂພ​ສະ​ນາ​ການ ສຸ​ຂະ​ອະ​ນາ​ໄມ ສຸ​ຂາ​ພິ​ບານ ແລະ ສ້າງ​ສະ​ຖານ​ການ​ສຶກ​ສາ​ທີ່​ປອດ​ໄພ ແລະ ຍຸດ​ທະ​ສາດ​ທີ 7 ການ​ຮ່ວມ​ມື​ກັບ​ຂະ​ແໜງ​ການ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ຄູ່​ຮ່ວມ​ພັດ​ທະ​ນາ​ຕໍ່​ວຽກ​ງານ​ການ​ສຶກ​ສາ​ຮຽນ​ຮ່ວມ ແລະ ການ​ສຶກ​ສາ​ຄົນ​ພິ​ການ.

error: Content is protected !!