ສົກຮຽນ 2024-2025 ໂຮງຮຽນມັດທະຍົມສຶກສາ 6 ແຫ່ງ ໃນ ນວ ຈະໄດ້ຮຽນພາສາຣັດເຊຍ ​

    ໃນວາລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງທ້າຍເດືອນກໍລະກົດ 2024 ຜ່ານມາ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ມີການເຊັນບົດ​ບັນ​ທຶກ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ (ສສກ) ແລະ ອົງ​ການ​ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ແຫ່ງ​ລັດ ສູນ​ຮ່ວມ​ມື​ສາ​ກົນ ກະ​ຊວງ​ສຶກ​ສາ​ທິ​ການ ສະ​ຫະ​ພັນ​ຣັດ​ເຊຍ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ນະ​ຄອນຫຼວງວຽງ​ຈັນ ໂດຍຕາງໜ້າລົງນາມຂອງທ່ານ ຮສ ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະ​ຊວງ​ ສສກ ແລະ ທ່ານ ມາລີເຊັບ ຮັກສາການຜູ້ອໍານວຍການ ອົງ​ການ​ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ແຫ່ງ​ລັດ ສູນ​ຮ່ວມ​ມື​ສາ​ກົນ ກະ​ຊວງ​ສຶກ​ສາ​ທິ​ການ ແຫ່ງ ສະ​ຫະ​ພັນ​ຣັດ​ເຊຍ ເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຊີເກ ລາບຣອບ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງສະ​ຫະ​ພັນ​ຣັດ​ເຊຍ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ.

    ການ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍໃນຄັ້ງນີ້ ເພື່ອ​​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື​ດຳ​ເນີນ​ການ​ທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​​ ໃນ​ ສປປ ລາວ ເພື່ອ​ນຳ​ເອົາ​ຄູ​ສອນ​ພາ​ສາ​ຣັດ​ເຊຍ​ມາ​ດຳ​ເນີນ​ການ​​ທົດ​ລອງສອນ​ພາ​ສາ​ຣັດ​ເຊຍ​ຢູ່ໃນຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​​ໃນ​ ສປປ ​ລາວ ດຳ​ເນີນ​ການ​ຂໍ​ວີ​ຊາ ບັດ​ພັກ​ເຊົາ ແລະ ທີ່​ພັກ​ໃຫ້​ຄູ​ຣັດ​ເຊຍ ເພື່ອ​ພັດ​ທະ​ນາຫຼັກ​ສູດ ສື່​ການ​ຮຽນ-​ການ​ສອນພາ​ສາ​ຣັດ​ເຊຍ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ ສປປ ລາວ ແລະ ເພື່ອເ​ຝິກ​ອົບ​ຮົມ​ຄູ​ລາວ​ໃນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຕໍ່​ໜ້າ.

    ການຮ່ວມມືດັ່ງກ່າວ ແມ່ນເພື່ອສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສອນ​ທົດ​ລອງ​ພາ​ສາ​ຣັດ​ເຊຍ​ໄດ້​ຢູ່​ 2 ​ໂຮງ​ຮຽນ​ເປົ້າ​ໝາຍ ຄື: ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເພຍ​ວັດ ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເຈົ້າ​ອາ​ນຸ​ວົງ ແລະ ເພື່ອ​ຂະ​ຫຍາຍ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ອອກ​ໄປອີກ 4 ໂຮງ​ຮຽນຊັ້ນ​ມັດ​ທະ​ຍົມ​ສຶກ​ສາ ພາຍໃນ ນວ ນອກ​ຈາກນີ້ ກໍ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ ແລະ ສູນ ໃນ​ການ​ຜະ​ລິດ ຮຽບ​ຮຽງຫຼັກ​ສູດ ປຶ້ມ​ແບບ​ຮຽນ ຄູ່​ມື​ຄູ ແລະ ສື່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ຮຽນ-​ການ​ສອນ ​ພາ​ສາ​ຣັດ​ເຊຍ ​ໃນ​ ສປປ ​ລາວ.

    ສໍາລັບສົກ​ຮຽນ 2024-2025 ແມ່ນຈະ​ໄດ້ສືບ​ຕໍ່​​ທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ຢູ່ 2 ​ໂຮງ​ຮຽນ​ເປົ້າ​ໝາຍ (ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເພຍ​ວັດ ແລະ ເຈົ້າ​ອາ​ນຸ​ວົງ) ​ເປັນ​ 2 ຂັ້ນ​ຮຽນ ຄື: ມ1 ແລະ ມ2 ​ແລະ ຈະ​ໄດ້ເພີ່ມ​ຈຳ​ນວນ​ໂຮງ​ຮຽນ​​ໃນ​ຂັ້ນ ມ1 ຕື່ມ​ 4 ໂຮງ​ຮຽນ​ ລວມ​ທັງ​ໝົດ​ເປັນ 6 ໂຮງ​ຮຽນ ສືບ​ຕໍ່​ນຳ​ໃຊ້​ປຶ້ມ SOROKA RUSSIAN FOR KIDS STUDENT’S BOOK 1 ໃນ​ຂັ້ນ ມ1 ແລະ ນຳ​ໃຊ້​ປຶ້ມ SOROKA RUSSIAN FOR KIDS STUDENT’S BOOK 2 ໃນ​ຂັ້ນ ມ2 ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາຫຼັກ​ສູດ ສື່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ສຳ​ລັບ​ສະ​ພາບ​ແວດ​ລ້ອມ​ຂອງ​ລາວ ແລະ ເຝິກ​ອົບ​ຮົມ​ຄູ​ຄົນ​ລາວ​ ເພື່ອ​ສືບ​ຕໍ່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍໃນ​ຕໍ່​ໜ້າ.

error: Content is protected !!