ທຸກພາກສ່ວນຕ້ອງຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ

ສານຂອງທ່ານພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2024 (30 ກໍລະກົດ 2024)

    ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ໄດ້ໝູນວຽນມາອີກວາລະໜຶ່ງ ຕາງໜ້າໃຫ້ການນໍາພັກ ລັດຖະບານ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ.

    ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ ໄດ້ລະເມີດສິດ ທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິ ສາກົນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ ຊີວິດ ສຸຂະພາບ ກຽດສັກສີ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ ຕໍ່ຄອບຄົວຂອງເຂົາເຈົ້າ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ.

    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງລາວ ແລະ ຕ່າງປະເທດ ຄວາມຮຽກຮ້ອງຕ້ອງການກໍາລັງແຮງງານໃນບາງຂົງເຂດຫົວໜ່ວຍທຸລະກິດ ນັບມື້ສູງຂຶ້ນ ແລະ ປັດໄຈອື່ນ ທີ່ອໍານວຍແກ່ການເກີດຂຶ້ນຂອງອາຊະຍາກໍາຄ້າມະນຸດ ເປັນຕົ້ນແມ່ນ: ຄວາມທຸກຍາກ ການຂາດເຂີນປັດໄຈໃນການດຳລົງຊີວິດ ການຂາດສະຕິລະວັງຕົວຄວາມບໍ່ເຂົ້າໃຈແຈ້ງຕໍ່ລະບຽບກົດໝາຍ ຄວາມຮັບຮູ້ຕໍ່ກັບສະພາບການຄ້າມະນຸດຂອງປະຊາຊົນ ຍັງຈໍາກັດ.

    ຍ້ອນເຫັນໄດ້ຄວາມເປັນອັນຕະລາຍ ຂອງການຄ້າມະນຸດ ສູນກາງພັກ ລັດຖະບານ ຈຶ່ງໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນໄດ້ເອົາໃຈ ໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ ມີຄວາມເຂັ້ມແຂງ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໄດ້ສ້າງ ປັບປຸງບັນດາຄູ່ມື ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ການຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການເຝິກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ເຈົ້າໜ້າທີ່ຕຳຫຼວດ ພະນັກງານທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນ ສຸມໃສ່ການໂຄສະນາປູກຈິດສໍານຶກໃຫ້ສັງຄົມ ດ້ວຍການເຜີຍແຜ່ສື່ໂຄສະນາ ລະຄອນ ບົດເພງ ຜ່ານທາງສື່ສັງຄົມອອນລາຍ ວິທະຍຸ ໂທລະພາບ ໜັງສືພິມ ວາລະສານ ແລະ ອື່ນໆເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ ໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ກຸ່ມສ່ຽງຈາກການຄ້າມະນຸດ ທັງຢູ່ພາຍໃນ ແລະ ມາຈາກຕ່າງປະເທດ ໃຫ້ເຂົາເຈົ້າໄດ້ກັບຄືນສູ່ສັງຄົມ ແລະ ຄອບຄົວຢ່າງປອດໄພ ພ້ອມນັ້ນ ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດເພື່ອນມິດ ປະເທດບ້ານໃກ້ເຮືອນຄຽງ ລວມທັງບັນດາອົງການຈັດຕັ້ງສາກົນຕ່າງໆ ຕະຫຼອດໄລຍະທີ່ຜ່ານມາ ການພົວພັນແມ່ນມີປະສິດທິຜົນ ແລະ ມີຄວາມຄືບໜ້າຫຼາຍດ້ານທີ່ສຳຄັນ ເຊິ່ງເປັນການປະກອບສ່ວນເຮັດໃຫ້ບັນຫາການຄ້າມະນຸດ ຖືກສະກັດກັ້ນ ແລະ ແກ້ໄຂໄດ້ໃນລະດັບອັນແນ່ນອນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ ທັງໝົດນັ້ນ ແມ່ນໝາກຜົນຂອງການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມເຂົ້າໃນຂະບວນການດັ່ງກ່າວ.

    ໃນໂອກາດນີ້ ຕາງໜ້າສູນກາງພັກ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີີຍ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລະດັບທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ.

    ພ້ອມນີ້ ຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດເພື່ອນມິດ ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ແລະ ປະຊາຊົນ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໄດ້ຮັບຜົນດີຕະຫຼອດມາ.

    ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ ດັ່ງນັ້ນ ອີກເທື່ອໜຶ່ງ ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ນີ້ ໃນນາມລັດຖະບານ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ ລັດ ແນວລາວສ້າງຊາດ ອົງການຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ເອກະຊົນ ປະຊາຊົນ ໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດ ໃຫ້ຫຼາຍຂຶ້ນ ພ້ອມນັ້ນກໍໃຫ້ເພີ່ມທະວີວຽກງານກວດກາ ຕິດຕາມ ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ ເຂດອຸດສະຫະກຳ ກະສິກຳ ບໍລິການບັນເທີງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ແຮງງານ ເອົາໃຈໃສ່ສ້າງ ແລະ ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳ ແລະ ຕະຫຼາດແຮງງານ ໃຫ້ມີຄວາມສອດຄ່ອງ ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການທີ່ຮັບຜິດຊອບວຽກງານຕ້ານການຄ້າມະນຸດ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ພະນັກງານການທູດປະຈຳຢູ່ຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ສືບຕໍ່ພົວພັນຮ່ວມມືສອງຝ່າຍ ຫຼາຍຝ່າຍ ກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນ ເພື່ອເຮັດວຽກງານຕ້ານການຄ້າມະນຸດ ມີປະສິດທິຜົນດີຂຶ້ນ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວ ຢ່າງເໝາະສົມ.

    ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ ລັດ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ສື່ມວນຊົນຈາກທຸກພາກສ່ວນ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫຼຸດ   ໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.

error: Content is protected !!