ຄະນະຜູ້ແທນສະພາແຫ່ງຊາດ ຢ້ຽມຢາມແລກປ່ຽນບົດຮຽນຢູ່ຣາຊະອານາຈັກໄທ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງປະທານກຸ່ມມິດຕະພາບສະມາຊິກລັດຖະສະພາ ໄທ-ລາວ ຄະ ນະຜູ້ແທນສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ ນຳໂດຍ ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ປະ ທານຄະນະມິດຕະພາບລັດຖະສະພາລາວ-ໄທ ພ້ອມຄະນະ ໄດ້ເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ ວັນທີ 24-27 ກໍລະກົດ 2024 ເພື່ອສືບຕໍ່ປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ມີແຕ່ດົນນານບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ໄທ ກໍຄື ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນ.

ໃນໄລຍະຢ້ຽມຢາມ ຢູ່ສໍານັກງານລັດຖະສະພາໄທ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນລາວນຳໂດຍທ່ານ ສຸບັນ ສະວະບຸດ ປະທານຄະນະມິດຕະພາບລັດຖະສະພາ ລາວ-ໄທ ແລະ ຄະນະຜູ້ແທນໄທນຳໂດຍ ທ່ານ ນິຄົມ ບຸນວິເສດ ສະມາຊິກສະພາຜູ້ແທນຣາຊະດອນ ຮອງປະທານກຸ່ມມິດຕະ ພາບສະມາຊິກລັດຖະສະພາໄທ-ລາວ ເປັນຫົວໜ້າຄະນະ ໃນການພົບປະຄັ້ງນີ້ ຮອງປະທານກຸ່ມມິດຕະ ພາບສະມາຊິກລັດຖະສະພາໄທ-ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຕໍ່ຄະ ນະຜູ້ແທນສະພາແຫ່ງຊາດລາວ ພ້ອມກັນນີ້ສອງຝ່າຍຮ່ວມກັນຕີລາຄາຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະ ຫຼອດມາ ຈົນໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບ ຍືນຍົງ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ມີ ການຮ່ວມມືທາງດ້ານເສດຖະກິດ ການຄ້າ-ການລົງທຶນ ພະລັງງານ ການພັດທະນາຊັບ ພະຍາກອນມະນຸດ ສາທາລະນະສຸກ ການທ່ອງທ່ຽວ ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການເຊື່ອມຕໍ່ດ້ວຍການສ້າງຂົວຂ້າມແມ່ນໍ້າຂອງຫຼາຍແຫ່ງ ແລະ ການພັດທະນາເສັ້ນທາງຄົມມະນາຄົມທາງບົກຈາກຝັ່ງໄທມາສູ່ຝັ່ງລາວ ເພື່ອເຊື່ອມຕໍ່ໃສ່ເສັ້ນທາງລົດໄຟລາວ-ຈີນ ອັນ ເປັນທ່າແຮງສຳຄັນໃນການຮ່ວມມື ລະຫວ່າງສອງປະເທດ ນອກນີ້ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນການຮັບມືກັບໄພພິບັດທາງທໍາມະຊາດ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການພົວພັນຮ່ວມມືໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ສອງຄະນະມິດຕະພາບລັດ ຖະສະພາ ລາວ-ໄທ ໄທ-ລາວ ໃນໄລຍະຜ່ານມາ ເຫັນວ່າ ໄດ້ຮັບການເສີມຂະ ຫຍາຍຢ່າງຕັ້ງໜ້າ ໂດຍໄດ້ສະແດງອອກ ມີ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງ ກຳມາທິການ ຄະນະເລຂາທິການ ຄະນະມິດຕະພາບລັດຖະ ສະພາ ແລະ ຂັ້ນຕ່າງໆ ມີການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ ການຮ່ວມ ມື ແລະ ໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ພິເສດ ສອງຝ່າຍໄດ້ຕີລາຄາການຮ່ວມມືລະຫວ່າງສອງຄະນະມິດຕະພາບ ລາວ-ໄທ ໄທ-ລາວ ຜ່ານມາ ນອກນີ້ ຍັງມີການຮ່ວມມືກັນເພື່ອສົ່ງເສີມເຂົ້າໃນວຽກງານພັດ ທະນາ ຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຜ່ານມາຄະນະມິດຕະພາບໄທ-ລາວໄດ້ນຳເອົາອຸປະກອນການຮຽນ ເຄື່ອງນຸ່ງຫົ່ມ ແລະ ຄອມພິວເຕີ ພ້ອມດ້ວຍ ເງິນສົດຈຳນວນໜຶ່ງມາມອບໃຫ້ ໂຮງຮຽນສາມັນຊົນເຜົ່າແຂວງວຽງຈັນ ແລະ ອື່ນໆ.

ພາຍຫຼັງການພົບປະສອງຝ່າຍ ຄະນະຜູ້ແທນສະພາແຫ່ງຊາດໄດ້ເຂົ້າຢ້ຽມຄຳນັບ ທ່ານ ປະດິພັດ ສັນຕິພາດາ ຮອງປະທານລັດຖະສະພາແຫ່ງ ຣາຊະອານາຈັກໄທ ໃນການພົບປະສອງຝ່າຍຍັງໄດ້ປຶກສາຫາລື ທິດທາງແຜນການໃນຕໍ່ໜ້າເພື່ອຊຸກຍູ້ໃຫ້ແກ່ການການພົວພັນຮ່ວມມື ລະຫວ່າງ ສອງລັດຖະບານ ເປັນຕົ້ນ ການຮ່ວມມື ດ້ານເສດຖະກິດ-ສັງຄົມ ພະລັງງານ ແຮງ ງານ ການພັດທະນາຊັບພະຍາກອນມະນຸດ ການທ່ອງທ່ຽວ ແລະ ອື່ນໆ ນອກຈາກນີ້ ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະ ແລະ ເຮັດວຽກຮ່ວມກັບ ຄະນະກຳມະການການເລືອກຕັ້ງ ແຫ່ງ ຣາຊະອານາຈັກໄທ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບບົດຮຽນ ແລະ ປະສົບການ ໃນການເລືອກຕັ້ງ ເພື່ອເປັນຂໍ້ມູນໃຫ້ແກ່ ສະພາແຫ່ງຊາດລາວ ທີ່ຈະມີ ການເລືອກຕັ້ງໃນປີ 2026 ແລະ ໄດ້ຢ້ຽມພົບປະກັບ ທ່ານ ນັດຖະໄຊ ນຳພູນສຸກສັນ ຜູ້ວ່າຣາຊະການຈັງຫວັດເພັດສະບູລີ ໄດ້ໄປຢ້ຽມຊົມ ໂຄງການຊ່າງຫົວມັນ ຕາມພະຣາຊະດໍາຣິ ໂຄງການສຶກສາວິໄຈ ແລະພັດທະນາສິ່ງແວດລ້ອມ ແຫຼມຜັກເບ້ຍ ຕາມພະຣາຊະດຳຣິ ແລະ ຢ້ຽມຢາມພື້ນຖານທາງດ້ານເສດຖະກິດ ແລະ ທ່ອງທ່ຽວຈໍານວນໜຶ່ງ ຂອງຈັງຫວັດເພັດສະບູລີ ແລະ ຈັງຫວັດປະຈວບຄີລີຂັນ ຕື່ມອີກ.

error: Content is protected !!