Siam Selection ສະຫຼອງ 3 ປີ ທຸລະກິດ E-commerce platform ກຽມພັດທະນາ AI ຄວບຄຸມອາຊຽນ

ໃນວັນທີ 27 ກໍລະກົດ 2024 ທີ່ຜ່ານມາ ຢູ່ທີ່ສູນການຄ້າ ເຊຍ ຣັງສິດ ໄດ້ມີການເປີດງານ SLT Celebrabraion Party 2025 ເພື່ອສະຫຼອງຄວາມສຳເລັດໃນການດຳ ເນີນທຸລະກິດ E-commerce platform ຄົບຮອບ 3 ປີ ໂດຍມີພັນທະມິດຜູ້ຮ່ວມລົງທຶນ ແລະ ສະມາຊິກເຂົ້າຮ່ວມຫຼາຍກວ່າ 1.000 ຄົນ ທີ່ມາຈາກປະເທດໄທ ສປປ ລາວ ແລະ ຫວຽດນາມ.

ທ່ານ ດຣ ປີຍະສຸນີ ປຣາສາດທອງໂອສົດ ປະທານບໍລິຫານບໍລິສັດ Siam Selection ເປີດເຜີຍວ່າ: ທຸລະກິດ Selection ໄດ້ເຮັດການຈຳໜ່າຍສິນຄ້າຜ່ານຊ່ອງທາງ Social Media ເນັ້ນ Digital Technology ມີການຈັບມືກັນກັບ ບໍລິສັດ Hot pay ຜະລິດ ກຽມເພື່ອເປັນເຄື່ອງມືສະໜັບສະໜູນການຂາຍ ແລະ ມີການເຮັດ Unliy Token ເພື່ອໃຊ້ໃນ Eco System ຂອງບໍລິສັດ ຈົນມີການຮ່ວມມືກັບບໍລິສັດ ມະຫາຊົນຟາມສຸກໃຈ ພັດທະນາສິນຄ້າ ແລະ ການຈຳໜ່າຍສິນຄ້າ OTOP ການຮອງຮັບຄວາມປອດໄພທີ່ວ່ອງໄວ ເຂົ້າໃຈເຖິງແກ່ນແທ້ຂອງທຸລະກິດອອນລາຍ Selection ເຊິ່ງໄດ້ເອົາໃຈໃສ່ເຖິງການປ່ຽນແປງກົດລະບຽບ ແລະ algorithm ຂອງທຸກ platform ຈຶ່ງໄດ້ເນັ້ນການຂາຍສິນຄ້າໃນຮູບແບບ Live- commerce 24 ຊົ່ວ ໂມງ ຄວບຄູ່ກັບການຂາຍສິນຄ້າໃນທຸກ platform ອອນລາຍທີ່ ປັດຈຸບັນ Selection ໄດ້ເຮັດການ Live ເຊັ່ນ: Shopee Tik Tok Instagram ແລະ Face book ໂດຍໃຊ້ຕົວແທນ Live ໃນຫ້ອງ Live ທັງໝົດ 36 ຕະຫຼອດ 24 ຊົ່ວໂມງ.

error: Content is protected !!