ມສ ວຽງຈັນ ແລະ ມະຫາວິທະຍາໄລເຕັກນິກຮົງກົງ ຮ່ວມມືພັດທະນາດ້ານການສຶກສາ

    ທ່ານ ຈອນ ລີ (John Lee) ຫົວໜ້າຄະນະຜູ້ບໍລິຫານ ເຂດບໍລິຫານພິເສດ ຮົງກົງ ພ້ອມດ້ວຍຄະນະຜູ້ແທນ ຮົງກົງ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ໃນ ວັນທີ 28-30 ກໍລະກົດ 2024.

    ໃນວັນທີ 29 ກໍລະກົດ 2024 ຄະນະຜູ້ແທນດັ່ງກ່າວ ໄດ້ເດີນທາງມາຢ້ຽມຢາມພົບປະ-ແລກປ່ຽນກັບໂຮງຮຽນ ມສ ວຽງຈັນ ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ທ່ານຜູ້ຕາງໜ້າຈາກກະຊວງ ສຶກສາ ທິການ ແລະ ກີລາ ພ້ອມດ້ວຍບັນດາຄູ-ອາຈານ ແລະ ນັກຮຽນ ໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທາງການນໍາຂັ້ນສູງຂອງເຂດເສດຖະກິດພິເສດຮົງກົງ ແລະ ຄະນະອໍານວຍການມະຫາວິທະຍາໄລເຕັກນິກຮົງກົງ ທີ່ໄດ້ເລືອກເອົາໂຮງຮຽນມັດທະຍົມສົມບູນວຽງຈັນ ເປັນໂຮງຮຽນແຫ່ງທໍາອິດໃນ ສປປ ລາວ ເພື່ອຮ່ວມມືທາງດ້ານການສຶກສາກັບມະຫາວິທະຍາໄລເຕັກນິກຮົງກົງ ແລະ ຫວັງວ່າ ການຮ່ວມມືຄັ້ງນີ້ ຈະປະກອບສ່ວນເສີມສ້າງສາຍ ພົວພັນຮ່ວມມືໃຫ້ຢືນຢົງ.

    ພ້ອມລາຍງານສະພາບໂດຍຫຍໍ້ຂອງໂຮງຮຽນສ້າງຕັ້ງປີ 1958 ແລະ ເລີ້ມຈັດການຮຽນ-ການສອນແຕ່ປີ 1959 ເປັນຂົວຕໍ່ຂອງນັກຮຽນສາມັນໄປສູ່ການສຶກສາລະດັບສູງ ສິດເກົ່າທີ່ຈົບຈາກໂຮງຮຽນພວກຂ້າພະເຈົ້າຫຼາຍຄົນປະສົບຜົນສໍາເລັດ ແລະ ຫຼາຍທ່ານກໍໄດ້ກາຍເປັນການນໍາ ພັກ-ລັດ ເປັນທະຫານ-ຕໍາຫຼວດ ນັກວິສາວະກອນ ນັກທຸລະກິດ ແລະ ຊາວຂ້າຂາຍປະກອບສ່ວນໃນການສ້າງສາ ພັດທະນາປະເທດຊາດ ປັດຈຸບັນມີນັກຮຽນ 3.694 ຄົນ ຍິງ 2.084 ຄົນ ມີຫ້ອງຮຽນທັງໝົດ 82 ຫ້ອງ ຈັດການຮຽນ-ການສອນພາສາທີສອງມີ 5 ພາສາ ຄື: ພາສາອັງກິດ ພາສາຝຣັ່ງ ພາສາຍີ່ປຸ່ນ ພາສາຈີນ ແລະ ພາສາເກົາຫຼີ ພ້ອມນັ້ນຍັງມີຄູສອນຊ່ວຍທີ່ເປັນເຈົ້າຂອງພາສາອີກດ້ວຍ ໃນສົກຮຽນນີ້ ນັກຮຽນພວກຂ້າພະເຈົ້າ ສາມາດຍາດໄດ້ທີ 1 ນັກຮຽນເກ່ງລະດັບຊາດ ຄື: ວິຊາຟີຊິກສາດ ຂັ້ນ ມ4 ແລະ ວິຊາ ຟີຊິກສາດ ຂັ້ນ ມ7 ແລະ ຍາດໄດ້ທີ 4 ລະດັບຊາດ ວິຊາຄະນິດສາດ ຂັ້ນ ມ7 ໃນສົກຮຽນ 2023-2024 ຜົນການສອບເສັງຈົບຊັ້ນ ໄດ້ຮັບໃບປະກາດແດງ (ຄະແນນບໍ່ຫຼຸດ 9) ຊັ້ນ ມ4 ໄດ້ 11 ຄົນ ແລະ ຊັ້ນ ມ7 ໄດ້ 13 ຄົນ ໄດ້ຮັບໃບຍ້ອງຍໍເກ່ງຮອບດ້ານ (ຄະແນນບໍ່ຫຼຸດ 7 ) ຊັ້ນ ມ4 ໄດ້ 183 ຄົນ ແລະ ຊັ້ນ ມ7 ໄດ້ 294 ຄົນ ສ່ວນການເສັງຈົບຊັ້ນ ມ4 ແລະ ມ7 ໄດ້ 100% ນອກນັ້ນຍັງໄດ້ສົ່ງເສີມທັກສະຕ່າງໆໃຫ້ນັກຮຽນ ໂດຍມີການຈັດກິດຈະກໍາອື່ນໆຕຶ່ມອີກ.

    ໂອກາດດຽວກັນ ທ່ານ ຈອນ ລີ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ມາຢ້ຽມຢາມນະຄອນຫຼວງຂອງປະເທດລາວ ໂດຍສະເພາະແມ່ນໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ເຊິ່ງການບອກເລົ່າວ່າ ໂຮງຮຽນແຫ່ງນີ້ແມ່ນໜຶ່ງໃນໂຮງຮຽນທີ່ດີທີ່ສຸດໃນ ນວ ເມື່ອໄດ້ຮັບຊົມການສະແດງບົດຟ້ອນພື້ນເມືອງຂອງນັກຮຽນ ຂ້າພະເຈົ້າບໍ່ຕ້ອງສົງໃສເລີຍວ່ານ້ອງນັກຮຽນຢູ່ທີ່ນີ້ ເປັນຜູ້ທີ່ມີຄວາມຄິດສ້າງສັນທີ່ສຸດ ໄດ້ສ້າງປະທັບໃຈກັບນັກສະແດງທີ່ມີພອນສະຫວັນ ຄະນະຜູ້ແທນຂອງພວກເຮົາ ໄດ້ເດີນທາງມາຮອດປະເທດລາວບໍ່ເທົ່າໃດວັນ ກໍໄດ້ສຳພັດຄວາມສວຍງາມດ້ານພູມສັນຖານ ວັດທະນະທໍາ ແລະ ປະຊາຊົນທີ່ມີນໍ້າໃຈງາມຢູ່ໃນປະເທດຂອງທ່ານ ເຊິ່ງປີນີ້ແມ່ນ “ປີທ່ອງທ່ຽວລາວ” ຂ້າພະເຈົ້າເຊື່ອໝັ້ນວ່າປະເທດລາວຈະດຶງດູດຄົນຈາກທົ່ວໂລກຢ່າງຫຼວງຫຼາຍ ແລະ ແນ່ນອນລວມທັງຮົງກົງ ເພື່ອມາທ່ຽວຊົມປະເທດທີ່ສວຍງາມຂອງທ່ານ.

    ສຳລັບການຮ່ວມມືດ້ານການສຶກສາ ພວກເຮົາແມ່ນໃຫ້ຄວາມສໍາຄັນຫຼາຍ ໃນວັດທະນະທໍາຈີນ ແລະເຊື່ອວ່າປະເທດຂອງທ່ານກໍຄືກັນ ພວກເຮົາເອົາໃຈໃສ່ຕໍ່ການສຶກສາຂອງເດັກນ້ອຍໃຫ້ດີທີ່ສຸດ ແລະ ເຊື່ອວ່າ ໄວໜຸ່ມຂອງພວກເຮົາທຸກຄົນ ແມ່ນມີໂອກາດເຂົ້າເຖິງການສຶກສາ ພ້ອມນີ້ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນໃນຮົງກົງ ໄດ້ໃຫ້ທຶນການສຶກສາແກ່ນັກສຶກສາຕ່າງປະເທດທີ່ມຸ່ງຫວັງຢາກໄປຮຽນຕໍ່ທີ່ຮົງກົງ ໃນນັ້ນລວມມີນັກຮຽນຜູ້ອື່ນໆຈາກປະເທດລາວ ເຊິ່ງເປັນປະເທດທີ່ສໍາຄັນ ໃນພາກພື້ນໜຶ່ງແລວທາງໜຶ່ງເສັ້ນທາງ ຕາມຂໍ້ລິເລີ່ມບຸກເບີກທີ່ສະເໜີໃນປີ 2013 ໂດຍທ່ານປະທານປະເທດ ສປ ຈີນ ສີຈິ້ນຜິງ ຂໍ້ລິເລີ່ມດັ່ງກ່າວ ໄດ້ກ້າວໄປເຖິງການເຊື່ອມຈອດລະຫວ່າງປະເທດ ແລະ ປັດຈຸບັນແມ່ນເວທີສໍາຄັນໃນການສ້າງປະຊາຄົມໂລກທີ່ມີອະນາຄົດຮ່ວມກັນ.

    ທ່ານຕື່ມວ່າ: ລັດຖະບານເຂດບໍລິຫານພິເສດຮົງກົງໄດ້ສ້າງທຶນການສຶກສາພິເສດໃຫ້ນັກສຶກສາດີເດັ່ນຈາກປະເທດ ທີ່ຢູ່ໃນໜຶ່ງແລວໜຶ່ງເສັ້ນທາງ ທຶນການສຶກສາໜຶ່ງແລວໜຶ່ງເສັ້ນທາງ ຈະຊ່ວຍໃຫ້ນັກຮຽນເຂົ້າຮຽນຕໍ່ມະຫາວິທະຍາໄລຢູ່ໃນຮົງກົງ ເພາະມະຫາວິທະຍາໄລໃນຮົງກົງໃຫ້ການສຶກສາທີ່ມີມາດຕະຖານສາ ກົນສູງທີ່ສຸດ ຮົງກົງເປັນເມືອງດຽວໃນອາຊີທີ່ມີມະຫາວິທະຍາໄລຫຼາຍເຖິງ 5 ແຫ່ງ ໃນຈໍານວນ 100 ມະ ຫາວິທະຍາໄລອັນດັບໜຶ່ງໃນໂລກ ແລະ ມີສາວິຊາຮຽນຈຳນວນຫຼວງຫຼາຍ.

    ນອກຈາກນີ້ ທາງຄະນະຍັງໄດ້ຢ້ຽມຊົມສະຖານທີ່ຕ່າງໆພາຍໃນໂຮງຮຽນ ເປັນຕົ້ນຫ້ອງສະໝຸດຈີນ ຮ່ວມໂມງສອນວິຊາພາຈີນ ຢູ່ຫ້ອງຮຽນຂົງຈື້ ແລະ ໃນຕອນເຊົ້າຂອງວັນດຽວກັນ ໄດ້ມີພິທີລົງນາມຮ່ວມມືກັນ ລະຫວ່າງມະຫາວິທະຍາໄລເຕັກນິກຣົງກົງ ແລະ ມສ ວຽງຈັນ ໃນການພັດທະນາການສຶກສາ ຕື່ມອີກ.

error: Content is protected !!