ພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຖືກຈັດຂຶ້ນຢ່າງສົມກຽດ

ຕອນເຊົ້າວັນທີ 25 ກໍລະກົດ 2024 ທີ່ຫໍຊາປະນະກິດສົບແຫ່ງຊາດ (ເລກທີ 5 ຖະໜົນ ເຈິ່ນແທ໋ງຕົງ ຮ່າໂນ້ຍ) ໃນເວລາດຽວ ກັນຢູ່ ຫໍປະຊຸມ ທົງເຍິດ ນະຄອນ ໂຮ່ຈີມິນ ແລະ ຢູ່ບ້ານເກີດ ທີ່ຕາແສງ ດົງໂຮ້ຍ ເມືອງດົງແອັງ ນະຄອນຮ່າໂນ້ຍ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະພາແຫ່ງຊາດ ສຳນັກງານປະທານປະເທດ ລັດຖະບານ ແລະ ຄະນະກຳ ມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີໄຫວ້ອາໄລທ່ານ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະ ນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຕາມພິທີ ລະດັບຊາດຢ່າງສົມກຽດ.

ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.

ພາບ: VNA

ໃນຄວາມສະເທື່ອນໃຈ ຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ເລີ່ມແຕ່ຕອນເຊົ້າ ບັນດາຄະນະຜູ້ແທນພັກ ລັດ ສະພາແຫ່ງຊາດລັດຖະບານ ແນວໂຮມປະເທດຊາດ ຫວຽດນາມ ພະນັກງານ ນັກຮົບ ບັນດາກໍາລັງປະກອບອາວຸດ ພ້ອມດ້ວຍພະນັກງານສະມາຊິກພັກ ປະຊາຊົນທຸກຊັ້ນວັນນະຢູ່ນະຄອນຫຼວງ ແລະ ຫຼາຍແຂວງ ນະຄອນໃນທົ່ວປະເທດໄດ້ມາໄວ້ອາໄລທ່ານເລ ຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢູ່ຫໍຊາປະນະກິດສົບແຫ່ງຊາດ (ເລກທີ 5 ຖະໜົນ ເຈິ່ນແທ໋ງຕົງ ຮ່າໂນ້ຍ) ສະແດງຄວາມຮູ້ບຸນຄຸນ ຄວາມເຄົາລົບນັບຖືຕໍ່ປະມຸກລັດ ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ປະ ເທດຊາດ.

ໃນຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລີມ ກຳມະການກົມການເມືອງ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າໄວ້ອາໄລທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. 

ໃນຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຄະນະຜູ້ແທນລັດຖະບານແຫ່ງ ສສ.ຫວຽດນາມ ໂດຍທ່ານ ຟ້າມມິງຈິ໋ງ ກຳມະການກົມການເມືອງ ນາຍົກລັດຖະມົນຕີເປັນຫົວໜ້າຄະນະ ເຂົ້າໄວ້ອາໄລທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.

ໃນຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຄະນະຜູ້ແທນສະພາແຫ່ງຊາດ ສສ.ຫວຽດນາມ ໂດຍທ່ານ ເຈິ່ນແທງເໝີນ ກຳມະ ການກົມການເມືອງ ປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະເຂົ້າໄວ້ອາໄລທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. 

ໃນຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຄະນະຜູ້ແທນ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ໂດ໋ວັນຈຽນ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າໄວ້ອາໄລ ທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. 

ໃນເວລາດຽວກັນ ພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຖືກຈັດຂຶ້ນຢ່າງສົມກຽດ ຢູ່ ຫໍປະຊຸມ ທົງເຍິດ ນະຄອນ ໂຮ່ຈີມິນ ແລະ ຢູ່ຕາແສງ ດົງໂຮ້ຍ ເມືອງ ດົງແອັງ ນະຄອນ ຮ່າໂນ້ຍ-ບ້ານເກີດຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.

ພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເລີ່ມແຕ່ເວລາ 7 ໂມງ 00 ນາທີ ຫາ 22 ໂມງ 00 ນາທີ ຂອງວັນທີ 25 ກໍລະກົດ ປີ 2024 ແລະ ແຕ່ເວລາ 7 ໂມງ 00 ນາທີ ຫາເວລາ 13 ໂມງ 00 ນາທີ, ຂອງວັນທີ 26 ກໍລະກົດ 2024.

ປະຕິບັດ: vnanet.vn

error: Content is protected !!