ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ-ຜູ້ສ້າງກຳລັງໜູນໃຫ້ແກ່ໄວໜຸ່ມ

ໃນຄາວຍັງມີຊີວິດຢູ່ ທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ຫງວຽນຝູຈ້ອງ ຍາມໃດກໍສະຫງວນນ້ຳໃຈຄວາມຮັກແພງເປັນພິເສດ ຄວາມເອົາໃຈໃສ່ ຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ໄວໜຸ່ມ ທ່ານເລຂາທິການໃຫຍ່ຍາມໃດກໍຢັ້ງຢືນວ່າ ຊາວໜຸ່ມເຍົາວະຊົນແມ່ນເສົາຄ້ຳຂອງປະເທດຊາດ ທ່ານຍາມໃດກໍ່ສະຫຼະເວລາ ເພື່ອພົບປະ ລະດົມກຳລັງໃຈແກ່ບັນດາແບບຢ່າງທີ່ດີເດັ່ນໃນໝູ່ໄວໜຸ່ມ ເພື່ອສ້າງກຳລັງໜູນສູ້ຊົນໃຫ້ແກ່ໄວໜຸ່ມ.

ຄວາມໄຝ່ຝັນຢາກພິຊິດບັນດາງານສອບເສັງສາກົນນັບແຕ່ຄາວຍັງນ້ອຍ ຂອງອ້າຍບ່າວ ຟ້າມດຶກແອັງ ໄດ້ປະກົດຜົນເປັນຈິງ ຂະນະທີ່ນ້ອງຄວ້າໄດ້ຫຼຽນຄຳດວງທີສອງ ທີ່ງານສອບເສັງໂອລິມປິກວິຊາເຄມີສາດສາກົນ ປີ 2018 ໃນປີນັ້ນ ດຶກແອັງ ມີອາຍຸ 18 ປີ ດ້ວຍຜົນງານນີ້ນ້ອງໄດ້ພົບປະ ແລະ ລາຍງານຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຟ້າມດຶກແອັງ ປັດຈຸບັນແມ່ນນັກສຶກສາ ສັງກັດມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຫວນຄືນວ່າ:

 “ຈຸດເວລາທີ່ທ່ານນເລຂາທິການໃຫຍ່ໄດ້ຈັບມື ແມ່ນມີຄວາມອົບອຸ່ນທີ່ສຸດ ລຸງເນັ້ນໜັກວ່າ ຜູ້ທີ່ມີຄວາມເກັ່ງກ້າສາມາດ ແມ່ນຊັບສົມບັດຂອງປະເທດຊາດ ນ້ອງໄດ້ຮັບຟັງລຸງເວົ້າຄຳໜຶ່ງ ທີ່ນ້ອງຈື່ດີແຕ່ລະຕົວໜັງສືຄື “ປະເທດເຮົາບໍ່ມີຍາມໃດທີ່ມີກຳລັງແຮງ ກຳລັງບົ່ມຊ້ອນ ຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນວັນນີ້” ຄຳເວົ້າໄດ້ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄວາມຫວັງໃນພວກນ້ອງ”

ເຖິງວ່າໄດ້ມີໂອກາດໄປຮ່ຳຮຽນຢູ່ຕ່າງປະເທດກໍ່ຕາມ ແຕ່ ດຶກແອັງ ໄດ້ຕົກລົງຢູ່ ຫວຽດນາມ ແລະ ພວມທວນບົດຮຽນເພື່ອສອບເສັງ ພາຍຫຼັງຮຽນຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ເປັນເວລາ 6 ປີ.

ໃນຂະນະນັ້ນສຳລັບ ຫງວຽນອານຮຸ່ຍ ບົດກ່າວປາໄສທີ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ 12 ປີ 2022 ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນຈິດໃຈຂອງຮຸ່ຍ ແລະ ໃນໝູ່ບັນດາຜູ້ແທນທີ່ເຂົ້າຮ່ວມ ຫງວຽນອານຮຸຍ ປັດຈຸບັນແມ່ນນັກຮຽນມັດທະຍົມຕອນປາຍ ຫງວຽນທິມິງຄາຍ ຮ່າໂນ້ຍ ເປີດເຜີຍວ່າ:

“ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍແມ່ນນັກສຶກສາ ພະແນກວັນນະຄະດີ ໂຮງຮຽນມະຫາວິທະຍາໄລສັງລວມ ປັດຈຸບັນແມ່ນມະຫາວິທະຍາໄລສັງຄົມ ແລະ ມະນຸດສາດ ນ້ອງຄິດວ່າ ທ່ານເລຂາທິການໃຫຍ່ໄດ້ສ້າງແຫຼ່ງບັນດາໃຈໃຫ້ພວກນ້ອງຫຼາຍທີ່ສຸດ ລຸງຖືວ່າ ການຮ່ຳຮຽນແມ່ນວຽກງານຕ້ອງປະຕິບັດໃນຕະຫຼອດຊີວິດ ແລະ ນ້ອງຄິດວ່າ ໄວໜຸ່ມມີເຫື່ອແຮງມີຄວາມກະຕືລືລົ້ນ ກໍສາມາດເຮັດໄດ້ສິ່ງນັ້ນ”.   

ທີ່ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄື ວັນທີ 26 ມີນາ ປີ 1931-ວັນທີ 6 ມີນາ ປີ 2021 ແລະ ຕ້ອນຮັບຫຼຽນໄຊ ໂຮ່ຈີມິນ ຢູ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ໄດ້ຊີ້ແຈງວ່າ: ຊາວໜຸ່ມຖ້າຫາກມີຄວາມເຂັ້ມແຂງນັ້ນ ຊາດຈຶ່ງເຂັ້ມແຂງ ແລະ ເນັ້ນໜັກວ່າ: ຊາວໜຸ່ມແມ່ນກຳລັງແກ່ນສານຂອງຊາດ ແມ່ນເຈົ້າຂອງປະເທດຊາດໃນອະນາຄົດ ແມ່ນກຳລັງປະຈັນບານໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ແມ່ນໜຶ່ງໃນບັນດາປັດໄຈຕັດສິນຕໍ່ຜົນສຳເລັດ ກໍຄື ປະລາໄຊພາລະກິດປ່ຽນແປງໃໝ່ ກໍ່ສ້າງສັງຄົມນິຍົມ ຕາມທ່ານ ເລຂາທິການໃຫຍ່ແລ້ວ ການເບິ່ງແຍງ ຂະຫຍາຍຊາວໜຸ່ມ ທັງແມ່ນເປົ້າໝາຍ ທັງແມ່ນກຳລັງໜູນຮັບປະກັນໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ ທ່ານເລຂາທິການໃຫຍ່ໃນຄາວນັ້ນໄດ້ສະເໜີອຳນາດການປົກຄອງ ຄະນະກະຊວງ ຂະແໜງການຂັ້ນຕ່າງໆ ອົງການຈັດຕັ້ງມະຫາຊົນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອອົງການຊາວໜຸ່ມ ແລະ ໄວໜຸ່ມໄດ້ຝຶກຝົນຫຼໍ່ຫຼອມ ປັບປຸງອົງການຊາວໜຸ່ມ ກໍ່ສ້າງຖັນແຖວພະນັກງານໜຸ່ມທີ່ມີຄຸນ ນະທາດເປັນແບບຢ່າງ.

ນ້ຳໃຈຄວາມຮັກແພງ ແລະ ຄວາມເອົາໃຈໃສ່ຂອງທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ທີ່ມີຕໍ່ໄວໜຸ່ມ ຫວຽດນາມ ໄດ້ເປັນຂີດໝາຍຢ່າງເລິກເຊິ່ງ ມີເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມຕັດສິນໃຈສູ້ຊົນປະຕິບັດບັນດາຄຳສັ່ງສອນຂອງທ່ານເລຂາ ທິການໃຫຍ່ທີ່ວ່າ:

“ຊີວິດ ແລະ ບຸກຄະລິກກະພາບຂອງງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນແບບຢ່າທີ່ໃສແຈ້ງ ໃຫ້ແກ່ຊາວໜຸ່ມນັກ ສຶກສາ ໃນເວລາປິ່ນປົວພະຍາດຢູ່ໂຮງໝໍ ລຸງຍັງເຮັດວຽກຢູ່ ແລະ ຍັງຄົງແກ້ໄຂວຽກງານຫຼາຍຢ່າງ ນ້ອງມີຄວາມສະເທືອນໃຈເມື່ອທ່ານເລຂາທິການໃຫຍ່ ໄດ້ເຖິງແກ່ມໍລະນະກຳ ຄາວຍັງມີຊີວິດຢູ່ທ່ານເລຂາທິການໃຫຍ່ ເຄີຍສັງສອນຊາວໜຸ່ມ ຫວຽດນາມ ວ່າ ຕ້ອງອອກແຮງຮ່ຳຮຽນອອກແຮງງານຝຶກຝົນຫຼໍ່ຫຼອມ ເພື່ອນັບມື້ນັບກ້າວໜ້າ ມີຈັນຍາບັນຄຸນສົມບັດ ມີຄວາມໄຝ່ຝັນຢ່າງແຮງກ້າ ກໍ່ແມ່ນສິ່ງທີ່ຊາວໜຸ່ມນັກສຶກສາແຂວງ ດົ່ງນາຍ ພວກນ້ອງຮັກສາໄວ້ໃນຈິດໃຈຄືດັ່ງເຂັມຊີ້ທິດ ເປັນການລະ ດົມກຳລັງໃຈໃນວິວັດການຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່”      ປີໜຶ່ງເລ່ີມຕົ້ນດ້ວຍລະດູບານໃໝ່,ຊີວິດຂອງມະນຸດ ເລີ່ມຕົ້ນຈາກໄວໜຸ່ມ ໄວໜຸ່ມແມ່ນລະດູບານໃໝ່ຂອງສັງຄົມ ຄຳສັ່ງສອນຂອງປະທານ ໂຮ່ຈີມມິນ ແລະ ຄຳສັ່ງສອນ ຄວາມເຊື່ອໝັ້ນ ການຝາກຝັງຂອງທ່ານເລຂາທິການໃຫ່ຍ ຫວຽນຝູຈ້ອງ ຕໍ່ໄວໜຸ່ມ ຫວຽດນາມ ພວກສ້າງກຳລັງແຮງໃຫ້ແກ່ເຂົາເຈົ້າໃນການເດີນທາງສ້າງສາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ອຸດົມຮັ່ງມີ ແລະ ເຂັ້ມແຂງ.

(ຈາກvnanet.vn)

error: Content is protected !!