ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ການນຳຜູ້ເບິ່ງກວ້າງມອງໄກ ນັກການທູດປີຊາສາມາດ

ທ່ານ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຫຼາຍດ້ານກັບຫຼາຍປະເທດ ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ຜ່ານກົນໄກພົບປະຂັ້ນສູງລະຫວ່າງ 3 ພັກ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບ ແລະ ດຳເນີນການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເມື່ອວັນທີ 03 ກໍລະກົດ 2018 (ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນການນຳທີ່ເບິ່ງກວ້າງມອງໄກ ນັກການທູດທີ່ປີຊາສາມາດ ແລະ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບທຸກໆປະເທດໃນໂລກ ສິ່ງດັ່ງກ່າວໂດຍທ່ານອະດີດເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳນະຄອນຫຼວງ ວຽງຈັ ໃນຕອນບ່າຍວັນທີ 22 ກໍລະກົດ ທ່ານ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຫຼາຍດ້ານກັບຫຼາຍປະເທດ ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ຜ່ານກົນໄກພົບປະຂັ້ນສູງລະຫວ່າງ 3 ພັກ ສິ່ງທັງໝົດເຫຼົ່ານັ້ນໄດ້ຊ່ວຍຍົກສູງບົດບາດ ແລະ ອິດທິພົນຊື່ສຽງຂອງພັກ ລັດ ຫວຽດນາມ ບົນເວທີພາກພື້ນ ແລະ ສາກົນ.

“ພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວຽດນາມ ໄດ້ຫັນປ່ຽນຈາກປະເທດອຶດຫິວ ທຸກຍາກ ກາຍເປັນພື້ນຖານເສດຖະກິດໃຫຍ່ ພົ້ນເດັ່ນ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍບັນລຸຜົນສຳເລັດໃນການຜັນຂະຫຍາຍນະໂຍບາຍການທູດ “ໄມ້ໄຜ່” ທີ່ຢືດຢຸ່ນ ຊ່ວຍໃຫ້ ຫວຽດນາມ ສ້າງບັນດາການພົວພັນອັນດີງາມກັບທຸກໆປະເທດໃນໂລກ ໃນນັ້ນມີບັນດາປະເທດມະຫາອຳນາດ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍວິໄສທັດພັດທະນາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເພື່ອບັນລຸຜົນງານຍິ່ງອັນໃຫຍ່ກວ່າເກົ່າ”.

ຄັດ​ຈາກ vnanet.vn

error: Content is protected !!