ສະ​ມາ​ຄົມ​ທຸ​ລະ​ກິດທ່ອງ​ທ່ຽວ​ 4 ປະ​ເທດ ຮ່ວມ​ມືພັດ​ທະ​ນາ-ເຊື່ອມ​ໂຍງ​ການ​ທ່ອງ​ທ່ຽວ

ສະ​ມາ​ຄົມ​ທຸ​ລະ​ກິດທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທ​ດ​ໄທ-​ນະ​ຄອນຫຼວງວຽງ​ຈັນ-ຫວຽດ​ນາມ ແລະ ກໍາ​ປູ​ເຈຍ ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ການ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແບບ​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ ແລະ ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ.

ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ດັ່ງ​ກ່າວ​ມີ​​ຂຶ້ນໃນອາ​ທິດ​ຜ່ານ​ມາ ທີ່​ເມືອງ​ພັດ​ທະ​ນາ ແຂວງ​ຊົນ​ບູ​ຣີ ປະ​ເທດ​ໄທ ໃນ​ງານ​ສຳ​ມະ​ນາຫົວ​ຂໍ້ “ພັດ​ທະ​ຍາ ​ກັບໂ​ອ​ກາດ​ດ້ານ​ການ​ຕະຫຼ​າດ​ຂອງ MICE ແບບ​ຍືງ​ຍົງ” ​ລົງ​ນາມ​​​ໂດຍ​ຕາງ​ໜ້າ​ສະ​ມາ​ຄົມ​ທຸ​ລະ​ກິດ​ທ່ອງ​ທ່ຽວ ຂອງ​​ແຕ່​ລະ​ປະ​ເທດ.

ທ່ານ ວິ​​ມານ ພາ​ນິດ ປະ​ທານ​ສະ​ມາ​ຄົມ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ນະ​ຄອນຫຼວງວຽງ​ຈັນ ໃຫ້​ສຳ​ພາດກ່ຽວ​ກັ​ບຈຸ​ດ​ປະ​ສົງ​ຂອງ​ການ​ລົງ​ນາມ​ການ​ຮ່ວມ​ມື​ຄັ້ງ​ດັ່ງ​ກ່າວ​ວ່າ: ການ​ລົງ​ນາມ​ຂອງ​ສະ​ມາ​ຄົມ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ທັງ 4 ປະ​ເທດ​ຄັ້ງ​ນີ້ ເປັນ​ການ​ຮ່ວມ​ມື-ແລກ​ປ່ຽນ​ການ​ທ່ອງ​ທ່ຽວ ສະ​ໜັບ​ສະ​ໜູນ​ດ້ານ​ການ​ຈັດ​ກິດ​ຈະ​ກຳ ທ່ອງ​ທ່ຽວເຊັ່ນ: ກອງ​ປະ​ຊຸມ ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນການ​ທ່ອງ​ທ່ຽວ ແນ​ໃສ່​ເພື່ອ​ເຊື່ອມ​ໂຍງ​ໃນ​ອ​ະ​ນຸ​ພາກ​ພື້ນ ຍົກ​ລະ​ດັບ​ຜູ້​ປະ​ກອບ​ການ​ເພື່ອ​ກ່າ​ວ​ສູ່​ລະ​ຍຸກ 5G ພ້ອ​ມນັ້ນ​ກໍ​ເພື່ອ​ເປັນ​ການ​ຮ່ວມ​ມື​ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ຕະຫຼາດ ການ​ທ່ອງ​ທ່ຽວ​ເພື່ອ​ກ້າວ​ສູ່​ລະ​ດັບ​ສາ​ກົນ ແລະ ຮ່ວມ​ເຜີຍ​ແຜ່​ປະ​ຊາ​ສຳ​ພັນ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ.

ທ່ານ ວິ​ມານ ພາ​ນິດ ກ່າວ​ຕື່​ມ​ວ່າ: ພາຍຫຼັງ​ທີ່​ລົງ​ນາມ​ການ​ຮ່ວມ​ມື​ຄັ້ງ​ນີ້ ທາງ​ສະ​ມາ​ຄົມ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ນະ​ຄອນຫຼວງວຽງ​ຈັນພວກ​ເຮົາ ຈະ​ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ສົ່ງ​ເສີມ​ຜູ້​ປະ​ກອບ​ການ ເພື່ອ​ຄົ້​ນ​ຄວາມ​ໃນ​ການ​ຈັດ​ລາຍ​ການ​ທ່ອງ​ທ່ຽວ​ໃໝ່ໆ ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ ແລະ ອື່ນໆ ໃຫ້​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ປະ​ເທດ​ລາວ​ເຮົາ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

ເຂົ້າ​ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ມີ​ ທ່ານ ຄຳ​ຄູນ ໃບ​ລາ​ຕ​ຣີ ຮອງ​ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອ​ງ​ທ່ຽວ ນະ​ຄອນຫຼວງວຽງ​ຈັນ ພ້ອມ​ຄະ​ນະ.

error: Content is protected !!