ຜູ້ປະກອບການທ່ອງທ່ຽວຈາກ ນວ ແລະ ຫຼວງພະບາງ ເຂົ້າຮ່ວມສຳມະນາ ພັດທະຍາ ກັບໂອກາດຕະຫຼາດຂອງ MICE ແບບຍືນຍົງ

ໃນວັນທີ 18 ກໍລະກົດ 2024 ຜູ້ປະກອບການທ່ອງທ່ຽວຈາກ ນະຄອນຫຼວງວຽງຈັນ (ນວ) ແລະ ແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ທ່ອງທ່ຽວ ແລະ ວັດທະນະທຳ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານສຳມະນາໃນຫົວຂໍ້ ພັດທະຍາ ກັບໂອກາດຕະຫຼາດຂອງ MICE ແບບຍືນຍົງ ເຊິ່ງງານດັ່ງກ່າວຈັດຂຶ້ນທີ່ເມືອງພັດທະນາ ແຂວງຊົນບູຣີ ປະເທດໄທ ໂດຍມີຜູ້ປະອບການ ແລະ MICE ຈາກ ສປປ ລາວ ຫວຽດນາມ ກຳປູເຈຍ ແລະ ມາເລເຊຍ ເຂົ້າຮ່ວມ.


ທ່ານ ນາງ ອຳໄພ ສັກດານຸກຸນຈິດ ສະໄລວິນສ໌ກີ ຕາງໜ້າສຳນັກງານທ່ອງທ່ຽວ ແລະ ກີລາ ແຂວງຊົນບູຣີ ກ່າວເປີດງານຄັ້ງນີ້ວ່າ: ຊົນບູຣີ ເປັນແຂວງທີ່ມີລາຍໄດ້ຈາກການທ່ອງທ່ຽວເປັນອັນດັບ 3 ຂອງປະເທດ ເປັນແຂວງທີ່ມີສະຖານທີ່ການທ່ອງທ່ຽວເໝາະສຳລັບທຸກເພດທຸກໄວ ໂດຍສະເພາະເມືອງພັດທະນາ ດັ່ງນັ້ນການຈັດງານຄັ້ງນີ້ຈຶ່ງມີຄວາມສຳຄັນໃນການພົບປະ ແລກປ່ຽນລະຫວ່າງຜູ້ປະກອບການທ່ອງທ່ຽວຈາກ ສປປ ລາວ ຫວຽດນາມ ກຳປູເຈຍ ແລະ ມາເລຍເຊຍ ກັບ ຜູ້ປະກອບການຂອງໄທ ແນໃສ່ເພື່ອເປັນການເຊື່ອມໂຍງການທ່ອງທ່ຽວໃນພາກພື້ນ.


ທ່ານ ຄຳຄູນ ໃບລາຕຣີ ໃຫ້ສຳພາດວ່າ: ງານຄັ້ງນີ້ເປັນການປະກອບສ່ວນໃນການສົ່ງເສີມພາກທຸລະກິດການທ່ອງທ່ຽວ ຈາກ ສປປ ລາວ ຫວຽດນາມ ກຳປູເຈຍ ແລະ ໄທ ເພື່ອຮ່ວມມືໃນການສ້າງລາຍການທ່ອງທ່ຽວ ໂດຍສະເພາະການທ່ອງທ່ຽວອະນຸລັກສິ່ງແວດລ້ອມ ການສໍາມະນາຄັ້ງນີ້ ຜູ້ປະກອບການ ລາວ ໄທ ຫວຽດນາມ ແລະ ກໍາປູເຈຍ ໄດ້ເປັນການແລກປ່ຽນຂໍ້ມູນຂ່າວສານ ໂດຍໄດ້ລົງນາມຮ່ວມມືໃນການສ້າງຕະຫຼາດ 1 ດຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ທຸລະກິດທ່ອງທ່ຽວ.


ເຂົ້າຮ່ວມໃນການສໍາມະນາຄັ້ງນີ້ມີ ທ່ານ ໄຊຍະພຶກ ທອງຄໍາ ນາຍົກສະມາຄົມທຸລະກິດທ່ອງທ່ຽວພາຍໃນ ແຫ່ງປະເທດໄທ ມີຕາງໜ້າຈາກ TCEB ແລະ ພາກສ່ວນກ່ຽວຂ້ອງ.

error: Content is protected !!