ສະ​ຫາຍ ຫງວຽນຝູ​ຈ້ອງ ປ​ະ​ກອບ​ສ່ວນ​​ສຳ​ຄັນ ເຮັດ​ໃຫ້​ສາຍ​ພົວ​ພັນການ​ຮ່ວມ​ມື ລາວ-ຫວຽດ​ນາມ ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຮັດໃຫ້ສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 23 ກໍລະກົດ ນີ້ ໂດຍສະຫາຍ ໄດ້ຍົກໃຫ້ເຫັນຄວາມຊົງຈຳ ຄວາມຜູກພັນທີ່ມີຕໍ່ ສະຫາຍ ຫງວຽນ ຝູຈ້ອງ ເຊິ່ງເມື່ອກ່ອນເຄີຍໄດ້ເຮັດວຽກຮ່ວມກັນ ໄດ້ຮ່ວມປຶກສາຫາລື ຮ່ວມພົບປະສົນທະນາ ລວມທັງຮ່ວມພາເຂົ້ານຳກັນ ນັບເທື່ອບໍ່ໄດ້ ເຊິ່ງການພົບກັນແຕ່ລະຄັ້ງ ສະຫາຍ ຫງວຽນ ຝູຈ້ອງ ໄດ້ສະແດງຄວາມຮັກແພງ ຖານສະຫາຍອ້າຍນ້ອງລາວ-ຫວຽດນາມ ຫວຽດນາມ-ລາວ ສະຫາຍສະແດງອອກດ້ວຍມີຈິດໃຈກວ້າງຂວ້າງ ເປີດເຜີຍ ກົງໄປກົງມາ ເຊິ່ງການແລກປ່ຽນບົດຮຽນຕ່າງໆ ແມ່ນການແລກປ່ຽນທີ່ເລິກເຊິ່ງ ໄດ້ທັງຄວາມຮູ້ ແລະ ທິດສະດີ ທີ່ສະຫາຍຖ່າຍທອດໃຫ້ ຄືກັບຖ່າຍທອດໃຫ້ຜູ້ເປັນສະຫາຍເປັນອ້າຍເປັນນ້ອງ ຢ່າງແທ້ຈິງ ເຊິ່ງຂ້າພະເຈົ້າເປັນຄົນໂຊກດີຄົນໜຶ່ງ ທີ່ໄດ້ມີໂອກາດພົບປະກັບສະຫາຍ   ຫງວຽນ ຝູຈ້ອງ ໃນຫຼາຍຫົວຂໍ້ສຳຄັນ ໃນໄລຍະຜ່ານມາຍັງຈື່ບໍ່ລືມ ເຖິງວ່າ ສະຫາຍຈະຈາກໄປແລ້ວ ແຕ່ຄວາມຊົງຈຳອັນດີ ຄວາມເປັນມິດແທ້ ຄວາມເປັນສະຫາຍທີ່ໜ້ານັບຖືນັ້ນ ຍັງຄົງຢູ່ໃນດວງໃຈຕະຫຼອດເວລາ.

ສະຫາຍ ຫງວຽນ ຝູຈ້ອງ ເປັນບຸກຄົນໜຶ່ງທີ່ມີຄວາມຮູ້ເລິກເຊິ່ງ ທາງດ້ານທິດສະດີ ແລະ ມີບົດຮຽນຢ່າງໃຫຍ່ຫຼວງທາງດ້ານ ພຶດຕິກຳໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ສະຫາຍ ໄດ້ສຶກສາຢ່າງເລິກເຊິ່ງກ່ຽວກັບລັດທິມາກ-ເລນິນ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ພິເສດ ສະຫາຍ ຫງວຽນ ຝູຈ້ອງ ໄດ້ນຳເອົາແນວຄວາມຄິດ ປະທານ ໂຮ່ຈິມິນ ມາຈັດຕັ້ງນຳພາພັດທະນາ ສ້າງສາປະເທດຊາດຫວຽດນາມ ໃຫ້ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ປັດຈຸບັນ ຫວຽດນາມເປັນປະເທດໜຶ່ງ ທີ່ກຳລັງໄດ້ຮັບຄວາມຍົກຍ້ອງຂອງໂລກ ວ່າເປັນປະເທດທີ່ກຳລັງພັດທະນາໄປຢ່າງໝັ້ນທ່ຽງ ມີບາດກ້າວເດີນທີ່ຈະແຈ້ງ ຊັດເຈນ ການພັດທະນາເສດຖະ ກິດ-ສັງຄົມຂອງຫວຽດນາມ ຄືປັດຈຸບັນນີ້ ແມ່ນພາຍໃຕ້ການນຳພາອັນປີຊາສາມາດ ທີ່ສະ ຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ສ້າງຕັ້ງ ແລະ ນຳພາໂດຍ ປະທານ ໂຮ່ຈິມິນ ແຕ່ຜູ້ທີ່ຈັດຕັ້ງປະຕິບັດ ແມ່ນ ສະຫາຍ ຫງວຽນ ຝູຈ້ອງ ເປັນຜູ້ໜຶ່ງທີ່ໄດ້ນຳເອົາແນວທາງດັ່ງກ່າວ ມາຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງແທ້ຈິງ ປະເທດຊາດໄດ້ຮັບການພັດທະນາ ປະຊາຊົນໄດ້ຮັບການເບິ່ງແຍງດູແລ ແກ້ໄຂຊີວິດການເປັນຢູ່ ມີການພັດທະນາຢ່າງທົ່ວ ເຖິງ ຊຶ່ງມີຄວາມສຳຄັນຫຼາຍ ພາຍໃຕ້ການນຳພາຢ່າງເດັດດຽວກ້າຫານ ຖືກຕ້ອງ ຊັດເຈນຂອງແນວທາງນະໂຍບາຍທີ່ສະ ຫາຍ ຫງວຽນ ຝູຈ້ອງ ວາງອອກ.

ສະຫາຍ ຫງວຽນ ຝູຈ້ອງ ໄດ້ຮໍ່າຮຽນ ສຶກສາຢ່າງເປັນລະບົບ ກ່ຽວກັບທິດສະດີມາກ-ເລນິນ ແລະ ນຳເອົາທິດສະດີມາກ-ເລ ນິນ ມາປະສົມປະສານຢ່າງກົມກຽວກັບແນວຄິດ ໂຮ່ຈິມິນ ນອກນີ້ ສະຫາຍຍັງໄດ້ຄົ້ນຄວ້າ ຂີດຂຽນ ອອກມາເປັນທິດສະດີ ເປັນພຶດຕິກຳຕົວຈິງ ເປັນແນວທາງ ນະໂຍບາຍ ໃນການຊີ້ນຳ-ນຳພາຂອງສະຫາຍ ຮ່ວມກັບພັກກອມມູນິດຫວຽດນາມ ແລະ ລັດຖະບານ ປະຊາຊົນຫວຽດນາມ ຈັດຕັ້ງປະຕິບັດໄດ້ຮັບໝາກຜົນສຳເລັດເປັນຢ່າງດີ ເຊິ່ງທິດສະດີທີ່ສະຫາຍໄດ້ຄົ້ນຄວ້າ ຂີດຂຽນອອກມານັ້ນ ຈະກາຍເປັນມໍລະດົກອັນລ້ຳຄ່າໃຫ້ພັກກອມມູນິດ ຫວຽດນາມ.

error: Content is protected !!