ປະກອບສ່ວນຍົກບົດບາດແມ່ຍິງໃນການດຳເນີນທຸລະກິດໃຫ້ປະສົບຜົນສໍາເລັດ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20ກໍລະກົດ1955 – 20ກໍລະກົດ 2024)

    ແມ່ຍິງລາວບັນດາເຜົ່າ ມີມູນເຊື້ອອັນດີງາມ ທີ່ສືບທອດກັນມາໃນຫຼາຍຍຸກຫຼາຍສະໄໝ ເຊິ່ງໃນນີ້ບໍ່ສະເພາະແຕ່ຮ່ວມຮັກສາ ແລະ ສືບທອດວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ບໍ່ໃຫ້ຈາງຫາຍເທົ່ານັ້ນແຕ່ແມ່ຍິງລາວບັນດາເຜົ່າໃນອະດີດກໍຄືສະມາຊິກສະຫະພັນແມ່ຍິງລາວ ຍັງໄດ້ຮັກສາ ແລະ ສືບຕໍ່ເສີມຂະຫຍາຍຜົນງານການເຄື່ອນໄຫວຕິດແໜ້ນກັບຂະບວນການປະຕິວັດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄລຍະປັດຈຸບັນ.

    ທ່ານ ນາງ ຫຼຽນຄໍາ ຈັນທະວົງ ຜູ້ຈັດການບໍລິສັດ ຫຼຽນຄໍາ ບໍລິການຮັບຈອງປີ້ຍົນທົ່ວໄປ ຢູ່ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດໃນໂອກາດທີ່ວັນສ້າງຕັ້ງສະຫະພັນແມ່ຍິງລາວໃກ້ຈະໜູນວຽນມາຮອດອີກວາລະໜຶ່ງເຊິ່ງປີນີ້ຄົບຮອບ 69 ປີ (20ກໍລະກົດ1955 – 20ກໍລະກົດ 2024) ທ່ານໄດ້ໃຫ້ຮູ້ວ່າ: ກ່ອນຈະມາສ້າງຕັ້ງບໍລິສັດ ຕົນໄດ້ສຶກສາຢູ່ວິທະຍາໄລຄອມເຊັນເຕີ ໃນປີສຸດທ້າຍກໍໄດ້ລົງຝຶກງານ ແລະໄດ້ເລືອກບໍລິສັດຂາຍປີ້ຍົນແຫ່ງໜຶ່ງເປັນບ່ອນລົງຝຶກຫັດງານ  ພາຍຫຼັງຮຽນຈົບໄດ້ເຂົ້າເຮັດວຽກ  ຮູ້ສຶກວ່າມັກໃນເລື່ອງການບໍລິການດ້ານນີ້ ແລະມີຄວາມສົນໃຈຮຽນຮູ້ເປັນເວລາ 6 ປີ,ຫຼັງຈາກນັ້ນໄດ້ປຶກສາກັບຄອບຄົວ ໂດຍໄດ້ຮັບການສະໜັບສະໜູນຈາກຄອບຄົວ ເລີຍລາອອກຈາກບໍລິສັດ ມາເປີດບໍລິສັດເປັນຂອງຕົນເອງ ຍ້ອນຍັງຂາດປະສົບການໃນເບື້ອງຕົ້ນກໍພົບອຸປະສັກສິ່ງທ້າທາຍຫຼາຍຢ່າງ ມັນບໍ່ງ່າຍຄືຕອນເປັນພະນັກງານເຝິກງານເລີຍ ເພາະທຸກຢ່າງຕ້ອງມີຄວາມຮັບຜິດຊອບສູງ ຕ້ອງຍອມຮັບທຸກບັນຫາ ແລະກໍຕ້ອງມີຄວາມອົດທົນສູງປັບປຸງແກ້ໄຂຢ່າງເປັນລະບົບຕໍ່ເນື່ອງ ຫຍຸ້ງຍາກທີ່ສຸດກໍຄືໄລຍະມີການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ທຸລະກິດ 100% ຈາກຄວາມອົດທົນ ແລະ ໄດ້ກໍາລັງໃຈຈາກຄອບຄົວ ບັນດາລູກຄ້າປະຈໍາ ແລະ ເພື່ອນຮ່ວມງານ ເຮັດໃຫ້ບໍລິສັດສາ ມາດຜ່ານວິກິດອັນຫຍຸ້ງຍາກນັ້ນມາໄດ້ ບໍລິສັດໄດ້ສ້າງຕັ້ງຂຶ້ນ ໃນປີ 2013 ມາຮອດປັດຈຸບັນ ພໍດີຄົບຮອບ 11 ປີ ບໍລິສັດມີພະນັກງານປະຈໍາ 3 ຄົນ (ເພດຍິງ) ປະຕິບັດໜ້າທີ່ຢູ່ຮ່ວມກັນແບບຄອບຄົວ ມີເງິນເດືອນ ລວມທັງສະຫວັດດີການຢ່າງເໝາະສົມ.

    ທ່ານໄດ້ກ່າວຕື່ມວ່າ:  ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ຮູ້ສືກພາກພູມໃຈ ແລະ ເປັນກຽດທີ່ໄດ້ມີສ່ວນຮ່ວມໃນການເຮັດໜ້າທີ່ຂອງແມ່ຍິງລາວ ແມ່ຍິງລາວເຮົາ ແມ່ນມີຄວາມສາມາດກ້າສະແດງອອກໃນທຸກດ້ານທຽບເທົ່າເພດຊາຍ ແມ່ຍິງລາວບໍ່ສະເພາະແຕ່ເກັ່ງໃນວຽກຄອບ ຄົວວຽກເຮືອນການຊານເທົ່ານັ້ນ ແຕ່ແມ່ຍິງຍັງສາມາດເປັນຜູ້ນໍາ ຄືກັນກັບເພດຊາຍໄດ້ຢ່າງສະງ່າງາມບົດບາດແມ່ຍິງໃນຍຸກປັດຈຸບັນ ເຫັນວ່າເກືອບ100% ເທົ່າທຽມກັບເພດຊາຍ ມີບົດບາດໃນເວທີສາກົນ ສະແດງອອກໃຫ້ເຫັນ ຄື: ຢູ່ປະເທດເຮົາກໍມີການນໍາທີ່ເປັນເພດຍິງຫຼາຍທ່ານ ແລະ ກໍມີແມ່ຍິງໃນຫຼາຍໆປະເທດທີ່ເປັນການນໍາ ແລະໃນອົງການຈັດຕັ້ງສາກົນຕ່າງໆກໍມີແມ່ຍິງເປັນປະທານເປັນຜູ້ບໍລິຫານລະດັບປະເທດ.

    ໃນຖານະທີ່ຕົນເປັນຜູ້ປະກອບການທ່ອງທ່ຽວ ຕົນເຫັນຄວາມສໍາຄັນໃນການຍົກບົດບາດໃຫ້ແມ່ຍິງໃນດ້ານການທ່ອງທ່ຽວໃຫ້ຫຼາຍຂຶ້ນ ກໍຄືຢາກໃຫ້ແມ່ຍິງມີໜ້າທີ່ປະກອບສ່ວນໃນການນໍາສະເໜີເລື່ອງການທ່ອງ ທ່ຽວໃນລາວໃຫ້ຫຼາຍຂຶ້ນ ໂດຍສະເພາະ ເລື່ອງການນຸ່ງຖືຂອງແມ່ຍິງລາວ ແມ່ນຈະເຮັດໃຫ້ກິດຈະກໍາການທ່ອງທ່ຽວຕ່າງໆເປັນທີ່ຮັບຮູ້ຫຼາຍຂຶ້ນທັງເປັນການເຜີຍແຜ່ ສີໄມ້ລາຍມືຂອງແມ່ຍິງ ເຜີຍແຜ່ວັດທະນະທໍາອັນດີງາມຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເພາະວ່າລະບຽບການນຸ່ງຖືກໍຄືເອກກະລັກຂອງຊາດ ຂອງແມ່ຍິງລາວ ມີຫຼາກຫຼາຍສີສັນຂອງແຕ່ລະທ້ອງຖິ່ນທີ່ສວຍງາມ ສ່ວນຫຼາຍນັກທ່ອງທ່ຽວເຂົ້າມາແມ່ນ ຍ້ອນວັດທະນະທໍາ ແລະ ທໍາມະຊາດ ທັງນີ້ກໍເພື່ອໃຫ້ສາກົນໄດ້ຮັບຊາບຄວາມງາມ ຄວາມເປັນເອກກະລັກຂອງແມ່ຍິງລາວ ແມ່ຍິງລາວ ມີນ້ຳໃຈຮັກຊາດແພງເຊື້ອຮັກບ້ານເກີດເມືອງນອນປົກປັກຮັກສາ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງມີກິລິຍາມາລະຍາດອ່ອນຫວານຮັກສາມູນມໍລະດົກ ແລະ ອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ ເປັນຕົ້ນແມ່ນການນຸ່ງຖືການແຕ່ງກາຍການພົວພັນໃນຄອບຄົວ-ສັງຄົມ.

error: Content is protected !!