ວັນທີ 19 ກໍລະກົດ 2024 ທ່ານ ສອມນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ນະຄອນຫຼວງວຽງຈັນ (ນວ) ຕິດຕາມມີທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບັນດາຫົວໜ້າຮອງຫົວໜ້າກົມກ່ຽວຂ້ອງສຳນັກງານນາຍົກລັດຖະມນຕີ ຖືກຕ້ອນຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາການນຳ ນວ ເຈົ້າເມືອງຮອງເຈົ້າເມືອງ ຫົວໜ້າຮອງຫົວໜ້າພະແນກ ແລະ ຂະແໜງການກ່ຽວຂ້ອງພາຍໃນ ນວ ເຂົ້າຮ່ວມ.


ການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ນວ ຄັ້ງນີ້ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຈຳນວນໜຶ່ງຢູ່ ນວ ເປັນຕົ້ນໂຄງການກໍ່ສ້າງໂຮງງານບຳບັດນ້ຳເປື້ອນຕັ້ງຢູ່ບ້ານຂາມງອຍ ເມືອງໄຊເສດຖາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງໄລຍະ 2 ແຕ່ຫຼັກ 3 ໂຮງຮຽນການຊ່າງລາວ-ເຢຍລະມັນເມືອງສີສັດຕະນາກຫາຫາດດອກແກ້ວເມືອງຫາດຊາຍຟອງ ໂຄງການກໍ່ສ້າງລົດເມດ່ວນຈຸດສະຖານີຕໍ່ໜ້າໂຮງຮຽນສິນໄຊ ເມືອງຈັນທະບູລີ ແລະ ໂຄງການກໍ່ສ້າງສວນສາທາລະນະປະຕູໄຊພາກຂະຫຍາຍໄລຍະທີ 1 (ເຂດຕຶກກະຊວງຍຸຕິທຳຫຼັງເກົ່າ) ບ້ານໂພນໄຊ ເມືອງໄຊເສດຖາ ເຊິ່ງການຢ້ຽມຢາມແຕ່ລະໂຄງການໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຈາກເຈົ້າຂອງໂຄງການ ຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາໂຄງການ ແຕ່ໂດຍລວມແລ້ວແຕ່ລະໂຄງການທີ່ຈັດຕັ້ງປະຕິບັດແຕ່ລະໜ້າວຽກມີຄວາມຄືບໜ້າໄປຕາມແຜນການ ແລະ ຄາດວ່າຈະສຳເລັດຕາມຄາດໝາຍທີ່ວາງໄວ້ ຖ້າຫາກບັນດາໂຄງການດັ່ງກ່າວນີ້ສຳເລັດການກໍ່ສ້າງຈະເຮັດໃຫ້ ນວ ມີໃບໜ້າໃບຕາອັນໃໝ່ຄືຈະມີລົດເມດ່ວນໄຟຟ້າແກ້ໄຂການສັນຈອນແອອັດ ຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ ແກ້ໄຂບັນຫາສິ່ງແວດລ້ອມກິ່ນເໝັນນ້ຳເປື້ອນໃນຕົວເມືອງ ມີສວນສາທາລະນະ ມີສະຖານທີ່ທ່ອງທ່ຽວເພີ່ມຂຶ້ນ ແລະ ອື່ນໆ.


ພາຍຫຼັງສຳເລັດການໄປຢ້ຽມຢາມບັນດາໂຄງການກໍ່ສ້າງ 4 ໂຄງການແລ້ວທ່ານນາຍົກລັດຖະມົນຕີໄດ້ພົບປະໂອ້ລົມກັບການນຳ ນວ ຢູ່ຫ້ອງວ່າການ ນວ ເຊິ່ງການພົບປະຄັ້ງນີ້ທ່ານເຈົ້າຄອງ ນວ ໄດ້ລາຍງານສະພາບລວມຂອງ ນວ ເປັນຕົ້ນສະພາບເສດຖະກິດ-ສັງຄົມຕິດພັນກັບວາລະແຫ່ງຊາດໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ເປັນຕົ້ນການຈັດເກັບລາຍຮັບເຂົ້າງົບປະມານ ການແກ້ໄຂລະບົບລະບາຍນ້ຳໃນຕົວເມືອງໃນສະເພາະໜ້າ ແລະ ຍາວນານ ສະພາບການລົງທຶນ ການສົ່ງເສີມຜະລິດເປັນສິນຄ້າ ບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຄືບັນຫາເສດຖະກິດ ເງິນເຟີ້ ຄ່າຄອງຊີບສູງທີ່ກະທົບໃສ່ການດຳລົງຊີວິດຂອງພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນ ນວ ແລະ ບັນຫາອື່ນໆ.


ໂອກາດນີ້ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ນວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ນວ ສຸມໃສ່ແກ້ໄຂຫຼາຍໜ້າວຽກໃນຕໍ່ໜ້າເປັນຕົ້ນບັນຫາໄຟເງິນເຟີ້ ການຄວບຄຸມລາຄາສິນຄ້າ ສົ່ງເສີມປະຊາຊົນຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ສຸມໃສ່ຜະລິດສິນຄ້າທົດແທນການນຳເຂົ້າ ຜະລິດສິນຄ້າກະສິກຳເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກເພື່ອສ້າງລາຍຮັບແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ນວ ການສົ່ງເສີມວຽກເຮັດງານທຳໃຫ້ແຮງງານພາຍໃນ ລະດົມການລົງທຶນຕ່າງປະເທດເຂົ້າມາລົງທຶນສ້າງໂຮງຈັກໂຮງງານຢູ່ ນວ ໂດຍສະເພາະຢູ່ເຂດເສດຖະກິດກວມລວມໄຊເສດຖາ ເຂດອຸດສາຫະກຳ ນວ ການຈັດເກັບລາຍຮັບໃຫ້ຫັນໄປນຳໃຊ້ລະບົບທັນສະໄໝ ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມປະກອບສ່ວນພັດທະນາ ນວ ຊົມໃຊ້ເງິນກີບຊົມໃຊ້ສິນຄ້າພາຍໃນ ປະກອບສ່ວນເສຍພັນອາກອນ ສ່ວນ 4 ໂຄງການທີ່ກຳລັງກໍ່ສ້າງໃຫ້ສືບຕໍ່ຈັດຕັ້ງປະຕິບັດໄປຕາມແຜນການທີ່ວາງໄວ້ ແລະ ໃນໄລຍະທີ່ກຳລັງກໍ່ສ້າງນັ້ນໃຫ້ຫຼີກລ່ຽງຜົນກະທົບຕໍ່ສິ່ງກີດຂວາງໜ້ອຍທີ່ສຸດ ແບບແຜນຜັງໂຄງການໃຫ້ປະຕິບັດຖືກຕາມສະພາບຕົວຈິງຂອງປະເທດເຮົາ ເຮັດໃຫ້ໂຄງການມີຄຸນນະພາບມີປະສິດທິຜົນ ແລະ ອື່ນໆ.

ສົມສະຫວັນ