ອົງການກາແດງລາວ-ສະພາກາຊາດໄທທົບທວນການພົວພັນຮ່ວມມືສອງຝ່າຍ

     ກອງປະຊຸມຮ່ວມມືລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ຄັ້ງທີ 4 ຈັດຂຶ້ນ ວັນທີ 18-19 ກໍລະກົດ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການການແດງແຫ່ງຊາດລາວ ແລະ ທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ ມີຄະນະນໍາອົງການກາແດງແຫ່ງຊສດລາວ ສະພາກາຊາດໄທ ຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ທົບທວນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ  ສະພາກາຊາດໄທ ເຊີ່ງໄລຍະຜ່ານມາ ສອງພາກຝ່າຍໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ໄລຍະປີ 2023-2027 ໂດຍໄດ້ກໍານົດຂອບການຮ່ວມືໃນ 6 ຂົງເຂດໃຫ່ຍຄື: ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມສຸຂະພາບ ການບໍລິການເລືອດ ການພັດທະນາອົງກອນ ການຊອກຫາແຫຼ່ງທຶນ ແລະ ການໂຄສະນາ ການຄຸ້ມຄອງຊາວໜຸ່ມແລະ ອາສາສະໝັກ ວຽກງານພາລາທິການ ໄດ້ສຳເລັດການກໍ່ສ້າງສາງເຄື່ອງບັນເທົາທຸກຂອງອົງການກາແດງແຫ່ງຊາດລາວ ທີ່ໄດ້ຮັບການສະໜັບສະໜູນຈາກສະພາກາຊາດໄທ ແລະ ໄດ້ມີພິທີມອບ-ຮັບ ລະຫວ່າງ ທ່ານເລຂາທິການສະພາກາຊາດໄທ ແລະ ປະທານອົງການກາແດງແຫ່ງຊາດລາວຢ່າງເປັນທາງການ ໃນເດືອນ ມິຖຸນາ 2023 ຜ່ານມາ ແລະພະນັກງານອົງການກາແດງແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມຝຶກອົບຮົມກ່ຽວກັບການປະເມີນຄວາມອ່ອນແອ ຄວາມອາດສາມາດຂອງຊຸມຊົນ ເພື່ອກຽມພ້ອມຮັບມືກັບໄພພິບັດ ພ້ອມທັງໄດ້ຮັບການຊ່ວຍເຫຼືອບັນເທົາທຸກ ແລະ ອຸປະກອນຮັບມືກັບໄພພິບັດຂັ້ນພື້ນຖານຈໍານວນໜຶ່ງ ເພື່ອກຽມພ້ອມຮັບມືກັບໄພພິບັດ ພະນັກງານຈາກສະພາກາຊາດໄທ ແລະໄດ້ສະໜັບສະໜູນດ້ານວິຊາການ ແກ່ອົງການກາແດງ ໃນການສ້າງຄູຝຶກປະຖົມພະຍາບານ ແລະ ການສ້າງຄູ່ມືວຽກງານປະຖົມພະຍາບານ ໃຫ້ອົງການກາແດງແຫ່ງຊາດລາວ ແລະ ໄດ້ຮັບນໍ້າຢາກວດເລືອດ ແລະ ຖົງເລືອດ ແລະອື່ນໆ ຈາກສະພາກາຊາດໄທ ເຊິ່ງສະແດງໃຫ້ເຫັນຜົນຂອງການຮ່ວມມືສອງຝ່າຍທີ່ນັບມື້ໄດ້ຮັບການຂະຫຍາຍດີຂື້ນເປັນກ້າວໆ.

ນອກນີ້ ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄໍາຄິດເຫັນໃນການມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າທີ່ຕິດພັນກັບ 6 ຂົງເຂດວຽກງານຄື: ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມສຸຂະພາບ ການບໍລິການເລືອດ ການພັດທະນາອົງກອນ ການຊອກຫາແຫຼ່ງທຶນ ແລະ ການໂຄສະນາ ຄຸ້ມຄອງຊາວໜຸ່ມ ແລະ ອາສາສະໝັກ ແລະ ວຽກງານພະລາທິການ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ.

error: Content is protected !!