” ຈົດໝາຍເຖິງຫຼານ ” ທີ່ຂຽນຂຶ້ນໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເລີ່ມຕົ້ນຂຶ້ນ ຢູ່ເທິງເຄື່ອງບິນ ຖ້ຽວພິເສດ ໝາຍເລກ QV 888 ຈາກ ວຽງຈັນເຖິງເມືອງພູຊານ (ເກົາຫຼີໃຕ້) ໃນວັນທີ 10 ທັນວາ 2014 ເວລາທ່ານເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ເພື່ອເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດສະໄໝພິເສດ ສະຫຼອງຄົບ ຮອບ 25 ປີ ຂອງການພົວພັນ ອາຊຽນ-ສ ເກົາຫຼີ ເວລານັ້ນ ທ່ານມີຫຼານ 5 ຄົນ.

” ຈົດໝາຍເຖິງຫຼານ” ທີ່ຂຽນຂຶ້ນແຕ່ປີ 2014 ໄດ້ໃຊ້ເວລາ 5 ປີ ແລະ ໄດ້ສິ້ນສຸດລົງໃນປີ 2019 ເມື່ອທ່ານ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີຫຼານຕື່ມເປັນຄົນທີ 6 ສ່ວນໃຫຍ່ຂອງການຂຽນແມ່ນໃຊ້ເວລາ ທີ່ທ່ານຢູ່ເທິງເຮືອບິນ ເມື່ອເດີນທາງໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ໃນຖານະເປັນຮອງນາຍົກ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເວລາເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ.



ເນື້ອໃນບາງສ່ວນຈາກຄຳນຳຜູ້ຈັດພິມ “ປຶ້ມຈົດໝາຍເຖິງຫຼານ” ນຳສະເໜີໂດຍ : ເອກອັກຄະລັດຖະທູດ ສຸທໍາ ສາກົນນິຍົມ ແລະ ເອກອັກຄະລັດຖະທູດ ມະໄລວຽງ ສາກົນນິຍົມ.



ຂໍ້ມູນຈາກ: ວາລະສານເທວາ Theva Magazine