ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຂໍ້ມູນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 18 ກໍລະກົດ 2024 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂທທາທິການ ແລະ ຂົນສົ່ງ ນວ ພ້ອມດ້ວຍຂະແໜງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີລິລາດທົງສິນ ທອງເພັງ ກ່າວວ່າ: ນວ ເປັນສູນກາງທາງດ້ານເສດຖະກິດ ການຄ້າ ສຳນັກງານຫ້ອງການລັດຖະບານ ບັນດາທຸຕານຸທູດຕ່າງປະເທດ ອົງການຈັດຕັ້ງສາກົນ ແລະ ເອກະຊົນຕ່າງໆ ເຊິ່ງຖືໄດ້ວ່າເປັນຈຸດຍຸດທະສາດສຳຄັນ ແລະ ເປັນນະຄອນຫຼວງຂອງປະເທດ ໄລຍະຜ່ານມາ ນວໄດ້ຮັບການພັດທະນາຢ່າງຮອບດ້ານ ສ້າງເງື່ອນໄຂດ້ານດີໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແຕ່ກົງກັນຂ້າມ ຕາໜ່າງການຄົມມະນາຄົມຂົນສົ່ງຍັງຈຳກັດ ເສັ້ນທາງຕ່າງໆພັດມີຄວາມຄັບແຄບ ການພັດທະນາພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມຍັງບໍ່ທັນທົ່ວເຖິງ ລະບົບຂົນສົ່ງສາທາລະນະຍັງເຮັດບໍ່ທັນໄດ້ດີ ແລະ ຍັງຂາດເຂີນເຕັກນິກວິຊາການ ເຕັກໂນໂລຊີ ແລະ ສິ່ງອຳນວຍຄວາມສະດວກຕາມເສັ້ນທາງ ນອກຈາກນັ້ນ ຜູ້ຂັບຂີ່ຈຳນວນຫຼວງຫຼາຍຍັງຖືເບົາຕໍ່ລະບຽບ ຂາດວິໄນໃນການຂັບຂີ່ ການຈອດລົດຊະຊາຍ ແລະ ອື່ນໆ ເປັນສາເຫດຕົ້ນຕໍພາໃຫ້ການສັນຈອນຕາມທ້ອງຖະໜົນມີຄວາມແອອັດ ແລະ ມີຄວາມສ່ຽງພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ ສະນັ້ນການນຳ ນວ ໄດ້ເຫັນຄວາມສຳຄັນໃນການແກ້ໄຂບັນຫາການສັນຈອນ ແລະ ອຸປະຕິເຫດຕາມທ້ອງຖະໜົນຫຼວງຈຶ່ງໄດ້ກຳນົດມາດກະການແກ້ໄຂດ້ວຍຫຼາຍຮູບການເຊັ່ນ ອອກຂໍ້ຕົກລົງ ແຈ້ງການ ຄຳສັ່ງແນະນຳ ການປັບປຸງໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ຂົນສົ່ງ ເປັນຕົ້ນແມ່ນການປັບປຸງ-ຂະຫຍາຍເສັ້ນທາງ ລະບົບຂົນສົ່ງສາທາລະນະ ການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ການຈັດສັນທິດທາງການສັນຈອນຄືນໃໝ່ ແລະ ອື່ນໆ ຕໍ່ມາໃນປີ 2017 ລັດຖະບານຈຶ່ງຕົກລົງແຕ່ງຕັ້ງຄະນະຊີ້ນຳການແກ້ໄຂຄວາມແອອັດຂອງການຈະລາຈອນ ແລະ ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນຕາມເສັ້ນທາງໃນຕົວເມືອງ ນວ ເພື່ອຊີ້ນຳ-ນຳພາ ກຳນົດແຜນນະໂຍບາຍ ແລະ ມາດຕະການແກ້ໄຂຄວາມແອອັດຂອງການຈະລາຈອນ ແລະ ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໃນຕົວເມືອງນະຄອນຫຼວງວຽງຈັນ ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນກໍໄດ້ກຳນົດເອົາໂຄງການຂົນສົ່ງແບບຍືນຍົງເປັນໂຄງການບູລິມະສິດເພື່ອແກ້ໄຂບັນຫາຕ່າງໆທີ່ຕິດພັນກັບການສັນຈອນຕາມທ້ອງຖະໜົນ ແນໃສ່ເຮັດໃຫ້ ນວ ມີໂສມໜ້າໃໝ່ ການຄົມມະນາຄົມ-ຂົນສົ່ງມີຄວາມສະດວກ ປອດໄພ ແລະ ທັນເວລາ.



ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍເດືອນກໍລະກົດ 2018 ພາຍຫຼັງໄດ້ບໍລິສັດທີ່ປຶກສາຕ່າງປະເທດ ແລະ ຕັ້ງເປົ້າໃຫ້ສຳເລັດໃນປີ 2022 ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປັດໄຈພາຍນອກອື່ນ ໂຄງການຈິ່ງໄດ້ຕໍ່ສັນຍາຮອດເດືອນທັນວາ 2024 ຈຸດປະສົງຕົ້ນຕໍຂອງໂຄງການແມ່ນສຸມໃສ່ປັບປຸງຍົກລະດັບຄຸນນະພາບລະບົບການຂົນສົ່ງໃນຕົວເມືອງແນໃສ່ແກ້ໄຂບັນຫາສະພາບການສັນຈອນແອອັດ ອຸປະຕິເຫດຕາມທ້ອງຖະໜົນ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ໂຄງການດັ່ງກ່າວໄດ້ຮັບທຶນກູ້ຢືມ ຊ່ວຍເຫຼືອລ້າຈາກຜູ້ໃຫ້ທຶນສາກົນ ພາກເອກະຊົນ ແລະ ການສົມທົບທຶນຂອງລັດຖະບານ ລວມມູນຄ່າທັງໝົດ 99,7 ລ້ານໂດລາສະຫະລັດ ຕົ້ນປີ 2019 ອົງການປົກຄອງ ນວ ຮັບຮອງແລວເສັ້ນທາງລົດເມດ່ວນເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ຜ່ານຖະໜົນສຸພານຸວົງຖະໜົນເສດຖາທິຣາດຖະໜົນໜອງບອນຖະໜົນໄກສອນພົມວິຫານ ຖະໜົນສະພັງເມິກ ແລະ ສິ້ນສຸດຢູ່ດ້ານໜ້າ ມຊ ຕາມກະສະເໜີຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນເວລານັ້ນເພື່ອໃຫ້ໂຄງການ ແລະ ທີ່ປຶກສາອອກແບບລາຍລະອຽດຕ່າງໆ ຕາມເປົ້າໝາຍການພັດທະນາທີ່ເອກະພາບກັບຜູ້ໃຫ້ທຶນສາກົນອື່ນໆ.







ທ່ານ ບຸນຍະວັດ ນິລະໄຊຍ໌ ລາຍງານວ່າ: ໂຄງການແມ່ນນຳໃຊ້ລົດເມທີ່ໃຊ້ພະລັງງານສະອາດເປັນມິດຕໍ່ສິ່ງແວດລ້ອມ 55 ຄັນ ແຕ່ລະຄັນຍາວ 12 ແມັດ ມີ 40 ບ່ອນນັ່ງ ເປັນລົດເມພື້ນຕໍ່າຄົນພິການສາມາດໃຊ້ໄດ້ຢ່າງສະດວກສະບາຍ ການເກັບຄ່າໂດຍສານແມ່ນແບ່ງເປັນ 2 ພື້ນທີ່ເຊັ່ນ ພື້ນທີ່ສີແດງ ແລະ ພື້ນທີ່ສີຂຽວ ເຊິ່ງຈະເກັບລາຄາຄ່າໂດຍສານແຕກຕ່າງກັນອີງຕາມໂຄງສ້າງລາຄາຂົນສົ່ງໂດຍສານຂອງກະຊວງ ຍທຂ ລະບົບຈ່າຍຄ່າໂດຍສານຈະໃຊ້ບັດລົດເມທັນສະໄໝ ເຊິ່ງຜູ້ໂດຍສານສາມາດຊື້ໄດ້ຢູ່ສະຖານີລົດເມດ່ວນ ແລະ ຮ້ານຂາຍເຄື່ອງທີ່ຂຶ້ນກັບໂຄງການ ມາຮອດວັນທີ 30 ມິຖຸນາ 2024 ສາມາດປະຕິບັດໄດ້ 61,38% ທຽບໃສ່ແຜນການແມ່ນຊັກຊ້າພໍສົມຄວນ ໃນປີ 2024 ໂຄງການຈະສຸມໃສ່ໃຫ້ສຳເລັດການກໍ່ສ້າງໂຄງການພື້ນຖານສຳລັບລົດເມດ່ວນ BRT ເຊັ່ນ ເສັ້ນທາງລົດເມດ່ວນ (ຊ່ອງຈາລະຈອນສະເພາະລົດເມ) ສະຖານີຂຶ້ນ-ລົງ ໄຟອຳນາດ ອູ່ລົດເມ ສູນບັນຊາລົດເມ ສູນສ້ອມແປງ ແລະ ອື່ນໆ ສຳລັບລົດເມໄຟຟ້າ ອຸປະກອນ IT ແລະ ເຄື່ອງປຸປະກອນອື່ນໆຈະຕິດຕັ້ງໃຫ້ສຳເລັດໃນທ້າຍປີ 2024.
