ເປີດນຳໃຊ້ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ

    ໃນວັນທີ 16 ກໍລະກົດ 2024 ທີ່ວິທະຍາໄລຄູດົງຄຳຊ້າງ ນະຄອນຫຼວງວຽງຈັນ ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ ຜູ້ປະຈໍາການ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກດ້ານຂະ  ແໜງສາທາລະນະສຸກ ແລະ ຂະແໜງການສຶກສາ ສະຖານທູດອົດສະຕຣາລີປະຈຳລາວ ເຂົ້າຮ່ວມເປີດພິທີການນຳໃຊ້ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ຂອງຂະແໜງ ການສຶກສາ ແລະ ກີລາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ພ້ອມກັບການຈັດການເຝິກອົບຮົມເປັນເວລາ 3 ວັນໃນຫົວຂໍ້ການປົກປ້ອງເດັກ ເຊິ່ງນຳພາໂດຍຄູເຝິກຈາກກະຊວງ ສສກ ນັກສຳມະນາກອນແມ່ນບັນດາຄູສອນຈາກວິທະຍາໄລຄູດົງຄຳຊ້າງ.

    ທ່ານ  ສົມສີ ສຸດທິວົງ ໄດ້ກ່າວວ່າ: ການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ ແມ່ນວຽກງານບຸລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ຄູມີບົດບາດສຳຄັນໃນການປົກປ້ອງເດັກໂດຍການມີສ່ວນຮ່ວມ ໄດ້ຮັບການສະໜັບສະໜູນ ແລະ ມີຄວາມຮູ້ກ່ຽວກັບການປົກປ້ອງເດັກ ວິທີການປະຕິບັດຂອງຄູ ສາມາດສ້າງຄວາມແຕກຕ່າງດ້ານສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການຮຽນຮູ້ທີ່ປອດໄພ ເອກະສານແນະນໍາກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກສະບັບນີ້ ໄດ້ຖືກສ້າງຂື້ນເພື່ອສະໜັບສະໜູນຄູໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການປົກປ້ອງເດັກ ແລະ ໃຫ້ເຂົ້າເຖິງຂໍ້ມູນກ່ຽວກັບການໃຫ້ຄຳປຶກສາ ແລະ ລະບົບການລາຍງານ ເພາະຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງສ້າງພື້ນທີ່ປອດໄພໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ຈະເລີນເຕີບໂຕທາງກາຍ ແລະ ຈິດໃຈອີກດ້ວຍ ເມື່ອນັກຮຽນຮູ້ສຶກປອດໄພ ເຂົາເຈົ້າຈະຮຽນຮູ້ໄດ້ດີຢູ່ໃນໂຮງຮຽນ ແລະ ຫວັງວ່າ ຄູ່ມືແນະນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກສະບັບນີ້ ຈະເປັນປະໂຫຍດຕໍ່ຄູສອນເພື່ອສ້າງສະພາບແວດລ້ອມທີ່ປອດໄພສຳລັບນັກຮຽນ ພ້ອມຮຽກຮ້ອງໃຫ້ຄູທຸກທ່ານຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າໃນການປົກປ້ອງເດັກ ແລະ ສະໜັບສະໜູນການຮັກສາຄວາມປອດໄພຂອງເດັກໃນໂຮງຮຽນ.

    ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: ໃນປະເທດອົດສະຕຣາລີ ເປັນທີ່ຮູ້ກັນດີວ່າ ທຸກຄົນທີ່ເຮັດວຽກຮ່ວມກັບເດັກນ້ອຍມີຄວາມຮັບຜິດຊອບ ເພື່ອຮັບປະກັນຄວາມປອດໄພທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາ ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງ ສສກ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໃນການພັດທະນາ ເຜີຍແຜ່ເອກະສານແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຢ່າງເປັນທາງການສະບັບຂອງຂະແໜງການສຶກສາ ແລະ ກີລາ ໃນການເສີມສ້າງຂີດຄວາມສາມາດໃນຫົວຂໍ້ທີ່ສຳຄັນນີ້ ຄູ່ມືການປົກປ້ອງເດັກທີ່ນໍາມາສະເໜີ ອະທິບາຍເຖິງການປະຕິບັດຕົວຈິງທີ່ທຸກຄົນຄວນປະຕິບັດ ເມື່ອໄດ້ເຮັດວຽກຕິດພັນກັນເດັກ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ຂໍໃຫ້ທຸກຄົນເປັນແບບຢ່າງ ແລະ ເຮັດວຽກຮ່ວມກັນເພື່ອຮັບປະກັນສະພາບແວດລ້ອມການຮຽນຮູ້ທີ່ປອດໄພສຳລັບລູກຫຼານຂອງພວກເຮົາ ເພາະຄູສອນມີບົດບາດສໍາຄັນໃນການປົກປ້ອງນັກຮຽນ ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພຢູ່ໂຮງຮຽນ ຊ່ວຍໃຫ້ພວກເຂົາໃຫ້ມີຄວາມກ້າວໜ້າໃນເສັ້ນທາງການຮຽນຮູ້ ການຈັດໃຫ້ຄູມີເຄື່ອງມື ແລະ ທັກສະທີ່ຈຳເປັນ ຈະຮັບປະກັນໃຫ້ເຂົາເຈົ້າສາມາດຊຸກຍູ້ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພໃຫ້ເດັກຢູ່ທັງໃນ ແລະ ນອກຫ້ອງຮຽນ.

    ໃນພິທີດັ່ງກ່າວມີຜູ້ເຂົ້າຮ່ວມປະມານ 360  ທ່ານ ຈາກບັນດາກົມຂອງກະຊວງ ສສກ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຄູອາຈານ ແລະ ນັກສຶກສາຈາກວິທະຍາໄລຄູດົງຄຳຊ້າງ ແລະ ຜູ້ຕາງໜ້າຈາກສະຫະພັນແມ່ຍິງລາວ ອ້ອມຂ້າງສະຖາບັນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ຄູເຝິກທີ່ຖຶກຄັດເລືອກຈາກ ສສກ ຈະໄດ້ເຂົ້າຮ່ວມການເຝິກອົບຮົມເປັນເວລາສາມວັນ ການເຝິກອົບຮົມໄດ້ໃຊ້ວິທີການ ຖືເອົາຜູ້ຮຽນເປັນໃຈກາງ ໂດຍມີຫຼາຍກິດຈະກຳທີ່ໄດ້ມີການປະຕິບັດຕົວຈິງ ແລະ ຮຽກຮ້ອງໃຫ້ຜູ້ມີສ່ວນຮ່ວມປະກອບສ່ວນໃນກິດຈະກຳ ໃນໄລຍະ 1 ວັນເຄິ່ງ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ແລະ ທີມຄູຝຶກວຽກງານບົດບາດຍິງ-ຊາຍ ຈາກ ສສກ ໄດ້ຝຶກອົບຮົມຄູເຝິກໃຫ້ແກ່ ວິທະຍາໄລຄູດົງຄຳຊ້າງ ຈຳນວນ 40 ທ່ານ ເພື່ອເປັນຄູເຝິກວຽກງານປົກປ້ອງເດັກໃນອະນາຄົດ ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບພຶດຕິກຳທີ່ຍອມຮັບໄດ້ ແລະ ຍອມຮັບບໍ່ໄດ້ ໃນດ້ານການປົກປ້ອງເດັກໃນສະພາບແວດລ້ອມຂອງໂຮງຮຽນເຊັ່ນ: ການຂູດຮີດທາງເພດ ການລ່ວງລະເມີດ ແລະ ການຂົ່ມເຫັງ ການເຄົາລົບສິດ ແລະ ການຄຳນຶງງເຖິງເດັກໂດຍບໍ່ມີການຈຳແນກ ການຄຸ້ມຄອງພຶດຕິກຳຂອງເດັກ ການຕິດຕໍ່ສື່ສານກັບເດັກ ການຖ່າຍຮູບ ຫຼື ການຖ່າຍພາບເດັກ ແລະ ການເສບສິ່ງມຶ່ນເມົາ ແລະ ການໃຊ້ຢາເສບຕິດ ຈາກນັ້ນເຂົາເຈົ້າ ໄດ້ທົບທວນຄືນຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ທິດສະດີການສອນເພື່ອກະກຽມໃຫ້ເຂົາເຈົ້າເປັນຄູຝຶກທີ່ມີປະສິດທິພາບ ໃນມື້ທີສອງ ຄູຈາກວິທະຍາໄລຄູ 40 ທ່ານ ໄດ້ສືບຕໍ່ເຝິກອົບຮົມວຽກງານປ້ອງກັນເດັກໃຫ້ແກ່ຄູສອນ ແລະ ນັກຮຽນສາຍຄູ ທີ່ວິທະຍາໄລຄູ ຈຳນວນ 300 ຄົນ ແລະ ມື້ສຸດທ້າຍຂອງວາລະເຝິກອົບຮົມ ໄດ້ນຳສະເຫນີຄໍາແນະນໍາດ້ານການປົກປ້ອງ ແລະ ການຮັກສາຄວາມປອດໄພສໍາລັບເດັກໃນຂະແໜງການສຶກສາ ແລະ ກິລາໃຫ້ແກ່ທີມງານ.   

   ແຜນງານບີຄວາ ເປັນແຜນງານທີ່ນຳພາໂດຍລັດຖະບານລາວ ໂດຍການສະໜັບສະໜູນຈາກ ລັດຖະ ບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ໂຄງການໄດ້ສຸມໃສ່ເສີມຂະຫຍາຍຜົນການສຶກສາຂອງໄວໜຸ່ມທົ່ວປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ ແຜນງານບີຄວາ ແມ່ນສົ່ງເສີມການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກກິດຈະກໍາໃຫ້ມີຄວາມເທົ່າທຽມ ແລະ ຢືນຢົງ.

error: Content is protected !!