ລັດ​ຖະ​ບານ ສ​ປ ຈີນ ລົງນາມສັນຍາຮ່ວມມືໂຄງການກອງທຶນພິເສດ ມູນ​ຄ່າກວ່າ 2,6 ລ້ານ​ໂດ​ລາ

ລັດຖະບານແຫ່ງ ສປ ຈີນ ລົງ​ນາມ ລົງນາມສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລວມ​ມູນ​ຄ່າ​ທັງ​ໝົດກວ່າ 2,6 ລ​້ານ​ໂດ​ລາ​ລະ​ຫະ​ລັດ ໃນ​ນັ້ນ​ແມ່ນ​ລວ​ມ​ເອົາ​ຂົງ​ເຂດກະສິກຳສິ່ງແວດລ້ອມ ການຄຸ້ມຄອງຊັບພະຍາກອນນໍ້າ ສາທາລະນະສຸກ ການຄ້າ ສ້າງຄວາມສາມາດໃນການຜະລິດອຸດສາກະກຳ ພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ.  

ພິ​ທີ​ລົງ​ນາມ​ສັນ​ຍາ​ການ​ຮ່ວມ​ມື​ໂຄງ​ການ​ດັ່ງ​ກ່າວໄດ້ຈັດຂຶ້ນ​ໃນ​ວັນ​ທີ 16 ກໍ​ລະ​ກົດ 2024 ທີ່ ກະຊວງການຕ່າງປະເທດ ເຊິ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມນີ້ ໄດ້ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່ງປະເທດ ແລະ ກະຊວງ ຂະແໜງການ ທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຄີພີຍານ.

ໃນປີ 2024 ນີ້ ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ມູນຄ່າ 2.665.900 ໂດລາສະຫະລັດ ເຊິ່ງໄດ້ປະກອບມີໂຄງການຊ່ວຍເຫຼືອໃຫ້ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງກວມເອົາຫຼາຍຂົງເຂດ ເປັນຕົ້ນແມ່ນ ກະສິກຳສິ່ງແວດ ລ້ອມ ການຄຸ້ມຄອງຊັບພະຍາກອນນໍ້າ ສາທາລະນະສຸກ ການຄ້າ ສ້າງຄວາມສາມາດໃນການຜະລິດອຸດສາກະກຳພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດ ຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອານາຄົດຮ່ວມກັນ ໂດຍມີ ສປປ ລາວ ກຳປູເຈຍ ມຽນມາ ໄທ ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ ທ່າມກາງສະພາບການຂອງໂລກທີ່ຍັງສືບຕໍ່ປະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫຼາຍຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ ຊຶ່ງໄດ້ປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ.

ໃນປີດຽວກັນ ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍນເຈດຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວຂ້າງເທິງໃຫ້ປາກົດຜົນເປັນຈິງ ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບທັງໝົດ 80 ໂຄງການ ມູນຄ່າ 20 ລ້ານກວ່າໂດລາສະຫະລັດ ແມ່ນໄດ້ຮັບຫມາກຜົນເປັນຢ່າງດີ.

ໃນໂອກາດດັ່ງກ່າວ ທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫຼືອງວດໃໝ່ ໃນປີ 2024 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໄດ້ຢ່າງປາກົດຜົນເປັນຈິງ ແລະ ມີປະສິດທິພາບສູງ ພ້ອມທັງ ເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.

error: Content is protected !!