ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງ ເວທີປຶກສາຫາລືກ່ຽວກັບ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ

ໃນວັນທີ 12-13 ກໍລະກົດ 2023 ທີ່ນະຄອນຫລວງປັກກິ່ງ ສປ ຈີນ ທ່ານ ໂພໄຊ ໄຂຄຳພິທູນ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີສອງ ຂອງເວທີປຶກສາຫາລື ກ່ຽວ ກັບ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ (Second High-Level Conference of Forum on Global Action for Shared Development) ພາຍໃຕ້ຂໍ້ລິເລີ່ມດ້ານການພັດທະນາສາກົນ (Global Development Initiative) ທີ່ສະເຫນີໂດຍພະນະທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສະທາລະນະລັດປະຊາຊົນຈີນ ໂດຍການເປັນເຈົ້າພາບຂອງ ອົງ ການຮ່ວມມືເພື່ອການພັດທະນາສາກົນຂອງ ສປ ຈີນ.

ໃນພິທີເປີດກອງປະຊຸມດັ່ງກ່າວ ທ່ານ ໂລ ຈ້າວຮຸຍ ປະທານອົງການຮ່ວມມື ເພື່ອການພັດທະນາສາກົນຂອງ ສປ ຈີນ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ເຊີນ ທ່ານ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ກອມມູນິດ ສປ ຈີນ ລັດຖະມົນຕີກະ ຊວງການຕ່າງປະເທດ ປະກອບກ່າວປາໄສໃນພິທີເປີດ ໂດຍມີບັນດາການນຳຂັ້ນສູງຂອງກຸ່ມປະເທດເພື່ອນມິດ ຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ ແລະ ຜູ້ຕາງໜ້າຈາກບັນດາສະຖານທູດ ອົງການເຄືອຂ່າຍສະຫະປະຊາຊາດ ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫລາຍກວ່າ 500 ທ່ານ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບມາດຕະການ ແລະ ແນວທາງປະຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຮ່ວມກັນຂອງປະເທດກຳລັງພັດທະນາ ກໍຄື ວິທີການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດສັງຄົມຢູ່ໃນໂລກ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານການພັດທະນາສາກົນ ເພື່ອເປັນການປະກອບສ່ວນສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ ໃນປີ 2030 ກອງປະຊຸມໄດ້ສຸມໃສ່ ປຶກສາຫາລື 5 ຫົວຂໍ້ຫຼັກຄື: ຫົວຂໍ້ທີ 1: ຮ່ວມມືກັນ ເພື່ອສ້າງ ການຫັນເປັນທັນສະໄໝຂອງປະເທດກໍາລັງພັດທະນາ: ເສັ້ນທາງໃໝ່ ວິໄສທັດອັນໃໝ່ ຫົວຂໍ້ທີ 2: ເວທີປຶກສາຫາລື ກ່ຽວກັບ ວິທີການດ້ານນະວັດຕະກຳ ເພື່ອເລັ່ງລັດການພັດທະນາແບບຍືນຍົງ: ການຈັດຕັ້ງປະຕິບັດ ຂັ້ນປະເທດ ພາກພື້ນ ແລະ ສາກົນ ເພື່ອອະນາຄົດທີ່ດີຂຶ້ນ ຫົວຂໍ້ທີ 3: ການຂ້າມຜ່ານທາງດ້ານພະລັງງານ ແລະ ການພັດທະນາແບບຍືນຍົງ ຫົວຂໍ້ທີ 4: ການເຂົ້າຮ່ວມຂອງຜູ້ຈັດຕັ້ງປະຕິບັດຈາກຫຼາຍພາກສ່ວນ ໃນການຮ່ວມມືເພື່ອການພັດທະນາສາກົນ ແລະ ຫົວຂໍ້ທີ 5: ການເຕົ້າໂຮມ ຄົນຮຸ້ນຕ່າງໆ: ຄວາມຮັບຜິດ ຊອບຂອງຊາວໜຸ່ມສາກົນຮ່ວມກັນ ໃນຍຸກດິຈີຕອນ.

ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ໂດຍລວມໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນທາງດ້ານການເມືອງຂອງຕົນ ໃນການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ພາກເອກະຊົນ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ເພື່ອຮ່ວມ ມືກັນໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການພັດທະນາສາ ກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຢາງ ເວີຍຊຸນ (Mr. Yang Weiqun) ຮອງປະທານອົງການຮ່ວມມືເພື່ອການພັດທະນາສາກົນ ຂອງ ສປ ຈີນ (CIDCA) ເພື່ອປຶກສາຫາລືກ່ຽວກັບ ການສົ່ງເສີມການຮ່ວມມືສອງຝ່າຍໃນດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງຍາວນານ ຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການຮ່ວມມືໃນຂອບອາຊຽນ ເຊິ່ງ ຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ພາຍໃຕ້ ຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງ ສປ ຈີນ ທັງໃນຂອບການຮ່ວມ ມືສອງຝ່າຍ ແລະ ໂດຍຜ່ານການຮ່ວມມືຫຼາຍຝ່າຍ.

ກອງປະຊຸມຄັ້ງນີ້ ແມ່ນເປັນສ່ວນຫນຶ່ງຂອງການດຳເນີນງານເພື່ອຜັນຂະຫຍາຍຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງທ່ານປະທານ ສີ ຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄຫມທີ 76 ໃນເດືອນກັນຍາ ປີ 2021 ຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຍຶດຖືເອົາການພັດທະນາເປັນບູລິມະສິດຫລັກ ໂດຍຖືເອົາປະຊາຊົນເປັນໃຈກາງ ທຸກຄົນລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດ ນຳໃຊ້ນະວັດຕະກຳໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ ເຊິ່ງກວມເອົາ 8 ຂົງເຂດວຽກງານບູລິມະສິດທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຄື 1. ການຫຼ​ຸດຜ່ອນຄວາມທຸກຍາກ 2. ການຄໍ້າປະກັນດ້ານສະບຽງອາຫານ 3. ການຮັບມືກັບພະຍາດ ລະບາດ ແລະ ວັກຊີນ 4. ການສະໜອງເງິນເພື່ອການພັດທະນາ 5. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ 6 ການຫັນເປັນອຸດສາຫະກໍາທີ່ທັນສະໄໝ 7. ເສດຖະກິດດິຈິຕ້ອນ ແລະ 8 ການເຊື່ອມໂຍງໃນຍຸກດິຈິຕ້ອນ.

error: Content is protected !!