ໃນລະຫວ່າງວັນທີ 15-17 ກໍລະກົດ 2024 ທີ່ ນິວຢອກ ສ ອາເມລິກາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ (The Ministerial meeting of the High-Level Political Forum on Sustainable Development – HLPF) ພາຍໃຕ້ຫົວຂໍ້: ຊຸກຍູ້ວາລະ 2030 ແລະ ການລຶບລ້າງຄວາມທຸກຍາກ ໃນທ່າມກາງສະພາບວິກິດການຫລາຍດ້ານ: ການຈັດຕັ້ງປະຕິບັດແນວທາງແກ້ໄຂບັນຫາແບບຍືນຍົງ ການສ້າງຄວາມເຂັ້ມແຂງ ແລະ ນະວັດຕະກຳ ຢ່າງມີປະສິດທິຜົນ.

ກອງປະຊຸມ ຈະໄດ້ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ໂດຍລົງເລີກ 5 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄື ປພຍ 1: ລຶບລ້າງຄວາມທຸກຍາກ; ປພຍ 2: ລຶບລ້າງໄພອຶດຫິວ ປພຍ 13: ມີແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ປພຍ 16: ມີສັນຕິພາບ ຄວາມຍຸຕິທຳ ແລະ ສະຖາບັນທີ່ເຂັ້ມແຂງ ແລະ ປພຍ 17: ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ໃນສະພາບການທີ່ຫຼາຍປະເທດໃນທົ່ວໂລກກໍາລັງຮັບມືກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ມີຜົນກະທົບມາຈາກວິກິດການຕ່າງໆໃນໄລຍະຜ່ານມາ.
ໃນວັນທີ 15 ກໍລະກົດ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວຄຳເຫັນ ທັງໃນນາມອາຊຽນ ແລະ ໃນນາມ ສປປ ລາວ ໃນກອງປະຊຸມພາກອະພິປາຍທົ່ວໄປ ເຊິ່ງໃນນັ້ນ ທ່ານໄດ້ເນັ້ນໜັກເຖິງຜົນກະທົບທີ່ແກ່ຍາວມາຈາກວິກິດການຕ່າງໆຂອງສາກົນ ລວມທັງຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະ ການຄ້າ ຂໍ້ຫຍຸ້ງຍາກດ້ານເສດຖະກິດ ລະບົບການເງິນ ແລະ ບັນຫາການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນຕໍ່ການຈັດຕັ້ງປະຕິບັດວາລະ 2030 ກໍຄືບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມໂດຍລວມ ພ້ອມທັງໄດ້ຮຽກ ຮ້ອງໃຫ້ບັນດາປະເທດສະມາຊິກຍົກລະດັບການຮ່ວມມືຢ່າງຮອບດ້ານ ແລະ ສະໜອງການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດ ເປັນຕົ້ນ ປະເທດດ້ອຍພັດທະນາ ຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເພື່ອບັນລຸ ປພຍ ພາຍໃນປີ 2030 ແລະ ພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.

ພິເສດໃນກອງປະຊຸມປີນີ້ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (Voluntary National Review-VNR) ໂດຍທ່ານໄດ້ຊີ້ໃຫ້ເຫັນຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍທີ່ເປັນບູລິມະສິດດ້ານການພັດທະນາປະເທດ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງເຫັນວ່າ ໄດ້ຮັບຜົນສໍາເລັດ ແລະ ຄວາມຄືບໜ້າໃນຫຼາຍດ້ານ ເວົ້າລວມ ເວົ້າສະເພາະແມ່ນສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ-ສັງຄົມຄ່ອຍໆໄດ້ຮັບການຟຶ້ນຟູ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າໄດ້ຮັບການປັບປຸງດີຂື້ນ.
ເຖິງຢ່າງໃດກໍຕາມ ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດ ແລະ ວິກິດການຕ່າງໆຈາກພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ ລວມໄປເຖິງສະພາບໄພເງິນເຟີ້ ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນຊຸມປີ ຜ່ານມາ ບໍ່ໄດ້ຕາມແຜນການທີ່ວາງໄວ້ ຕໍ່ຫນ້າພະພາບການດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ພວກເຮົາ ຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ພ້ອມກັນຕັດສິນໃຈຢ່າງກ້າຫານ ແລະ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດວາລະດ້ານການພັດທະນາຂອງປະເທດ ແລະ ສາກົນ.
ໃນນັ້ນ ສປປ ລາວ ຈະສືບຕໍ່ພັດທະນາເສດຖະກິດ ຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງ ແລະ ສີຂຽວຄຽງຄູ່ກັບການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍ ເພື່ອນຳພາປະເທດຂ້າມຜ່ານອຸປະສັກ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນແຕ່ລະໄລຍະ ບົດລາຍງານສະບັບທີ 3 ຂອງ ສປປ ລາວ ແມ່ນໄດ້ວິເຄາະວິໄຈທ່າອ່ຽງລວມຂອງທັງໝົດ 18 ເປົ້າໝາຍ ແລະ ການວິເຄາະວິໄຈແບບລົງເລິກ ບັນດາເປົ້າໝາຍ ທີ່ເຫັນວ່າເປັນບູລິມະສິດສໍາຄັນ ແລະ ເຫັນຄວນເອົາໃຈໃສ່ຕື່ມ ພ້ອມທັງປິ່ນອ້ອມກັບ 6 ແນວທາງການຫັນ ປ່ຽນຂອງ ເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນ ແຕ່ນີ້ຮອດປີ 2030 ໂດຍໄດ້ສະທ້ອນໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດກາງສະໄໝຂອງແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ໄດ້ລົງເລິກໃນ 11 ເປົ້າໝາຍການພັດທະນາແບບຍືນຍົງ ທີ່ເປັນບູລິມະສິດຂອງ ສປປ ລາວ ຄື: ປພຍ 1: ລຶບລ້າງຄວາມທຸກຍາກ ປພຍ 2: ລຶບລ້າງຄວາມອຶດຫິວ ປພຍ 3: ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4: ການສຶກສາທີ່ມີຄຸນນະພາບ ປພຍ 5: ຄວາມສະເໝີພາບລະຫວ່າງຍິງ-ຊາຍ ປພຍ 7: ພະລັງງານທີ່ສະອາດ ປພຍ 8: ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ ປພຍ 9: ການຫັນເປັນອຸດສາຫະກໍາ ປພຍ 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ ປພຍ 17: ເປັນຄູ່ຮ່ວມເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18: ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ.
ພ້ອມກັນນັ້ນ ໃນໄລຍະກອງປະຊຸມດັ່ງກ່າວນີ້ ສປປ ລາວ ຍັງໄດ້ຈັດກອງປະຊຸມປິ່ນອ້ອມ (Side Event) ຮ່ວມກັບປະເທດ ອາແຊກໄບຊານ ໂດຍການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເສດຖະກິດ ຂອງ ປະເທດອາແຊັກໄບຊານ ພາຍໃຕ້ຫົວຂໍ້: ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ/ລະເບີດຝັງດິນ ເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ (UXO/Mine Action to Attain the Sustainable Development Goals and Leave No One Behind) ເຊິ່ງເປັນຫົວຂໍ້ທີ່ຕິດພັນກັບ ປພຍ ແຫ່ງຊາດ ຂອງ ສປປ ລາວ ແມ່ນ ປພຍ 18: ຊີວິດປອດໄພຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ (Lives Safe from UXO) ແລະ ອາແຊກໄບຊານ ແມ່ນ ປພຍ 18: ການເກັບກູ້ລະເບີດຝັງດິນ (Mine Action).
ນອກຈາກນັ້ນ ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ສປປ ລາວ ກໍໄດ້ມີການຈັດງານວາງສະແດງແຜ່ນຜ້າທີ່ຖືກຕ່ຳ ແລະ ແຕ້ມເປັນລວດລາຍຮູບພາບການເລົ່າເລື່ອງຜົນກະທົບຂອງ ລະເບີດບໍ່ທັນແຕກທີ່ຕົກຄ້າງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ສະແດງໃຫ້ເຫັນຜົນໄດ້ຮັບຈາກການກວດກູ້ ລບຕ ທີ່ໄດ້ຊ່ວຍປົກປັກຮັກສາຊີວິດ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ການຈັດງານທັງສອງນີ້ ແມ່ນແນ່ໃສ່ເຜີຍແຜ່ແນວທາງນະໂຍບາຍ ແລະ ສ້າງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງ ລບຕ ຢູ່ ສປປ ລາວ ເພີ່ມຄວາມເຂົ້າໃຈເຖິງຜົນກະທົບທີ່ມີຕໍ່ປະຊາຊົນ ແລະ ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ທີ່ຍັງຕ້ອງໄດ້ໃຊ້ຊີວິດກັບຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະ ລະດົມການຮ່ວມມືສະໜັບສະໜູນຕໍ່ວຽກງານດັ່ງກ່າວ ຈາກວົງຄະນາຍາດສາກົນ.