ເສີມຂະຫຍາຍ ມູນເຊື້ອອັນດີງາມ ຂອງແມ່ຍິງລາວ

(ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2024 )

    ເພື່ອລະນຶກເຖີງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ປີ 1955 ເຊິ່ງປີນີ້ແມ່ນ ຄົບຮອບ 69 ປີ ເປັນວັນທີ່ມີຄວາມສໍາຄັນທາງດ້ານປະຫວັດສາດ ແລະ ມູນເຊື້ອຂອງແມ່ຍິງລາວ ໃນທົ່ວປະເທດ. ໃນໄລຍະຜ່ານມາ ບໍ່ວ່າຈະແມ່ນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍຄຽງບ່າຄຽງໄຫຼ່ ຮ່ວມກັບ ອ້າຍນ້ອງຊາຍ ໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ ໃນຜົນງານອັນອັນໂດດເດັ່ນ ແລະ ໃຫຍ່ຫຼວງ, ຫຼາຍທ່ານ ກາຍເປັນວີລະຊົນແຫ່ງຊາດ.

    ທ່ານ ນາງ ນິນຄໍາ ແກ້ວປະພັນ ຜູ້ຈັດການຝ່າຍກວດກາພາຍໃນ ທະນາຄານ ເອັສທີ ຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ທີ່ຈະໝູນວຽນມາເຖິງນີ້ ວ່າ: ສ່ວນຕົວແລ້ວ ແມ່ນກຳເນີດໃນຄອບຄົວພະນັກງານ ທີ່ໄດ້ປະກອບສ່ວນເຂົ້າໃນພາກິດແຫ່ງການປະຕິບັດ ຈາກການບອກເຫຼົ່າຂອງພໍ່ ແລະ ແມ່ ເຖິງແມ່ນວ່າພວກທ່ານທັງສອງຈະຈາກໄປແລ້ວກໍຕາມ ແຕ່ຄຸນງາມ ຄວາມດີ ນ້ຳໃຈຮັກຊາດປະຕິວັດຂອງພວກທ່ານ ກໍຍັງຄົງຢູ່ໃນດວງໃຈຂອງລູກໆຕະຫຼອດມາ ໂດຍສະເພາະຜູ້ເປັນແມ່ ໄດ້ກາຍເປັນແບບຢ່າງອັນດີໃຫ້ກັບຕົນເອງ ເຊິ່ງກ່ອນໜ້ານີ້ທ່ານເຄີຍເວົ້າສູ່ຝັງ ເມື່ອຄາວທີ່ ເພິ່ນຍັງດຳລົງຊີວິດຢູ່ກັບຄອບຄົວຂອງເພິ່ນ ໃນເຂດຖານທີ່ໝັ້ນປະຕິວັດ (ເຂດປົດປ່ອຍ) ຄອບຄົວຂອງ ເພິ່ນກໍໄດ້ປະກອບສ່ວນສູ້ຮົບຕ້ານກັບພວກຈັກກະພັດທີ່ເຂົ້າມາຮຸກຮານ ແມ່ນກະທັ້ງຕົວເພິ່ນເອງ ກໍໄດ້ປະ ກອບສ່ວນສ້າງຜົນງານຢ່າງຕັ້ງໜ້າ ໂດຍສະເພາະໃນການປະກອບສ່ວນໃນກອງສິນລະປະກອນ ສະແດງ ຮັບໃຊ້ແນວໜ້າ ແລະ ສັງຄົມ ບຸກລະດົມຈິດໃຈຮັກຊາດ ຮັກບ້ານເກີດເມື່ອງນອນ ດ້ວຍຈິດໃຈບຸກປະຕິວັດ ໃນທົ່ວປວງຊົນລາວທັງຊາດ ໃນຊີວິດຄອບຄົວທ່ານກໍເປັນແບບຢ່າງອັນດີ ໃນຖານະຜູ້ເປັນແມ່ ໄດ້ຮັບການ ຍ້ອງຍໍຈາກພັກ-ລັດຖະບານ ອຳນາດການປົກຄອງເປັນແມ່ຍິງ 3 ດີ ເປັນຄອບຄົວແມ່ຍິງ 3 ດີ ເປັນຄອບ ຄົວຕົວແບບໃນດ້ານຕ່າງໆ ຈົນກາຍເປັນຄອບຄົວພັດທະນາ ຜົນງານຄຸນງາມຄວາມດີ ແລະ ແບບຢ່າງອັນ ພົ້ນເດັ່ນ ໄດ້ສົ່ງຕໍ່ໃຫ້ກັບລູກໆແຕ່ລະຄົນ ໄດ້ຮັບການສຶກສາຮ່ຳຮຽນຢູ່ທັງພາຍໃນ ແລະ ຕ່າງປະເທດ ພ້ອມ ນຳເອົາແບບຢ່າງບົດຮຽນຂອງເພິ່ນມາໝູນໃຊ້ໃນການດຳລົງຊີວິດ ເປັນຄະຕິເຕື່ອນໃຈຕະຫຼອດມາ.

    ໂອກາດອັນອັນມີຄວາມໝາຍນີ້ ຕົນເອງມີຄວາມຮູ້ສຶກເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງ ແລະ ມີຄວາມພາກພູມໃຈຫຼາຍ ທີ່ຍາມໃດ ການນໍາພັກ-ລັດ ກໍມີຄວາມເອົາໃຈໃສ່ໃນການສົ່ງເສີມບົດບາດແມ່ຍິງລາວໃນສັງຄົມ ແລະ ພະຍາຍາມສ້າງຄວາມເທົ່າທຽມກັນໃນສັງຄົມ ຕະຫຼອດໄລຍະທີ່ຜ່ານມາ ເຫັນໄດ້ວ່າແມ່ຍິງລາວ ກໍຄືສະຫະພັນແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ-ລັດ ໄດ້ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຄື່ອນໄຫວຕາມພາລະບົດບາດ ສິດ ໜ້າທີ່ຂອງຕົນ ສະມະຊິກສະຫະພັນແມ່ຍິງລາວໄດ້ຮັບການພັດທະນາໃນທຸກດ້ານ ເອົາໃຈໃສ່ ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຖັນແຖວສະມາຊິກແມ່ຍິງ ແມ່ຍິງລາວບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາຂອງພັກ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ມີສະຕິຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ສ່ວນຕົນກໍເປັນພະນັກງານແມ່ຍິງຜູ້ໜຶ່ງທີ່ມີຄວາມຫ້າວຫັນ ແລະ ພັດທະນາວິຊາສະເພາະຂອງຕົນຢູ່ສະເໝີ ເພາະປັດຈຸບັນການສຶກສາແມ່ນທຸກຄົນສາມາດເຂົ້າເຖິງໄດ້.

      ແມ່ຍິງລາວບັນດາເຜົ່າ ມີມູນເຊື້ອອັນດີງາມ ທີ່ສືບທອດກັນມາໃນຫຼາຍຍຸກ ຫຼາຍສະໄໝ ເຊິ່ງໃນນີ້ ບໍ່ສະເພາະແຕ່ຮ່ວມຮັກສາ ແລະ ສືບທອດວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ບໍ່ໃຫ້ຈາງຫາຍ. ແມ່ຍິງລາວບັນດາເຜົ່າໃນອາດີດ ກໍຄືສະມາຊິກສະຫະພັນແມ່ຍິງລາວ ຍັງໄດ້ຮັກສາ ແລະ ສືບຕໍ່ເສີມຂະຫຍາຍຜົນງານການເຄື່ອນໄຫວ ຕິດແໜ້ນກັບຂະບວນການປະຕິວັດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະປັດຈຸບັນ ຄຽງຄູ່ກັນນັ້ນ ເພີ່ມທະວີການສ້າງຄວາມເຂົ້າໃຈ ແລະ ຖືສໍາຄັນ ຕໍ່ການປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ໃຫ້ເປັນຂະບວນກ້ວາງຂວາງ ເພື່ອພັດທະນາການຈັດຕັ້ງ ສະມາຊິກສະຫະພັນແມ່ຍິງ ແມ່ຍິງບັນດາເຜົ່າ ສ້າງສະຖາບັນຄອບຄົວແລະ ສັງຄົມໃຫ້ມີຄວາມສະຫງົບ ປອດໄພ ເພື່ອບຸກທະລຸການພັດທະນາທັງ 4 ດ້ານ (ຮ່າງກາຍ ແນວຄິດຈິດໃຈ ການສຶກສາ ວິຊາຊີບ ແລະ ສີມືແຮງງານ).

    ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ໃນນາມສ່ວນຕົວ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ພະນັກງານບັນດາປ້າອາວຸໂສບໍານານ ຄະນະນໍາສະຫະພັນແມ່ຍິງ ສະມາຊິກສະຫະພັນແມ່ຍິງ ແມ່ຍິງລາວບັນດາເຜົ່າ ພະນັກງານ ທະຫານ ຕໍາຫຼວດ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

error: Content is protected !!