ສປປ ລາວ ມີຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສໍາພາດໃນວັນທີ 11 ກໍລະກົດ 2024 ວ່າ ປັດຈຸບັນ ສປປ ລາວ ມີຄວາມພ້ອມໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນລະຫວ່າງວັນທີ 21-27 ກໍລະກົດ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງບັນດາອະນຸກໍາມະການຮັບຜິດຊອບແຕ່ລະໜ້າວຽກກໍຄືຂະແໜງການທີ່ກ່ຽວຂ້ອງໄດ້ສຸມໃສ່ກະກຽມຄວາມພ້ອມຢ່າງຮອບດ້ານເປັນຕົ້ນແມ່ນດ້ານເນື້ອໃນ ດ້ານສະຖານທີ່ພັກເຊົາ ພາຫະນະຮັບໃຊ້ກອງປະຊຸມ ການໂຄສະນາ ປະດັບປະດາ ການປັບປຸງຖະໜົນຫົນທາງ ແລະ ສະໜາມບິນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການສື່ສານ ແລະ ອິນເຕີເນັດ ດ້ານບຸກຄະລາກອນ ແຜນງົບປະມານ ສະຖານທີ່ທ່ອງທ່ຽວ ແລະ ດ້ານອື່ນໆທີ່ມີຄວາມຈໍາເປັນ.


ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງຈະໄດ້ສຸມໃສ່ປຶກສາຫາລືກັນຫຼາຍບັນຫາເປັນຕົ້ນແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເຊິ່ງປະກອບດ້ວຍແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດເຊື່ອມຈອດອາຊຽນ ນອກຈາກນີ້ຍັງຈະໄດ້ມີການປະຊຸມປຶກສາຫາລືຮ່ວມມືລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາຕື່ມອີກ ລວມແລ້ວຈະມີກອງປະຊຸມປະມານ 25 ກອງປະຊຸມ ໂດຍຈະມີລັດຖະມົນຕີການຕ່າງປະເທດ ແລະ ຕາງໜ້າ 35 ປະ ເທດເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ຈະເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ພ້ອມດຽວ ກັນນັ້ນກໍເປັນການສ້າງໂອກາດໃນການຊຸກຍູ້ ສົ່ງເສີມການຄ້າ ການລົງທຶນ ທ່ອງທ່ຽວ ແລະ ໂຄສະນາເຜີຍແຜ່ຮີດຄອງປະເພ ນີອັນດີງາມຂອງຊາດລາວ ໃຫ້ບັນດາຄະນະຜູ້ແທນ ແລະ ນັກຂ່າວຈາກປະເທດສະມາຊິກອາຊຽນ ຄູ່ເຈລະຈາ ຄູ່ຮ່ວມມືພາຍນອກອາຊຽນ ໄດ້ຮັບຮູ້ຢ່າງກວ້າງຂວາງ ເປັນການສົ່ງເສີມປີທ່ອງທ່ຽວລາວ 2024 ທັງນີ້ກໍເພື່ອເປັນການເສີມຂະຫຍາຍປະຊາ ຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ດັ່ງຄໍາຂວັນການເປັນປະທານອາຊຽນ ຂອງ ສປປ ລາວ ຄື: “ ເພີ່ມ ທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ( ASEAN: Enhacning Connectivity and Resilience ).


ໂອກາດນີ້ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຮຽກຮ້ອງມາຍັງປະຊາຊົນລາວທຸກຖ້ວນໜ້າຈົ່ງພ້ອມກັນປະກອບສ່ວນເປັນເຈົ້າພາບທີ່ດີ ແລະ ພ້ອມກັນຮັກສາຄວາມສະຫງົບ ອໍານວຍຄວາມສະດວກ ຮັກສາຄວາມສະອາດຈົບງາມ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມອີກດ້ວຍ.

error: Content is protected !!