ປະທານປະເທດ ສສ ຫວຽດນາມ ລົງຢຽ້ມຢາມໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ່

ວັນທີ 12 ກໍລະກົດ 2024 ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ລົງຢຽ້ມຢາມຄູ-ອາຈານ ແລະ ນັກຮຽນ ຢູ່ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ່ ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ນາງ ສີວັນເຮືອງ ເພັງຄຳໄໝ ຜູ້ອໍານວຍການໂຮງຮຽນ ພ້ອມຄູ-ອາຈານ ແລະ ນັກຮຽນ.

ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ່ ກ່ອນໜ້ານີ້ແມ່ນໂຮງຮຽນປະຖົມຫງວຽນຢູ່ 1 ແລະ ຫງວຽນຢູ່ 2 ໃນປີ 2005 ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ລັດຖະບານຫວຽດນາມໄດ້ມອບທຶນຈໍານວນ 500.000 ກວ່າໂດລາ ເພື່ອກໍ່ສ້າງໂຮງຮຽນໃນເນື້ອທີ່ 10.379 ຕາແມັດ ທີ່ລັດຖະບານລາວມອບໃຫ້ ມາຮອດປີ 2008 ໄດ້ສໍາເລັດການກໍ່ສ້າງ ແລະ ໄດ້ເປີດນໍາໃຊ້ມາຈົນເຖິງປັດຈຸບັນ ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ່ ແມ່ນໂຮງຮຽນຂອງສະມາຄົມຊາວຫວຽດນາມ ໂຮງຮຽນດໍາເນີນງານພາຍໃຕ້ການຄຸ້ມຄອງຂອງຄະນະບໍລິຫານງານສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ ພາຍໃຕ້ການຊີ້ນຳໂດຍກົງຂອງສະຖານທູດຫວຽດນາມ ປະຈຳລາວ ໂຮງຮຽນໄດ້ກາຍເປັນສະຖານທີ່ ທີ່ບັນດາຜູ້ປົກ ຄອງທັງສອງຊາດ ລາວ-ຫວຽດນາມ ໄດ້ໃຫ້ຄວາມເຊື່ອຖື ແລະ ໄວ້ວາງໃຈໃນການຝາກລູກຫຼານເຂົ້າສຶກສາຮໍ່າຮຽນທີ່ໂຮງຮຽນແຫ່ງນີ້ ເພາະບໍ່ພຽງແຕ່ມີພື້ນຖານໂຄງລ່າງທີ່ກວ້າງຂວາງ ສິ່ງອໍານວຍຄວາມສະດວກກໍຄືຄຸນະພາບທາງດ້ານການສຶກສາ ແລະ ການເຄື່ອນໄຫວກິດຈະກໍານອກຫຼັກສູດອື່ນໆ ໂຮງຮຽນຍາມໃດກໍໄດ້ຮັບການສະໜັບສະໜູນຊ່ວຍທາງດ້ານວັດຖຸ ຈິດໃຈຈາກພັກ ແລະ ລັດ ຫວຽດນາມ ຊາວຫວຽດນາມ ຢູ່ຕ່າງປະເທດ ກໍຄືບັນດານັກທຸລະກິດຕ່າງໆ ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງສະຖານທູດ ຫວຽດນາມ ປະຈຳລາວ ແລະ ຄະນະບໍລິຫານງານໂຮງຮຽນ ການສະໜັບສະໜູນດ້ານວັດຖຸຂອງລັດຖະ ບານ ແລະ ບັນດາອົງການພາຍໃນປະເທດຫວຽດນາມ ພ້ອມກັບບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄູ-ອາຈານ ໃນຫຼາຍປີຜ່ານມາ ໂຮງຮຽນໄດ້ບັນລຸຜົນສໍາເລັດທີ່ໜ້າພູມໃຈ.

ໂຮງຮຽນໄດ້ຮັບນາມມະຍົດໂຮງຮຽນຂຽວ-ສະອາດ-ງາມ ແລະ ໂຮງຮຽນປອດຢາເສບຕິດ ໃນແຕ່ລະປີ ຈໍານວນນັກຮຽນສອບເສັງຈົບຊັ້ນບັນລຸເຖິງ 100% ມີນັກຮຽນເກັ່ງລະດັບເມືອງ ແລະ ນະຄອນຫຼວງ ແລະ ນັກຮຽນຫຼາຍຄົນສາມາດສອບເສັງເຂົ້າໂຮງຮຽນພອນສະຫວັນຂອງນະຄອນຫຼວງ ໃນສົກຮຽນ 2021-2022 ໂຮງຮຽນໄດ້ຮັບກຽດໄດ້ຮັບການຄັດເລືອກຈາກກະຊວງສຶກສາທິການຂອງສອງປະເທດ ເປັນໂຮງ ຮຽນທົດລອງສອນພາສາຫວຽດນາມ-ລາວ ແຕ່ຊັ້ນປໍ 1 ຫາ ມ.7 ໂຮງຮຽນມີຕັ້ງແຕ່ຊັ້ນອະນຸບານຈົນເຖິງມັດທະຍົມສົມບູນ ດ້ວຍຈໍານວນນັກຮຽນ 1.073 ຄົນ ໃນນັ້ນ ນ້ອງນັກຮຽນຫວຽດນາມກວມປະມານ 30% ສ່ວນທີ່ເຫຼືອນັກຮຽນລາວ ແລະ ພະນັກງານຄູ-ອາຈານປະມານ 60 ຄົນ.

error: Content is protected !!