ແນະນຳປຶ້ມໜ້າອ່ານ ປຶ້ມເຫຼັ້ມນີ້ມີຊື່ວ່າ : “ເມື່ອທ່ານເປັນນາຍົກ”

    ທ່ານຜູ້ອ່ານທີ່ຮັກແພງ ການຂຽນປຶ້ມໃດໜຶ່ງຂຶ້ນແມ່ນການສ້າງຈິດວິນຍານແຫ່ງພູມປັນຍາ ແລະ ສ້າງມູນມໍລະດົກທາງດ້ານວັດທະນະທຳອັນລໍ້າຄ່າ ອຸທິດໃຫ້ຄົນຮຸ່ນເກີດໃໝ່ໃຫຍ່ລຸນໄດ້ປະຕິບັດຕໍ່ໄປໃນອະນາຄົດ.

    ລັດຖະບານທີ່ຖືກກຳເນີດມາຈາກກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວໃນປີ 2016 ພາຍໃຕ້ການເປັນປະມຸກລັດຂອງປະທານປະເທດທ່ານ ບຸນຍັງ ວໍລະຈິດ ແລະ ການເປັນນາຍົກລັດ ຖະມົນຕີຂອງທ່ານ ທອງລຸນ ສີສຸລິດ ແມ່ນຜະລິດຕະພັນອັນດີເລີດທີ່ເກີດມາຈາກຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວຕະຫລອດ 65 ປີ ທີ່ຄົງຕົວຢ່າງເດັດດ່ຽວໜຽວແໜ້ນ ແລະ ສະຫງ່າງາມຕະຫຼອດມາ.

   ການນຳສູງສຸດຂອງປະເທດຊາດໄດ້ເອົາໃຈໃສ່ດ້ວຍຈິດວິນຍານແຫ່ງຄວາມເສຍສະຫລະ ແລະ ຄວາມມຸ່ງໝັ້ນດັ່ງທີ່ການນຳລາວທຸກໆທ່ານຮັບຮູ້ວ່າທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ເລຂາທິການໃຫຍ່ຂອງພັກ ທ່ານໄດ້ເອົາໃຈໃສ່ແທ້ໆລົງມານັ່ງຫົວໂຕະເປັນປະທານໃນກອງປະຊຸມຄັ້ງປະຖົມມະເລີກຂອງລັດຖະບານເພື່ອຊີ້ນຳການຈັດຕັ້ງມະຕິ ແລະ ແນວທາງນະໂຍບາຍຂອງພັກຄັ້ງທີ່ X ໂດຍສະເພາະທ່ານເນັ້ນໜັກໃສ່ການພັດທະນາຊັບພະຍາກອນທຳມະຊາດຄື ປ່າໄມ້ ແນໃສ່ການປິດປ່າ ແລະ ການພັດທະນາຊັບພະຍາກອນທີ່ໜຸ່ມນ້ອຍແນໃສ່ການປາບປາມຢາເສບຕິດ ເພື່ອສ້າງອະນາຄົດຂອງໄວໜຸ່ມ ແລະ ອະນາຄົດຂອງປະເທດຊາດ.

    ແຮງບັນດານໃຈທີ່ເຮັດໃຫ້ພວກຂ້າພະເຈົ້າມີຄວາມປາດຖະໜາອັນແຮງກ້າຢາກຂຽນປຶ້ມ “ເມື່ອທ່ານເປັນນາຍົກ” ຫົວນີ້ແມ່ນເກີດຈາກຄວາມຮູ້ສຶກປະທັບໃຈແຕ່ຫົວທີເມື່ອທ່ານນາຍົກເຂົ້າມາບໍລິຫານຊີ້ນຳ-ນຳພາລັດຖະບານ ທ່ານກໍອອກຄໍາສັ່ງປິດປ່າສະຫງວນ ແລະ ປ້ອງກັນປ່າດົງດິບ (ຄຳສັ່ງຂອງນາຍົກເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້) ການຕັດສິນໃຈເຊັນຄຳສັ່ງເລື່ອງປິດປ່າຂອງທ່ານນາຍົກແມ່ນຖືວ່າເປັນນິມິດໝາຍທີ່ດີຖືກໃຈປະຊາຊົນທັງຊາດ ພະນັກງານ ແລະ ພວກຂ້າພະເຈົ້າຫຼາຍທີ່ສຸດເຊິ່ງທ່ານນາຍົກກໍໄດ້ຂີດກ້ອງໄວ້ວ່າ ມັນແມ່ນການຈັດຕັ້ງປະຕິບັດໃຫ້ເຂັ້ມງວດຂຶ້ນ ຕາມແນວທາງນະໂຍບາຍທີ່ສູນກາງພັກປະຊາຊົນປະຕິວັດລາວ ໄດ້ວາງໄວ້ກ່ອນໜ້ານີ້.

    ເມື່ອເວົ້າເຖິງປ່າໄມ້-ຊັບພະຍາກອນທຳມະຊາດ ໄດ້ເຮັດໃຫ້ພວກຂ້າພະເຈົ້າຄິດເຖິງຄຳເວົ້າອັນອຳມະຕະຂອງທ່ານ ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດທີ່ເວົ້າວ່າ : “ໄມ້ເປັນຄຳຂຽວຂອງຊາດ”. ຕໍ່ໆມາອາຈານສອນທິດສະດີການເມືອງຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດທີ່ທ່າງ່ອນກໍບັນຍາຍໄວ້ວ່າ “ຊັບພະຍາກອນທີ່ໃຊ້ບໍ່ໝົດຈັກເທື່ອມີ 2 ຢ່າງຄື : ຊັບພະຍາກອນທຳມະຊາດແມ່ນປ່າໄມ້ ແລະ ຊັບພະຍາກອນທີ່ມີຊີວິດແມ່ນຄົນ”. ອັນນີ້ໄດ້ສະແດງໃຫ້ເຫັນຄວາມຈິງຂອງຄຸນຄ່າຍືນຍົງຍາວນານຂອງປ່າໄມ້ ແລະ ຄົນໃນການພັດທະນາປະເທດຊາດ.

    ຄວາມດີອົກດີໃຈໃນຄໍ່າສັ່ງຂອງນາຍົກເລື່ອງການປິດປ່າຍັງບໍ່ທັນຈາງຫາຍ, ຄຳສັ່ງໃໝ່ກໍຕາມຕິດອອກມາວ່າດ້ວຍເລື່ອງການປະຢັດມັດທະຍັດ ເຊິ່ງການນຳສູງສຸດໄດ້ສະແດງຄວາມເປັນແບບຢ່າງນຳໜ້າດ້ວຍການຕັດສິນໃຈຫັນປ່ຽນຈາກການນຳໃຊ້ພາຫະນະລາຄາແພງປະຈຳຕຳແໜ່ງ “ລົດເບນຊ໌” ມາເປັນລົດໂຕໂຢຕ້າ ໃນຈຸດນີ້ໄດ້ເຮັດໃຫ້ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ກາຍມາເປັນ “ນາຍົກຂວັນໃຈປະຊາຊົນ” ກັບບາດ. ພວກຂ້າພະເຈົ້າສັງເກດເຫັນວ່າ ແມ່ນເທື່ອທຳອິດທີ່ມວນຊົນລາວຂະໜານນາມນາຍົກລາວວ່າ “ຂວັນໃຈປະຊາຊົນ” ເຊິ່ງຫາງສຽງຂອງປະຊາຊົນລາວທີ່ຢູ່ພາຍໃນປະເທດ ແລະ ນອກປະເທດກໍ່ເຫັນເປັນເອກະພາບກັນວ່າທ່ານສົມຄວນ ສົມຄວນແລ້ວທີ່ເປັນ “ນາຍົກຂວັນໃຈປະຊາຊົນ” ເພາະທ່ານມີການກະທຳທີ່ເຂົ້າເຖິງໝາກຫົວໃຈຂອງປະຊາຊົນ.

    ທ່າມກາງສຽງດັງກ້ອງຍ້ອງຍໍ ທ່ານນາຍົກມາຈາກທົ່ວສາລະທິດກ່ຽວກັບການວາງຕົນເອງເປັນແບບຢ່າງນຳໜ້າດ້ານການປະຢັດມັດທະຍັດ ຊັບສິນຂອງປະເທດຊາດກໍຄືຄວາມຈົງຮັກພັກດີຂອງທ່ານນາຍົກຕໍ່ການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງສູນກາງພັກກ່ຽວກັບການປະຢັດມັດທະຍັດ…ການປະຢັດມັດທະຍັດອັນເປັນຄຸນສົມບັດອັນລໍ້າເລີດ ແລະ ເປັນແບບແຜນການດຳລົງຊີວິດອັນປອດໃສຂອງທ່ານ ໄກສອນ ພົມວິຫານ – ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດຕະຫລອດມານັ້ນ…ບັນດາພະນັກງານ – ຄູອາຈານ ຕ່າງກໍພາກັນຍໍມືນົບຖ້ວມຫົວເພາະຄວາມດີອົກດີໃຈທີ່ທ່ານນາຍົກປະຕິບັດສະຫວັດດີການຕໍ່ພະນັກງານເຊັ່ນວ່າ ເງິນເດືອນຂອງພະນັກງານໂດຍສະເພາະຄູອາຈານ ແມ່ນໃຫ້ອອກທັນເວລາ ແລະ ໃຫ້ໄດ້ຮັບໃນແຕ່ລະເດືອນ; ເຊິ່ງຈາກສິ່ງດັ່ງກ່າວໄດ້ເຮັດໃຫ້ຄຳວ່າ “ນາຍົກຂວັນໃຈປະຊາຊົນ” ກາຍເປັນຄຳເວົ້າຕິດປາກຂອງມວນຊົນລາວທົ່ວໄປ.

    ລັດຖະບານລາວພາຍໃຕ້ການບໍລິຫານຊີ້ນຳ-ນຳພາຂອງທ່ານນາຍົກທອງລຸນ ສີສຸລິດ ຍັງສືບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍທີ່ສູນກາງພັກໄດ້ວາງໄວ້ ຢ່າງມີຕັກກະສາດສອດຄ່ອງກັບສູດຕຳລາການພັດທະນາແບບຍືນຍົງ ໂດຍຄຳນຶງເຖິງຄວາມເປັນຈິງ ຂອງຊັບພະຍາກອນມະນຸດຂອງປະເທດຊາດຄືການເລັ່ງໃສ່ສ້າງ “ຄົນ”, ເນັ້ນໜັກກວ່າເກົ່າການກໍ່ສ້າງພະນັກງານໜຸ່ມນ້ອຍ ແລະ ຈັດວາງພະນັກງານໜຸ່ມນ້ອຍທີ່ມີຄຸນສົມບັດການນຳ ແລະ ຄວາມສາມາດສູງເຂົ້າໃສ່ຕຳແໜ່ງສືບທອດຕ່າງໆຢ່າງເໝາະສົມທັນການ (ສະໄໝທ່ານເປັນຮອງນາຍົກ ແລະ ລັດຖະມົນຕີການຕ່າງປະເທດປີ 2006 – 2016 ດ້ວຍຂໍ້ລິເລີ່ມແນວຄິດການທູດລາວຍຸກໃໝ່ຄືການທູດປ້ອງກັນເຫດ ແລະ ການທູດບຸກທະລຸ, ການນຳຂອງກະຊວງການຕ່າງປະເທດກໍ່ຄືພະນັກງານກະຊວງການຕ່າງປະເທດຖືກຫັນເປັນໜຸ່ມ ແລະ ຫັນເປັນນັກການທູດອາຊີບສຳເລັດແບບ 100%) ເພື່ອໃຫ້ສອດຄ່ອງກັບຕົວເລກປະຊາກອນຂອງລາວເຮົາທີ່ວ່າຄົນໜຸ່ມນ້ອຍອາຍຸຕໍ່າກວ່າ 25 ປີແມ່ນກວມເອົາ 60% ຂອງປະຊາກອນລາວທົ່ວປະເທດ.

    ກ່ຽວກັບການກໍ່ສ້າງພະນັກງານນີ້ກໍແມ່ນອີກຈຸດໜຶ່ງສຳຄັນທີ່ທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ເວົ້າໄວ້ວ່າ : “ພະນັກງານເປັນທຶນຮອນອັນປະເສີດທີ່ສຸດຂອງພັກ” “ການບໍາລຸງກໍ່ສ້າງພະນັກງານແມ່ນໜ້າທີ່ໃຈກາງຂອງພັກກຳອຳນາດ” ສະນັ້ນ, ການລົງມືຈັດຕັ້ງປະຕິບັດຕາມຄຳສັ່ງສອນຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ຕາມແນວທາງນະໂຍບາຍຂອງສູນກາງພັກກ່ຽວກັບການຫັນເປັນໜຸ່ມ ແລະ ທັນສະໄໝແມ່ນສອດຄ່ອງທີ່ສຸດກັບກາລະເທສະຂອງປະເທດຊາດ ແລະ ຍຸກສະໄໝປະຈຸບັນຂອງໂລກ.

    ພ້ອມກັບການກໍ່ສ້າງພະນັກງານໜຸ່ມນ້ອຍກໍຄືຊັບພະຍາກອນມະນຸດຂອງຊາດ ໂດຍມີຄວາມເປັນເອກະພາບສູງລະຫວ່າງການນຳສູງສຸດຂອງປະເທດ, ລັດຖະບານໄດ້ມີມາດຕະການເດັດຂາດມ້າງເມທຳລາຍເຮືອນຮັງ ແລະ ສະກັດກັ້ນການແຜ່ຂະຫຍາຍຢາເສບຕິດໃນກຸ່ມຄົນໜຸ່ມນ້ອຍຜູ້ທີ່ຈະເປັນອະນາຄົດຂອງປະເທດຊາດ.

    ສິ່ງທີ່ໂດດເດັ່ນອີກອັນໜຶ່ງ ໃນການສຸມໃສ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງສູນກາງພັກອັນທີ່ຈຳເປັນ ແລະ ແມ່ນຄວາມຮຽກຮ້ອງຕ້ອງການໃຫ້ສອດຄ່ອງ ແລະ ໄປທັນກັບຍຸກສະໄໝການນຳໃຊ້ເອເລັກໂຕຣນິກຂອງໂລກແມ່ນວ່າລັດຖະບານພາຍໃຕ້ການບໍລິຫານຊີ້ນຳ-ນຳພາຂອງທ່ານນາຍົກ ທອງລຸນ ສີສຸລິດ ໄດ້ພະຍາຍາມສຳເລັດການຫັນການຄຸ້ມຄອງບໍລິຫານຂອງລັດຖະບານຜ່ານລະບົບເອເລັກໂຕຣນິກ (ຫລື E-Government) ກໍຄືການຫັນການຄຸ້ມຄອງບໍລິຫານທະນາຄານຜ່ານລະບົບເອເລັກໂຕຣນິກ (ຫລື E-Banking).

    ເບິ່ງໃນພາບລວມຂອງແນວທາງນະໂຍບາຍກໍຄືການສຸມຄວາມເອົາໃຈໃສ່ຢ່າງເຂັ້ມງວດ ໃນການຈັດ ຕັ້ງປະຕິບັດ ຂອງລັດຖະບານທີ່ເລີ່ມຈາກການປິດປ່າ ຫຼື ການປົກປັກຮັກສາປ່າໄມ້ ທີ່ເປັນຊັບພະຍາກອນ ທຳມະຊາດ “ຄຳຂຽວ” ອັນລໍ້າຄາຂອງຊາດ ການປະຢັດມັດທະຍັດ ການເປັນຫ່ວງເປັນໃຍນຳສະຫວັດດີການຂອງພະນັກງານ ການພັດທະນາຊັບພະຍາກອນມະນຸດໜຸ່ມນ້ອຍທີ່ເປັນອະນາຄົດຂອງຊາດ ການປາບປາມຢາເສບຕິດ ການຄຸ້ມຄອງບໍລິຫານລັດຖະບານດ້ວຍລະບົບເອເລັກໂຕຣນິກ ແລະ ການຄຸ້ມຄອງບໍລິ ຫານທະນາຄານດ້ວຍລະບົບເອເລັກໂຕຣນິກ ລ້ວນແລ້ວແຕ່ແມ່ນໝາກຫົວໃຈຂອງປັດໃຈພື້ນຖານໜັກ     ແໜ້ນ ເດັດຂາດ ແນ່ນອນທີ່ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດດ້ວຍການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຊັບພະຍາກອນຂອງຊາດ ໂດຍການສະກັດກັ້ນການຮົ່ວໄຫລດ້ວຍວິທີການສ້າງຄວາມໂປ່ງໃສ ແລະ ກວດສອບໄດ້.

    ທ່ານຜູ້ອ່ານທີ່ຮັກແພງ ໃນທາງວິທະຍາສາດກໍຄືປະສົບການຄວາມເປັນຈິງຂອງປະເທດຊາດ ແລະ ຊີວິດມະນຸດ, ພວກຂ້າພະເຈົ້າເຊື່ອຕາມຄຳສັ່ງສອນທີ່ໄດ້ຮໍ່າຮຽນມາວ່າ ເງື່ອນໄຂສະພາບແວດລ້ອມນອກຕົວ ແມ່ນປັດໃຈສຳຄັນທີ່ອຳນວຍຄວາມສະດວກໃຫ້ແກ່ຄວາມສຳເລັດຂອງບຸກຄົນໆໜຶ່ງ ແຕ່ວ່າສ່ວນທີ່ສຳຄັນຍິ່ງກວ່ານັ້ນແມ່ນຄຸນທາດການເມືອງ ຄຸນສົມບັດ ແລະ ທັດສະນະນຳພາສະເພາະຕົວສ່ວນບຸກຄົນຂອງຜູ້ນຳ ທ່ານນາຍົກ ທອງລຸນ ສີສຸລິດ ແມ່ນນັກການເມືອງ ແລະ ນັກເຈລະຈາ ທີ່ມີທັກສະການທູດມືອາຊີບ ມີຄວາມສຸຂຸມ ສະຫຼາດສະຫຼຽວ ມີໄຫວພິບ ແລະ ຄວາມນິ້ມນວນແຕ່ເດັດຂາດເດັດດ່ຽວໄດ້ວຽກ…ເຊິ່ງຄຸນລັກສະນະສະເພາະຕົວດັ່ງກ່າວຂອງທ່ານໄດ້ສ້າງໄດ້ຄວາມສຳເລັດຫລາຍດ້ານ ແລະ ໄດ້ຮັບຄວາມເຫຼື້ອມໃສສັດທາຈາກມະຫາຊົນ.

    ປຶ້ມຫົວນີ້ “ເມື່ອທ່ານເປັນນາຍົກ” ແມ່ນຂອງຂວັນວັນເກີດມອບໃຫ້ແກ່ທ່ານນາຍົກລັດຖະມົນຕີ ປອທອງລຸນ ສີສຸລິດ ໃນໂອກາດຄົບຮອບອາຍຸ 75 ປີຂອງທ່ານ (10 ພະຈິກ 1945 – 10 ພະຈິກ 2020). 75ປີ ກ່ອນໜ້ານີ້ບໍ່ມີໃຜຈະຮູ້ໄດ້ວ່າວັນທີ່ 10 ພະຈິກ ແມ່ນວັນເກີດຂອງເດັກຊາຍນາຍົກລັດຖະມົນຕີອີກຜູ້ໜຶ່ງທີ່ມືນຕາມາສູ່ໂລກ?

    ໃນມື້ນີ້ພວກຂ້າພະເຈົ້າ ຂໍຖືເອົາເລີກງາມຍາມດີຂອງວັນມົງຄົນນີ້ຂໍນ້ອມອວຍພອນ ສຸກສັນວັນເກີດມາຍັງທ່ານນາຍົກ! ຂໍອວຍພອນໄຊອັນປະເສີດເລີດລໍ້າມາຍັງທ່ານ ຂໍອະທິຖານໃຫ້ທ່ານຈົ່ງມີສຸຂະພາບພະລານະໄມສົມບູນ, ເປັນນາຍົກລັດຖະມົນຕີບໍລິຫານຊີ້ນຳ-ນຳພາລັດຖະບານ ປະເທດຊາດ ແລະ ປະຊາຊົນເຮົາເພື່ອນຳເອົາຄວາມສົມບູນພູນສຸກ ຄວາມຈະເລີນ ຮຸ່ງເຮືອງສີວິໄລ ມາສູ່ຊີວິດຂອງປະຊາຊົນລາວທຸກຖ້ວນໜ້າດ້ວຍເທີ້ນ.

ຄັດຈາກ : ຄຳນຳຜູ້ຂຽນປຶ້ມ “ເມື່ອທ່ານເປັນນາຍົກ” ພິມປີ 2020 ຂຽນໂດຍ : ເອກອັກຄະລັດຖະທູດ ສຸທຳ ສາກົນນິຍົມ ແລະ ເອກອັກຄະລັດຖະທູດ ມະໄລວຽງ ສາກົນນິຍົມ ຮຽບຮຽງໂດຍ: ລັດຖະເທວາ ພຸດທະວົງ

error: Content is protected !!