ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 11 ກໍລະກົດ 2024 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 11-12 ກໍລະກົດ 2024.

ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ທີ່ ສະຫາຍ ໂຕ ເລິມ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນທ້າຍເດືອນພຶດສະພາທີ່ຜ່ານມາ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງຂອງ ສະຫາຍ ໂຕ ເລິມ ຕະຫຼອດໄລຍະຜ່ານມາ ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍປະທານປະເທດຫວຽດນາມ ແລະ ຄະນະ ໃນຄັ້ງນີ້ ເຊິ່ງເປັນປະເທດທໍາອິດໃນການເຄື່ອນໄຫວຕ່າງປະເທດຂອງ ສະຫາຍ ໂຕ ເລິມ ໃນຕໍາແໜ່ງປະທານປະເທດ ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວໄປຍັງບັນດາສະຫາຍການນໍາພັກ ແລະ ລັດຖະບານຫວຽດນາມ ໂດຍສະເພາະສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມທັງໄດ້ຕາງໜ້າໃຫ້ພັກ ລັດຖະ ບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈຕໍ່ ພັກ ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະໃນສະພາບການທີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ກໍຄື ການຊ່ວຍເຫຼືອທາງດ້ານທຶນຮອນ ບົດຮຽນ ປະສົບການ ອຸປະ ກອນ ແລະ ພາຫະນະຮັບໃຊ້ໃຫ້ແກ່ກອງປະຊຸມ ໃນໂອກາດທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ປີ 2024 ນີ້ ເຊິ່ງໃນນີ້ ໄດ້ມອບລົດໄຟຟ້າຍີ່ຫໍ້ Vinfast ຈໍານວນ 20 ຄັນ.

ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ເຊິ່ງເຫັນວ່າມີຫຼາຍໂຄງການຮ່ວມມື ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໃນໂອກາດດຽວກັນ ສະຫາຍປະທານປະເທດ ໂຕ ເລິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະຢ່າງເປັນທາງການກັບ ສະຫາຍ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ເຊິ່ງເຫັນວ່າໄດ້ມີການປຶກສາຫາລືຢ່າງກົງໄປກົງມາໃນຫຼາຍບັນຫາ ທີ່ເຕັມໄປດ້ວຍບັນຍາກາດໄມຕີຈິດຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

error: Content is protected !!