ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ.

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະ​ທານ​ປະ​ເທດແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ສະ​ຫາຍ ໂຕ ເລິມ ປະ​ທານປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ທີ່ ​ສປປ ລາວ ໃນລະຫວ່າງ​ວັນ​ທີ 11-12 ກໍລະ ກົດ 2024 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່ ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ ສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດ​ນາມ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພິທີຕ້ອນຮັບສະ​ຫາຍ ປະທານປະເທດ ໂຕ ເລິມ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງຂອງ ສສ ຫວຽດ​ນາມ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ທີ່ສະພາແຫ່ງຊາດ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ໂດຍການໃຫ້ກຽດຕ້ອນຮັບຂອງສະຫາຍປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ.

ພາຍຫຼັງສໍາເລັດພິທີຕ້ອນຮັບ ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງສະຫາຍປະ ທານປະເທດ ພ້ອມດ້ວຍຄະນະຂອງສອງຝ່າຍ ລາວ ແລະ ຫວຽດນາມ ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ໂຕ ເລິມ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະ ທານປະເທດ ແຫ່ງ ສສ ຫວຽດນາມ ໃນວາລະກອງປະຊຸມສະໄໝ ເທື່ອທີ VII ຂອງສະພາແຫ່ງຊາດ ຊຸດທີ XV ໃນທ້າຍເດືອນພຶດສະພາທີ່ຜ່ານມາ ພ້ອມທັງສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕຳແໜ່ງປະທານປະເທດ ອັນໄດ້ສະແດງໃຫ້ເຫັນເຖິງການຖືສໍາຄັນຂອງພັກ-ລັັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ຫວຽດນາມ-ລາວ ພ້ອມນີ້ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດຜ່ານສະຫາຍ ໂຕ ເລິມ ໄປຍັງ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາພັກ ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.

ໃນການພົບປະສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການໂດຍຫຍໍ້ການພັດທະນາເສດຖະກິດ-ສັງຄົມ ໃນປະເທດຂອງຕົນ ທັງໄດ້ຮ່ວມກັນປຶກສາຫາລືຕີລາຄາການພົວພັນຮ່ວມມືຂອງສອງປະທດໃນໄລຍະຜ່ານມາ ກໍຄືທິດທາງແຜນການຮ່ວມມືໃນຕໍ່ໜ້າ ລວມທັງໄດ້ແລກປ່ຽນຄໍາຄິດເຫັນບາງສະພາບການທີີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ໃນທຸກໆດ້ານໃນໄລຍະຜ່ານມາ ກໍຄື ຜົນຂອງກອງປະຊຸມລະຫວ່າງສອງລັດຖະບານທີ່ໄດ້ເປັນເອພາບຮ່ວມກັນ  ສະແດງອອກຄື: ການຮ່ວມມືທາງດ້ານການເມືອງ ແລະ ການຕ່າງ ປະເທດ ສືບຕໍ່ມີຄວາມໜັກແໜ້ນ ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງ ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບໄດ້ຮັບການເສີມຂະ ຫຍາຍ ແລະ ມີປະສິດທິພາບ ​ດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່​ແໜ້ນ​ແຟ້ນ ມີຄວາມໃກ້ຊິດ ເພື່ອຮັບມືກັບສະພາບການໃໝ່ທີ່ນັບມື້ນັບຜັນແປຢ່າງສະຫຼັບ​ສັບຊ້ອນ ແລະ ຮັກສາໄດ້ຊາຍແດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ ການຮ່ວມມືດ້ານເສດຖະ ກິດ ການຄ້າ ການລົງທຶນ ເຕັກໂນໂລຊີ ວັດທະນະທໍາ-ສັງຄົມ ການສຶກສາ ການທ່ອງທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ ການພົວພັນຮ່ວມມືລະຫວ່າງບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນ ລວມເຖິງອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ກໍນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດຜົນ ພ້ອມກັນນີ້ ສອງຝ່າຍໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດແໜ້ນປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນການຮ່ວມມືທາງດ້ານການເມືອງ ການຕ່າງປະເທດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດ ການຄ້າ ການລົງທຶນ ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ເຕັກໂນໂລຊີ ວັດທະນະທໍາ-ສັງຄົມ ການສຶກສາ ການທ່ອງທ່ຽວ ແລະ ອື່ນໆ.

ພ້ອມກັນນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະເເດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນໃຫຍ່ຫຼວງ ລໍ້າຄ່າ ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ ພິເສດແມ່ນການຊ່ວຍເຫຼືອທາງດ້ານບົດຮຽນ-ປະສົບການ ການເງິນ ອຸປະກອນ ແລະ ພາຫະນະຮັບໃຊ້ ໃນໂອກາດທີ່ ສປປ ລາວ ດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ ປີ 2024 ນີ້ ພ້ອມນີ້ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນເເຟ້ນ ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂື້ນ ໃນຂະນະດຽມກັນ ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິຕະພາບອັນສະໜິດສະໜົມຂອງສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ກໍຄືລັດຖະບານ ແລະ ປະຊາຊົນລາວລັນດາເຜົ່າ ທັງຍັງໄດ້ຢືນຢັນຄໍາໝາຍໝັ້ນຂອງ ສສ ຫວຽດນາມ ໃນການສືບຕໍ່ສະໜັບສະໜູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນເຈົ້າພາບອາຊຽນໃນປີ 2024 ນີ້ ດ້ວຍຜົນສຳເລັດອັນຈົບງາມ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຈໍານວນ 7 ສະບັບໃນນັ້ນ ມີສັນຍາລະຫວ່າງລັດຖະ ບານຈໍານວນ 3 ສະບັບ ຄື: 1.ບົດບັນທຶກຄວາມຊ່ວຍຈໍາ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະ ຜັນຂະຫຍາຍລະບົບການຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວຢູ່ ສປປ ລາວ 2.ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແລະ 3.ສັນຍາແຜນການຮ່ວມມື 2024 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມສັນຍາພາກທຸລະກິດມີ 4 ສະບັບຄື:1.ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານການບິນພົນລະເຮືອນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ບໍລິສັດຫວຽດເຈັດ 2.ສັນຍາສໍາປະທານສະບັບດັດແກ້ຂອງໂຄງການເຂື່ອນໄຟຟ້າເຊຂະໝານ 3 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າເຊຂະໝານ 3 3.ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ບົກຊິດ ແລະ ສ້າງຕັ້ງແຮງງານຜະລິດອາລູມີນາ ຢູ່ເຂດເມືອງດາກຈຶງ ແຂວງເຊກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຫຸ້ນສ່ວນ ກຸ່ມລົງທຶນຫວຽດເຟືອງ ແລະ 4.ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຊອກຄົ້ນ ແລະ ສໍາຫຼວດແຮ່ອັງຕີມອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຫຸ້ນສ່ວນສັນຕິພາບຂຽວ ສສ ຫວຽດນາມ.

ຈາກນັ້ນ ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມກັນກົດປຸ່ມໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ທີ່ ສປປ ລາວ ຢ່າງເປັນທາງການ ໂດຍມີຄະນະຜູ້ແທນຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດຽວກັນ ກໍໄດ້ມີພິທີມອບ-ຮັບພາຫະນະຮັບໃຊ້ໃນການເປັນປະທານອາຊຽນ ປີ 2024 ຂອງສປປ ລາວ ຈາກສສ ຫວຽດນາມ ຕາງໜ້າລັດຖະບານ ສສ ຫວຽດນາມ ມອບໂດຍ ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານ ສປປ ລາວ ຮັບໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພາຫະນະດັ່ງກ່າວ ປະກອບມີລົດໄຟຟ້າຍີ່ຫໍ້ Vinfast ຈໍານວນ 20 ຄັນ ເຊິ່ງຖືເປັນ “ຂອງຂວັນຈາກພັກ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ແກ່ພັກ ລັດ ແລະ ປະຊາຊົນລາວ” ເພື່ອເປັນການປະກອບສ່ວນສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ນອກນັ້ນ ໃນຕອນເຊົ້າຂອງວັນດຽວກັນ ສະຫາຍ ໂຕ່ ເລີ່ມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ກໍໄດ້ໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ໂຕ່ ເລີ່ມ ກໍຈະເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ.

error: Content is protected !!