ກະກຽມຄວາມພ້ອມໃນການເລີ່ມຕົ້ນຈັດຕັ້ງປະຕິບົດຮຽນເຝິກເວົ້າພາສາລາວ ໃນສົກຮຽນ 2024-2025

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມເສວະນາກ່ຽວກັບສື່ການຮຽນ-ການສອນ ເຝິກເວົ້າພາສາລາວ (ຝວ) ໃນວັນທີ 11 ກໍລະກົດ 2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງກະຊວງ ເພື່ອການສະໜັບສະໜູນ ນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ວາງແຜນໃນຕໍ່ໜ້າເພື່ອຂະຫຍາຍວຽກງານດັ່ງກ່າວ.

    ທ່ານ ອຸທິດ ທິບມະນີ ກ່າວວ່າ: ໝາກຜົນທີ່ໜ້າປະທັບໃຈຂອງໄລຍະທົດລອງໄດ້ເຮັດໃຫ້ເຫັນຢ່າງຊັດເຈນວ່າ ບົດຮຽນເຝິກເວົ້າພາສາລາວ ຄວນຈະມີຢູ່ທຸກໂຮງຮຽນ ທີ່ມີນັກຮຽນຕ້ອງການການຊ່ວຍເຫຼືອດ້ານການຮຽນພາສາລາວເພີ່ມຕື່ມ ເພາະເຂົາເຈົ້າບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ໂຄງການເວົ້າພາສາລາວເສີມສ້າງທັກສະພາສາລາວໃຫ້ແກ່ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ ສສກ ໄດ້ເລີ່ມການທົດລອງບົດຮຽນດັ່ງກ່າວໃນປີ 2019 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີໂດຍຜ່ານ ແຜນງານບີຄວາ ອີງໃສ່ຜົນສຳເລັດຂອງການທົດລອງດັ່ງກ່າວ ບົດຮຽນຝຶກເວົ້າພາສາລາວ ໄດ້ຂະຫຍາຍອອກເປັນ 21 ເມືອງ ໃນປີ 2023-2024 ໂດຍໄດ້ຮັບການສະໜັບສະ ໜູນເພີ່ມເຕີມ ຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ຜົນຂອງການທົດລອງເຫັນວ່າໂດຍລວມແມ່ນໄດ້ຮັບໝາກຜົນດີຫຼາຍ ເຊິ່ງໄດ້ນຳໄປສູ່ການອະນຸມັດໃຫ້ກາຍເປັນບົດຮຽນ ທີ່ສາມາດສອນໄດ້ສຳລັບຂັ້ນ ປ1 ໃນທົ່ວປະເທດ.

    ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ໃຫ້ຄຳເຫັນຕື່ມອີກວ່າ: ຮູ້ສຶກເປັນກຽດທີ່ໄດ້ກ່າວເປີດກອງປະຊຸມເສວະນາໃນຄັ້ງນີ້ ມີບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງແຜນຈັດຕັ້ງປະຕິບັດໃຫ້ບົດຮຽນເຝິກເວົ້າ ພາສາລາວໄດ້ເປັນບົດຮຽນໃນທົ່ວປະເທດ ເພື່ອສະໜັບສະໜູນການຮຽນຮູ້ພາສາທີ່ມີປະສິດທິພາບສໍາລັບເດັກ ນ້ອຍທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ລັດຖະບານອົດສະຕຣາລີ ເຊື່ອໝັ້ນຢ່າງຍິ່ງວ່າ ການປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍ ໂດຍສະເພາະຜູ້ທີ່ປະສົບກັບຄວາມດ້ອຍໂອກາດ ຈະມີຜົນດີໃນໄລຍະຍາວໃຫ້ແກ່ການພັດທະນາຂອງລາວ.     ໂອກາດດຽວກັນ ທ່ານ ນາງ ພອນສິລິ ອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສຳລັບຊົນເຜົ່າ ສວສ ໄດ້ອະທິບາຍວ່າ: “ໃນໄລຍະທົດລອງ ໄດ້ມີການສັງເກດການສອນໃນຫ້ອງຮຽນ 597 ຫ້ອງມີຄູສອນ 1.424 ຄົນ ໄດ້ເຮັດການສະທ້ອນຄືນໃນແຕ່ລະອາທິດ ແລະ ນັກຮຽນໄດ້ຮ່ວມການທົດສອບຈຳນວນ 602 ຄົນ ນັກຮຽນຈາກໂຮງຮຽນທີ່ຈັດຕັ້ງປະຕິບັດບົດຮຽນເຝິກເວົ້າພາສາລາວສາມຄັ້ງຕໍ່ອາທິດ ໄດ້ມີການປັບປຸງຄະແນນສອບເສັງຂອງເຂົາເຈົ້າເພີ່ມຂຶ້ນ 20% ເມື່ອສໍາພາດ 94% ຂອງຄູສອນບອກວ່າ ບົດຮຽນເຝິກເວົ້າພາສາລາວ ຊ່ວຍໃຫ້ນັກຮຽນທີ່ເວົ້າພາສາລາວບໍ່ໄດ້ ສາມາດຮຽນພາສາລາວໄດ້ໄວກວ່າການໃຊ້ຫຼັກສູດຂັ້ນ ປ1 ພຽງຢ່າງດຽວ ແລະ ຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນທຸກວິຊາຮຽນໄດ້ດີຂຶ້ນ.

error: Content is protected !!