ທ່ອງທ່ຽວມາເລເຊຍ ປະຈຳລາວ ຈັດງານສຳມະນາແລກປ່ຽນ ແລະ ງານລ້ຽງອາຫານຄ່ຳ ເຄືອຄ່າຍທຸລະກິດການທ່ອງທ່ຽວ ເພື່ອສ້າງການຮ່ວມມືທາງດ້ານທຸລະກິດ ກັບ ບໍລິສັດທ່ອງທ່ຽວໃນ ສປປ ລາວ ໃຫ້ເຂັ້ມແຂງ ພ້ອມທັງເປັນການສ້າງຄວາມສົນໃຈໃຫ້ກັບຄົນລາວໄດ້ຮູ້ມາເລເຊຍຫຼາຍຂຶ້ນ ໃຫ້ກາຍເປັນຈຸດໝາຍປາຍທາງໃນການທ່ອງທຽວຂອງນັກທ່ອງທ່ຽວຈາກ ສປປ ລາວ.

ງານດັ່ງກ່າວຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເອດີ ອີວານ ມາມູດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທ່ານ ນາງ ຢູສລີຊາ ຢູຊອບ ຜູ້ຊ່ວຍຜູ້ອຳນວຍການ ພະແນກສົ່ງເສີມການທ່ອງທ່ຽວສາກົນ ອົງການທ່ອງທ່ຽວມາເລເຊຍ ປະຈຳພາກພຶ້ນອາຊີຕາເວັນອອກສຽງໃຕ້ ທ່ານ ນາງ ສໍດາລີ ຈັນທະວົງ ຜູ້ຈັດການຝ່າຍການຕະຫຼາດ ທ່ອງທ່ຽວມາເລເຊຍ ປະຈຳລາວ ພ້ອມຕົວແທນຈາກບໍລິສັດທ່ອງທ່ຽວພາຍໃນ ແລະ ຈາກມາເລເຊຍເຂົ້າຮ່ວມ.

ທ່ານ ເອດີ ອີວານ ມາມູດ ກ່າວວ່າ: ຕາມໂຄງການທີ່ວາງໄວ້ລ່ວງໜ້າຂອງພວກເຮົາ ຂ້າພະເຈົ້າເຊື່ອວ່າຄະນະຜູ້ແທນຂອງມາເລເຊຍມີຄວາມກະຕືລືລົ້ນທີ່ຈະໄດ້ພົບປະກັບພວກທ່ານໃນມື້ນີ້ ການເຂົ້າຮ່ວມຂອງພວກເຮົາ ສໍາລັບງານສຳມະນາແລກປ່ຽນ ແລະ ງານລ້ຽງອາຫານຄ່ຳ ເຄືອຄ່າຍທຸລະກິດການທ່ອງທ່ຽວ ໃນຄັ້ງນີ້ ມີ 9 ຫົວໜ່ວຍທຸລະກິດໃນອຸດສາຫະກໍາການທ່ອງທ່ຽວມາເລເຊຍ ເຂົ້າຮ່ວມ ປະກອບດ້ວຍໂຮງແຮມ ຜູ້ປະກອບການ ທ່ອງທ່ຽວຂາເຂົ້າ ແລະເຈົ້າຂອງຜະລິດຕະພັນ ເຊັ່ນ: AirAsia, Resorts World Genting, Columbia Leisure, Happy Holidays, GIT Tours & Travel, Lago Travel, Anytime Holidays, WYNDHAM Hotel Genting and Ormond Group.

ທ່ານ ນາງ ຢູສລີຊາ ຢູຊອບ ກ່າວວ່າ: ປີ 2024 ມາເລເຊຍຕັ້ງເປົ້າຈະມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວມາເລເຊຍ 27,3 ລ້ານຄົນ ເຊິ່ງຈະສາມາດສ້າງລາຍຮັບໄດ້ເຖິງ 102,7 ຕື້ຣິງກິດ ຫຼື ປະມານ 484.000 ຕື້ກີບ ເພື່ອບັນລຸເປົ້າໝາຍດັ່ງກ່າວ ອົງການທ່ອງທ່ຽວມາເລເຊຍ ຕ້ອງການດຮັດວຽກຢ່າງໃກ້ຊິດກັບບັນກາທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ມາເລເຊຍ ການເປັນຈຸດໝາຍປາຍທາງຂອງລູກຄ້າຂອງບັນດາທຸລະກິດທ່ອງທ່ຽວນັ້ນເອງ ຂ້າພະເຈົ້າຮັບປະກັນວ່າ ຫ້ອງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຈະໃຫ້ການຮ່ວມມື ແລະ ແນະນຳລາຍການທ່ອງທ່ຽວໃໝ່ໃຫ້ບັນດາບໍລະສັດທ່ອງທ່ຽວ ເພື່ອເຮັດໃຫ້ນັກທ່ອງທ່ຽວຈາກ ສປປ ລາວ ໄປທ່ຽວມາເລເຊຍຫຼາຍຂຶ້ນ.





ທ່ານ ນາງ ຢູສລີຊາ ຢູຊອບ ກ່າວຕື່ມອີກວ່າ: ການສຳມະນາຄັ້ງນີ້ ຖືວ່າເປັນຄັ້ງທີ 3 ທີ່ຈັດຂຶ້ນໃນ ສປປ ລາວ ພາຍຫຼັງທີ່ມີການລະບາດຂອງພະຍາດ ເຊິ່ງມັນສະແດງເຖິງຄວາມເອົາໃຈໃສ່ຂອງ ທ່ອງທ່ຽວມາເລເຊຍ ເພື່ອສ້າງການຮ່ວມມືທາງດ້ານທຸລະກິດ ກັບ ບໍລິສັດທ່ອງທ່ຽວໃນ ສປປ ລາວ ໃຫ້ເຂັ້ມແຂງ ທັງເປັນການດຶງດູດຄວາມສົນໃຈໃຫ້ກັບຄົນລາວໄດ້ຮູ້ມາເລເຊຍຫຼາຍຂຶ້ນ ເພື່ອໃຫ້ເປັນຈຸດໝາຍປາຍທາງໃນການທ່ອງທຽວຂອງເຂົາເຈົ້າ.