ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະ ຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າຂອງວັນທີ 11 ກໍລະ ກົດ 2024 ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ, ຫົວ ໜ້າຫ້ອງວ່າການສໍານັກງານປະທານປະເທດ ທັງເປັນລັດ ຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ແມ່ນຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ເປັນເວລາ 2 ວັນ ຄືແຕ່ວັນທີ 11-12 ກໍລະກົດ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ກໍ່ຄື ປະ ຊາຊົນ ສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້ ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

error: Content is protected !!