ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຊັກບີ

ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2024 ທີ່ ສຳນັກງານປະທານາທິບໍດີ ສ ແຊັກບີ ນະຄອນຫລວງ ເບນກຣາດ ປະເທດ ສ ແຊັກບີ ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອາເລັກຊານດາ ວູຊິກ (H.E. Mr. Aleksandar Vučić) ປະທານາທິບໍດີ ແຫ່ງ ສາທາລະນະລັດແຊັກບີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ແຊັກບີ ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດ ຮົງກາຣີ.

ການເຂົ້າຮ່ວມພິທີດັ່ງກ່າວ ປະກອບມີບັນດາທ່ານເອກອັກຄະລັດຖະທູດ ທີ່ບໍ່ມີສຳນັກງານສະຖານທູດ (Non-Resident Ambassador) ຕັ້ງຢູ່ ສ ແຊັກບີ ເຂົ້າຮ່ວມທັງໝົດ 14 ປະເທດ ຄື: ສາທາລະນະລັດ ເຊຍຣາລີໂອນ (Sierra Leone) ໄທ ນາມີເບຍ ອາຟຣິກາໃຕ້ ຈໍດານ (Jordan) ບຸຣຸນດີ (Burundi) ແຊັມເບຍ (Zambia) ຄາມາຣູນ (Cameroon) ທານຊາເນຍ (Tanzania) ເປຣູ ລິດທົວນີ ກົວເຕມາລາ ລຸກຊໍາບວກ ແລະ ສປປ ລາວ ໂດຍລາຍລະອຽດຕ່າງໆ ມີດັ່ງນີ້:

ພາຍຫຼັງສຳເລັດພິທີ ທ່ານ ເອກອັກຄະລັດຖະທູດລາວ ຄົນໃໝ່ ໄດ້ພົບປະໂອ້ລົມ ກັບ ພະນະທ່ານປະທາ ນາທິບໍດີ ໂດຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ສ ແຊັກບີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ກັນຍາ 1962 ເປັນຕົ້ນມາ ເຊິ່ງສອງຝ່າຍ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ ແລະ ສາກົນ ລວມທັງການພົວພັນສອງຝ່າຍ ໂດຍສະເພາະວຽກງານການສຶກສາ ການທ່ອງທ່ຽວ ແລະ ເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນ.

ພ້ອມດຽວກັນນີ້ ທ່ານ ເອກອັກຄະລັດຖະທູດ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ   ສົ່ງເຖິງ ພະນະທ່ານ ອາເລັກຊານດາ ວູຊິກ ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຊັກບີ ທຸກທົ່ວໜ້າ ນອກຈາກນັ້ນ ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ສ ແຊັກບີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ ເໝາະສົມ.

ໃນໂອກາດດັ່ງກ່າວ ພະນະທ່ານ ອາເລັກຊານດາ ວູຊິກ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ  ຄໍາພອນ ວົງສັນຕິ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ ແຊັກບີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

error: Content is protected !!