ສປປ ລາວ ແລະ ກາຊັກສະຖານ ລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

ໃນຕອນເຊົ້າຂອງວັນທີ 04 ກໍລະກົດ 2024 ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ມີພິທີລົງນາມ ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ໂດຍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ສ ກາຊັກສະຖານ ແມ່ນ ທ່ານ Kanat TUMYSH, ເອກອັກຄະລັດຖະທູດ ແຫ່ງ ສ. ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ຮ່ວມລົງນາມໃນສັນຍາດັ່ງກ່າວ.

ການລົງນາມສັນຍາສະບັບນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການອຳນວຍຄວາມສະດວກໃຫ້ແກ່ການເດີນທາງເຂົ້າ-ອອກ ແລະ ການພັກເຊົາຂອງພະນັກງານ ແລະ ນັກການທູດ ຂອງລັດຖະບານ ສປປ ລາວ ແລະ ກາຊັກສະຖານ, ຊຶ່ງສັນຍາສະບັບນີ້ ໄດ້ມີເນື້ອໃນສຳຄັນ ຄື: ພົນລະເມືອງຂອງສອງປະທດ ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ເມື່ອເດີນທາງເຂົ້າ ຜ່ານ ພັກເຊົາຢູ່ ແລະ ອອກຈາກດິນແດນຂອງ ເຊິ່ງກັນ ແລະ ກັນ ຈະໄດ້ຮັບການຍົກເວັ້ນວີຊາສູງສຸດບໍ່ເກີນ 90 (ເກົ້າສິບ) ວັນ ພາຍໃນ 180 (ໜຶ່ງຮ້ອຍແປດສິບ) ວັນ ນັບແຕ່ມື້ເດີນທາງເຂົ້າ.

ສປປ ລາວ ແລະ ສ. ກາຊັກສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນນັບຕັ້ງແຕ່ວັນທີ 19 ກັນຍາ 1997 ເປັນຕົ້ນມາ ສອງຝ່າຍໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຕໍ່ກັນ ໄດ້ມີການແລກປ່ຽນສານຊົມ ເຊີຍ ແລະ ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆ, ລວມເຖິງໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ ເຖິງແມ່ນວ່າການພົວພັນ ແລະ ການຮ່ວມມືຂອງສອງປະເທດ ຍັງບໍ່ທັນກ້ວາງຂວາງປານໃດ ສັນຍາສະບັບນີ້ ກໍຈະເປັນອີກໜຶ່ງອັນສໍາຄັນປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນອະນາຄົດ ໂດຍສະເພາະ ການແລກປ່ຽນຄະນະຜູ້ແທນທາງການໃນທຸກລະດັບ ແລະ ຂະແໜງການນຳກັນ ລວມເຖິງການຮ່ວມມືໃນດ້ານຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ມີທ່ານແຮງ ເປັນຕົ້ນ ດ້ານເສດຖະກິດ ການຄ້າ ການລົງທຶນ ດ້ານພະລັງງານ ແລະ ອື່ນໆ.

error: Content is protected !!